ທ່ານ ຫງວຽນແທ່ງຟອງ ຕ້ອນຮັບທ່ານ Ousmane Dione
(ພາບ: VOH)
(vovworld) – ຕອນບ່າຍວັນທີ 29/09, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານ Ousmane Dione ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ. ທ່ານ ຫງວຽນແທ່ງຟອງ ຕີລາຄາສູງການໜູນຊ່ວຍຢ່າງແທດ ຈິງ, ສຳຄັນຂອງທະນາຄານໂລກ ສຳລັບນະຄອນໃນໄລຍະຜ່ານມາ. ປະຈຸບັນ ທະນາຄານໂລກ ພວມໜູນຊ່ວຍໃຫ້ນະຄອນປະຕິບັດ 9 ໂຄງການ ໃນບັນດາຂົງເຂດ; ອະນາໄມສິ່ງແວດລ້ອມ, ຄຸ້ມຄອງຄົມມະນາຄົມສາທາລະນະ, ພັດທະນາຄົມມະນາຄົມຂຽວ, ຄຸ້ມຄອງຄວາມສ່ຽງຈາກນ້ຳຖ້ວມ…ບັນດາໂຄງການດັ່ງກ່າວ ເມື່ອສຳເລັດຈະປັບປຸງພື້ນຖານໂຄງລ່າງຂອງນະຄອນພໍສົມຄວນ, ສ້າງເງື່ອນໄຂຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບຊີວິດການເປັນຢູ່.
ສ່ວນທ່ານ Ousmane Dione ຜູ້ອຳນວຍການທະນາຄານໂລກ ເນັ້ນໜັກວ່າ: ໃນຫລາຍຂົງເຂດພັດທະນາຂອງນະຄອນ, ທະນາຄານໂລກ ປາດຖະໜາເປັນພິເສດເຖິງການໜູນຊ່ວຍນະຄອນໃນການຄຸ້ມຄອງແຫຼ່ງນ້ຳ ແລະ ຕ້ານນ້ຳຖ້ວມ.