(vovworld) – Venezuela ສະເໜີໃຫ້ອາເມລິກາ ສ້າງຕັ້ງການພົວພັນໂດຍຄວາມເຄົາລົບເຊິ່ງກັນ ແລະ ກັນ. ນີ້ແມ່ນຄຳສະເໜີຂອງທ່ານປະທານາທິບໍດີ Venezuela, Nicolas Maduro ທີ່ການພົບປະກັບທ່ານຮອງປະທານາທິບໍດີອາເມລິກາ Joe Binden ຢູ່ນອກພິທີສະບານຕົວດຳລົງຕຳແໜ່ງຂອງທ່ານປະທານາທິບໍດີບຣາຊິນ Dilma Rousseff, ໃນວັນທີ 02/01. ການພົບປະດຳເນີນໄປຢູ່ນະຄອນຫຼວງ Brassilia ຂອງບຣາຊິນ ນີ້ແມ່ນການພົບປະຂັ້ນສູງຄັ້ງທຳອິດລະຫວ່າງອາເມລິກາ ແລະ Venezuela ນັບແຕ່ເວລາທ່ານປະທານາທິບໍດີອາເມລິກາ Barack Obama ລົງນາມໃນກົດໝາຍແນໃສ່ຈັດວາງຄຳສັ່ງລົງໂທດບັນດາເຈົ້າໜ້າທີ່ Caracas ເຊິ່ງວໍຊິງເຕັນ ຖືວ່າໄດ້ລະເມີດສິດທິມະນຸດ ຍ້ອນປາບປາມຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານຢູ່ Venezuela ເມື່ອເດືອນ 12/2014.