WB ເພີ່ມເງິນ​ຈຳ​ນວນ 12 ຕື້ USD ໃຫ້​ແກ່ກອງ​ທຶນ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ

(VOVWORLD) -ວັນທີ 18 ພຶດສະພາ, ທະນາຄານໂລກ (WB) ໄດ້ແຈ້ງໃຫ້ຊາບວ່າ ຈະເພີ່ມເງິນຈຳນວນ 12 ຕື້ USD ໃຫ້ແກ່ກອງທຶນໜູນຊ່ວຍບັນດາໂຄງການເພື່ອແນໃສ່ແກ້ໄຂວິກິດການສະບຽງອາຫານທົ່ວໂລກ, ອັນໄດ້ຍົກຈຳນວນເງິນທັງໝົດທີ່ອຸປະຖຳໃຫ້ບັນດາໂຄງການເຫຼົ່ານີ້ຂຶ້ນເປັນ 30 ຕື້ USD.
WB ເພີ່ມເງິນ​ຈຳ​ນວນ 12 ຕື້ USD ໃຫ້​ແກ່ກອງ​ທຶນ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ - ảnh 1ແມ່ຍິງຊົນເຜົ່າ Murle ລຽນແຖວຖ້າຮັບສະບຽງອາຫານ (ພາບ: Simon Wohlfahrt/ AFP/ Getty Images)

WB ໃຫ້ຮູ້ວ່າ ຍ້ອນສະພາບການຂາດແຄນສະບຽງອາຫານນັບມື້ນັບຮ້າຍແຮງກວ່າ ຍ້ອນຖືກຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ, ບໍລິສັດຜະລິດທັນຍາຫານສຳຄັນຂອງໂລກ, ຈຳນວນເງິນເພີ່ມເຕີມຈະຈັດແບ່ງໃຫ້ບັນດາໂຄງການດັ່ງກ່າວດຳເນີນໃນໄລຍະເວລາ 15 ເດືອນຈະມາເຖິງ ເພື່ອແນໃສ່ຊຸກຍູ້ການຜະລິດສະບຽງອາຫານ ແລະ ປຸ໋ຍ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະ ຊ່ວຍເຫຼືອຄອບຄົວ ແລະ ບໍລິສັດທີ່ນອນໃນກຸ່ມມີຄວາມສ່ຽງສູງກວ່າເພິ່ນ.

        ກ່ອນໜ້ານັ້ນ, WB ໄດ້ປະກາດຊ່ວຍເຫຼືອເງິນຈຳນວນ 18,7 ຕື້ USD ເພື່ອໜູນຊ່ວຍໃຫ້ແກ່ໂຄງການທີ່ໄດ້ຜັນຂະຫຍາຍໃນ 15 ເດືອນຈະມາເຖິງຢູ່ ອາຟະລິກາ, ຕາເວັນອອກກາງ, ເອີຣົບຕາເວັນອອກ, ອາຊີກາງ ແລະ ອາຊີໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ