ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊ
ແຮງງານຊັ້ນ 2 ໃຫ້ VINASA
(ພາບ: VGP)
(vovworld) – ກອງປະຊຸມໃຫຍ່ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ່ມູນຂ່າວສານ ຫວຽດນາມ (VINASA) ຄັ້ງທີ 4 ອາຍຸການ 2016 – 2020 ຖືກຈັດຕັ້ງໃນວັນທີ 24/04 ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ຮ່ວມສຳພັນປະດິດສ້າງ - ເຊື່ອມໂຍງ - ນຳໜ້າ”. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫວູດຶກດາມ ຮອງນາຍົກລັກຖະມົນຕີ ເນັ້ນໜັກວ່າ: ຢາກທ່ວງທັນກັບບັນດາປະເທດພັດທະນາໃນພາກພື້ນ ຫວຽດນາມ ຕ້ອງຮັກສາລະດັບການເຕີບໂຕຢ່າງລຽນຕິດ 8 - 9% ໃນ 20 ປີຈະມາເຖິງ. ຢາກເຮັດຄືແນວນັ້ນ ເຕັກໂນໂລຢີຂໍ້ມູນຂ່າວສານຄວນສືບຕໍ່ເສີມຂະຫຍາຍຢ່າງແຮງກ່ວາອີກ, ໃນນັ້ນມີຂົງເຂດຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ VINASA ຄວນສືບຕໍ່ເສີມຂະຫຍາຍຈຸດພົ້ນເດັ່ນນີ້, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຂະແໜງການ ເພື່ອຍື່ນສະເໜີຕໍ່ລັດຖະບານ, ຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານໃນການສ້າງ, ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ ເພື່ອພັດທະນາຂະແໜງການ ແລະ ປະເທດຊາດ. ພ້ອມທັງ, ເອົາໃຈໃສ່ພັດທະນາບັນດາວິສາຫະກິດເລີ່ມດຳເນີນອາຊີບ; ສົມທົບກັບບັນດາມະຫາວິທະຍາໄລໃຫ້ດີກ່ວາອີກ ເພື່ອແກ້ໄຂເລື່ອງຂາດຊັບພະຍາກອນມະນຸດ.
ເນື່ອງໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ VINASA ກ່ຽວກັບບັນດາການປະກອບສ່ວນສຳຄັນຂອງ VINASA ໃຫ້ແກ່ການພັດທະນາຂອງຂະແໜງຊອບແວ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ, ປະກອບສ່ວນເຂົ້າພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.