Vietjet ສືບ​ຕໍ່​ໄດ້​ຮັບ​ການຄັດ​ເລືອກ​ແມ່ນ “ບໍ​ລິ​ສັດ​ການ​ບິນ​ປະ​​ຢັດ ແລະ ດີ​ທີ່​ສຸດໃນ​ໂລກ ປີ 2020”

(VOVWORLD) - ບໍລິສັດການບິນ Vietjet ສືບຕໍ່ໄດ້ຮັບການຄັດເລືອກແມ່ນບໍລິສັດການບິນປະຢັກ ແລະ ດີທີ່ສຸດໃນໂລກ ປີ 2020” ໂດຍເວັບໄຊຕີລາຄາຄວາມປອດໄພ ແລະ ຜະລິດຕະພັນການບິນແຖວໜ້າຂອງ ໂລກ AirlineRatings.com ປະກາດໃນມໍ່ໆມານີ້.
Vietjet ສືບ​ຕໍ່​ໄດ້​ຮັບ​ການຄັດ​ເລືອກ​ແມ່ນ “ບໍ​ລິ​ສັດ​ການ​ບິນ​ປະ​​ຢັດ ແລະ ດີ​ທີ່​ສຸດໃນ​ໂລກ ປີ 2020” - ảnh 1ພາບປະກອບ (ພາບ: TTXVN) 

ນີ້ແມ່ນປີທີ 3 ຢ່າງລຽນຕິດທີ່ Vietjet ໄດ້ເປັນກຽດເຊີດຊູ ໃນຂອບເຂດການມອບລາງວັນເຊີດຊູບັນດາບໍລິສັດການບິນແຖວໜ້າໂລກຂອງ AirlineRating “Airline Excellence Awards”. ຍັງມີຫຼາຍບໍລິສັດການບິນໃຫຍ່ໃນໂລກກໍ່ໄດ້ຮັບການເຊີດຊູຄື: Singapore Airline, Quatar Airways…

        ຕາມການຕີລາຄາຂອງ AirlineRating ແລ້ວ, Vietjet ໄດ້ຂະຫຍາຍເຄືອຂ່າຍການບິນຢ່າງກ້ວາງແຂວງ, ເປີດໂອກາດກສເດີນທາງໄປມາທາງການບິນໃຫ້ແກ່ທຸກໆຄົນ, ໃນນັ້ນມີຫຼາຍຄົນ ຂີ່ເຮືອບິນຄັ້ງທຳອິດດ້ວຍຄ່າໃຊ້ຈ່າຍຕ່ຳທີ່ສຸດ ແລະ ຄະນະການບິນດີທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ