VICEM ຈະ​ສົ່ງ​ອອກ​ຊີ​ມັງ, clinker 6 ລ້ານ​ໂຕນ ໄປ​ຍັງ ຟີ​ລິບ​ປິນ

(VOVWORLD) - ບັນດາຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືສົ່ງອອກ - ນຳເຂົ້າ ຊີມັງ, clinker ຂອງ VICEM ໄປຍັງຕະຫຼາດ ຟີລິບປິນ ດ້ວຍປະລິມານ 6 ລ້ານໂຕນ ໃນຮອບເວລາ 3 ປີ (ແຕ່ປີ 2023 – 2025).
VICEM ຈະ​ສົ່ງ​ອອກ​ຊີ​ມັງ, clinker 6 ລ້ານ​ໂຕນ ໄປ​ຍັງ ຟີ​ລິບ​ປິນ - ảnh 1ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືດຳເນີນທຸລະກິດສົ່ງອອກຊີມັງ, clinker ໄປຍັງຕະຫຼາດ ຟີລິບປິນ (ພາບ: ກະຊວງກໍ່ສ້າງ)

ໃນຂອບເຂດການຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແຕ່ວັນທີ 23 – 25 ພະຈິກ 2022, ບໍລິສັດໃຫຍ່ ຊີມັງ ຫວຽດນາມ (VICEM) ໄດ້ສົມທົບກັບ ບໍລິສັດນຳເຂົ້າ Fenix INT’L INC ແລະ ບໍລິສັດ Golden Falcon Trading Corporation ລົງນາມຂໍ້ຕົກລົງວ່າດ້ວຍຮ່ວມມືດຳເນີນທຸລະກິດສົ່ງອອກຊີມັງ, clinker ໄປຍັງຕະຫຼາດ ຟີລິບປິນ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືສົ່ງອອກ - ນຳເຂົ້າ ຊີມັງ, clinker ຂອງ VICEM ໄປຍັງຕະຫຼາດ ຟີລິບປິນ ດ້ວຍປະລິມານ 6 ລ້ານໂຕນ ໃນຮອບເວລາ 3 ປີ (ແຕ່ປີ 2023 – 2025).

        ຟີລິບປິນ ແມ່ນຕະຫຼາດນຳເຂົ້າຊີມັນ, clinker ຈຳນວນຫຼາຍ ດ້ວຍປະມານ 15 – 17 ລ້ານໂຕນ ຕໍ່ປີ, ໃນນັ້ນ ການນຳເຂົ້າຈາກ ຫວຽດນາມ ແມ່ນປະມານ 7 ລ້ານໂຕນຕໍ່ປີ.

ຕອບກັບ

ຂ່າວ/ບົດ​ອື່ນ