VOVເປີດສຳນັກງານຜູ້ຕາງໜ້າປະຈຳຢູ່ສ.ເຊັກໂກ
VOVປະຈຳສ.ເຊັກໂກ -  
ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ແລະ ທ່ານເອກອັກ
ຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກໂກ ເຈືອງແມ້ງເຊີນ
|
(vovworld) – ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ເປີດສຳນັກງານຜູ້ຕາງໜ້າປະຈຳນະຄອນຫຼວງ Praha ຂອງ ສ. ເຊັກໂກ ໃນວັນທີ 14/7. ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ໃຫ້ຮູ້ວ່າ: ນີ້ແມ່ນສຳນັກງານຜູ້ຕາງໜ້າທີ່ 10 ຂອງ VOV ຢູ່ຕ່າງປະເທດ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ, ໃຫ້ຮູ້ວ່າ:
“ເມື່ອສ້າງຕັ້ງສຳນັກງານຜູ້ຕາງໜ້າຂອງ VOV ປະຈຳ ສ. ເຊັກໂກ ແມ່ນເລີ່ມມາຈາກສະພາບຕົວຈິງວ່ານີ້ແມ່ນປະເທດມີທີ່ຕັ້ງຍຸດທະສາດຢູ່ ເອີລົບກາງ ແລະ ແມ່ນປະເທດມີຊາວ ຫວຽດນາມກ່ວາ 65.000 ຄົນດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ, ພິເສດແມ່ນເມື່ອລັດຖະບານ ສ. ເຊັກໂກ ປະຊາຄົມຊາວ ຫວຽດນາມ ຮັບຮູ້ແມ່ນຊົນເຜົ່າສ່ວນໜ້ອຍທີ 14. ຄຽງຄູ່ກັນນັ້ນ, ສ. ເຊັກໂກ ມີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບ ຫວຽດນາມ ແລະ ປະຈຸບັນແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍພົວພັນຕ່າງປະເທດເປີດກ້ວາງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານກັບ ຫວຽດນາມ.”
ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກໂກ ເຈືອງແມ້ງເຊີນ ເນັ້ນໜັກວ່າ: ສະຖານທູດ ຫວຽດນາມ ປະຈຳ ສ. ເຊັກໂກ ຈະສ້າງທຸກເງື່ອນໄຂສະດວກຊ່ວຍໃຫ້ສຳນັກງານຜູ້ຕາງໜ້າ ແລະ ບັນດານັກຂ່າວຂອງ VOV ປະຕິບັດໜ້າທີ່ສຳເລັດຜົນ.
VOVປະຈຳສ.ເຊັກໂກ