VOV ຍາດໄດ້ 9 ລາງວັນສື່ມວນຊົນ ເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດຄັ້ງທີ 11
(ຈັດພິທີລະຫຼຸບ ແລະ ມອບລາງວັນສື່ມວນຊົນ
ເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດຄັ້ງທີ 11)
(vovworld) – ຕອນເຊົ້າວັນທີ 10/09, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດພິທີລະຫຼຸບ ແລະ ມອບລາງວັນສື່ມວນຊົນເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດຄັ້ງທີ 11 ປີ 2013 – 2014. ຄະນະຈັດຕັ້ງໄດ້ມອບ 97 ລາງວັນໃຫ້ບັນດາບົດປະພັນດີເດັ່ນຂຶ້ນກັບຮູບແບບໜັງສືພິມ, ກະຈາຍສຽງ, ໂທລະພາບ, ສື່ເອເລກໂຕນິກ ແລະ ພາບໜັງສືພິມ. ວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນອົງການສື່ມວນຊົນທີ່ມີຫຼາຍບົດປະພັນຍາດໄດ້ລາງວັນທີໜຶ່ງກວ່າໝູ່, ດ້ວຍ 9 ບົດປະພັນ, ໃນນັ້ນມີລາງວັນ A 1 ລາງວັນໃຫ້ບົດສະລະຄະດີ “ແກ້ໄຂສະພາບຊາວກະສິກອນປະລະທົ່ງນາ”, ຂອງກຸ່ມນັກຂ່າວ ດັ້ງທິແຄງ, ຫວູທິແຮ້ງ, ເຈີນຊວນເທີນ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ພາຍຫຼັງ 11 ປີທີ່ຈັດລາງວັນສື່ມວນຊົນ ເພື່ອພາລະກິດມະຫາສະມາມັກຄີທົ່ວປວງຊົນທັງຊາດນັ້ນ, ລາງວັນຄັ້ງທີ 11 ປີ 2013 – 2014 ດ້ວຍບົດປະພັນເຂົ້າຮ່ວມການເສັງກວ່າ 1.100 ບົດ ໄດ້ຊີ້ໃຫ້ເຫັນຄວາມເອົາໃຈໃສ່ຂອງສ່ືມວນຊົນກັບພາລະຫິດມະຫາສາມັກຄີ; ຄວາມຕັດສິນໃຈຂອງບັນດາອົງການສື່ມວນຊົນ, ນັກຂ່າວ ພ້ອມກັບພັກ, ລັດ ສ້າງກຸ່ມກ້ອນມະຫາສາມັກຄີທົ່ງປວງຊົນທັງຊາດ.
“ຜ່ານການເຄື່ອນໄຫວຂອງບັນດານັກຂ່າວ ເຮັດໃຫ້ປະຊາຊົນແຕ່ລະຄົນຢູ່ທຸກແທບຖິ່ນຂອງປະເທດຊາດຮູ້ຈັກເຖິງກຳລັງແຮງພິເສດ. ນັ້ນແມ່ນດ້ວຍແຫຼ່ງກຳລັງຄືແນວນັ້ນ ແຕ່ເມື່ອມີຄວາມສາມັກຄີນຳກັນ, ມຸ່ງໄປເຖິງຈຸດໝາຍດຽວ, ມີການກະທຳໃນຈຸດເວລາດຽວ, ຕາມຄວາມສາມາດຂອງແຕ່ລະຄົນ, ພວກເຮົາສາມາດສ້າງເປັນກຳລັງແຮງເພື່ອຜ່ານຜ່າສິ່ງທ້າທາຍໃໝ່. ບົດຮຽນນັ້ນຕ້ອງໄດ້ຮັບການທົບທວນຄືນ, ຜ່ານການໂຄສະນາ, ຜ່ານການສ່ອງແສງພຶດຕິກຳຕົວຈິ່ງ ແລະ ໄດ້ຮັບການທະວີຄູນດ້ວຍພາຫະນະສື່ມວນຊົນ”.