VOV ຍູ້ແຮງການຮ່ວມມືກັບກົມພົວພັນປະຊາສຳພັນ ໄທ

(VOVWORLD) - ວັນທີ 14 ມິຖຸນາ, ຢູ່ບາງກອກ, ປະເທດໄທ, ໄດ້ດຳເນີນກອງປະຊຸມສະໄໝສາມັນ ຄັ້ງທີ 8 ຂອງຄະນະກຳມະການປະສົມລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ກົມພົວພັນປະຊາສຳພັນໄທ (PRD) 
VOV ຍູ້ແຮງການຮ່ວມມືກັບກົມພົວພັນປະຊາສຳພັນ ໄທ - ảnh 1 VOV ຍູ້ແຮງການຮ່ວມມືກັບກົມພົວພັນປະຊາສຳພັນ ໄທ

ເພື່ອແນໃສ່ສືບຕໍ່ເພີ່ມທະວີກ່ຽວກັບການແລກປ່ຽນ, ການຮ່ວມມືດ້ານຂໍ້ມູນຂ່າວສານ, ການໂຄສະນາລະຫວ່າງສອງຝ່າຍ. ໃນກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງກ່ຽວກັບໝາກຜົນຢ່າງລະອຽດຈິງ, ເປັນຕົ້ນແມ່ນເລື່ອງແລກປ່ຽນບັນດາຜະລິດຕະພັນສື່ມວນຊົນ; ສິ່ງດັ່ງກ່າວນີ້ຊ່ວຍໃຫ້ສອງປະເທດ ຫວຽດນາມ ແລະ ໄທ ອາດຈະໂຄສະນາກ່ຽວກັບປະເທດຊາດ, ວັດທະນະທຳ, ປະຊາຊົນສອງປະເທດ… VOV ແລະ PRD ກໍ່ໄດ້ຍົກອອກບັນດາຂໍ້ລິເລີ່ມ ແລະ ເອກະພາບຕໍ່ບັນດາມາດຕະການເພີ່ມທະວີການຮ່ວມມື ຄືເລື່ອງນຳສົ່ງນັກຂ່າວ, ນັກເຕັກນິກມາເຮັດວຽກຢູ່ອົງການຂອງກັນ ແລະ ກັນເພື່ອແບ່ງບັນບົດຮຽນ; ຕັ້ງໜ້າແລກປ່ຽນກ່ຽວກັບວິຊາການໂທລະພາບກວ່າອີກ. ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບັນດາບົດບັນທຶກຮັບຮູ້ ແລະ ເຫັນດີຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບຮອງເອົາໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ