ມອບຂອງຂວັນໃຫ້ ປຊຊ ເມືອງບິງລຽວ-ກວາງນິງ
(ພາບ: vov)
(vovworld)- ຕອນບ່າຍວັນທີ 24/1, ວິທະຍຸກະຈາຍສຽງຫວຽດນາມ (VOV) ພ້ອມກັບບັນດາວິສາຫະກິດໄດ້ມອບຂອງຂວັນ 300 ພູດໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ບັນດາຕາແສງຂອງເມືອງບິ່ງລຽວ, ແຂວງກວາງນິງ. ຂອງຂວັນແຕ່ລະພູດມີມູນຄ່າ 400.000 ດົ່ງໄດ້ມອບໃຫ້ ບັນດາຄອບຄົວທຸກຍາກຂອງຕາແສງລຸກໂຮ່ນ, ແຮວ່ງໂມ ແລະ ດົ່ງວັນ. ນີ້ແມ່ນນ້ຳໃຈຂອງພະນັກງານ, ພາລະກອນຫ້ອງການ VOV ແລະ ບັນດາຜູ້ມີໃຈບຸນໃຈກຸສົນ, ປະກອບສ່ວນສ້າງບຸນປີໃໝ່ປະຈຳຊາດທີ່ອົບອຸ່ນ ແລະ ຄົບຖ້ວນໃຫ້ແກ່ ປຊຊ. ທ່ານເຈິ່ງຊວນນາມ, ຮອງຜູ້ອຳນວຍການບໍລິສັດຮຸ່ງທັງຟາດ ຖືວ່າ:
“ບໍລິສັດຂອງພວກຂ້າພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດຕໍ່ ປຊຊ ເມືອງບິ່ງລຽວ. ມື້ນີ້, ພວກຂ້າພະເຈົ້າໄດ້ສົມທົບກັບ VOV ເພື່ອມອບຂອງຂວັນທີ່ເລກນ້ອຍແຕ່ມີຄວາມໝາຍນີ້ເພື່ອໃຫ້ ປຊຊ ສາມາດຕ້ອນຮັບບຸນປີໃໝ່ຢ່າງຄົບຖ້ວນ“./.