VOVແມ່ນອົງການສື່ສານແຫ່ງຊາດແຫ່ງທຳອິດຢູ່ຫວຽດນາມມີ4ປະເພດສື່ມວນຊົນ
ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ VOV
|
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6), ຕອນເຊົ້າວັນທີ 17/6, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມ, ອວຍພອນວິທະຍຸກະຈາຍສຽງ ຫວຽດນາມ (VOV). ຕີລາຄາສູງບັນດາບາດກ້າວພັດທະນາຂອງ VOV, ທ່ານ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: VOV ຍາມໃດກໍ່ແມ່ນອົງການສື່ສານເຄື່ອນໄຫວຢ່າງແຮງຂອງລັດຖະບານ, ດ້ວຍການອອກອາກາດ 250 ຊົ່ວໂມງ/ວັນ, ຮັບໃຊ້ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນ. ທ່ານ ຫງວຽນທ້ຽນເຍີນ ໄດ້ຮັບຮູ້ເລື່ອງເພິ່ມທະວີຄຸນນະພາບບັນດາລາຍການກະຈ່າຍສຽງ, ໃນນັ້ນມີການສ້າງລາຍການພາສາອັງກິດ 24/ຊົ່ວໂມງ, ຈະເລີ່ມເຄື່ອນໄຫວໃນໄຕມາດທີ 3 ຈະມາເຖິງ. ທ່ານ ຫງວຽນທ້ຽນເຍີນ ກໍ່ສະເໜີ VOV ອອກອາກາດລາຍການກະຈາຍສຽງເຖິງໝູ່ເກາະ ເຈື່ອງຊາ, ຊ່ວຍໃຫ້ຊາວປະມົງໄດ້ຮັບຂໍ້ມູນຂ່າວສານຢ່າງທັນການ.
ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ແນະນຳກັບທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຊາບກ່ຽວກັບມູນເຊື້ອ 70 ປີແຫ່ງການສ້າງສາ ແລະ ເຕີບໃຫຍ່ຂອງ VOV, ພິເສດແມ່ນບັນດາບາດກ້າວພັດທະນາຢ່າງແຮງຂອງ VOV ໃນຊຸມປີມໍ່ໆມານີ້ຊຶ່ງປະກອບດ້ວຍ 34 ຫົວໜ່ວຍ ແລະ 10 ສຳນັກງານປະຈຳຢູ່ຕ່າງປະເທດ.