WB ໝັ້ນໝາຍຫນູນຊ່ວຍຫວຽດນາມ ຮັກສາເສດຖະກິດມະຫາພາກເປັນປົກກະຕິ.

ວັນທີ 2/12, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Mulyani Indrawatti ຜູ້ອຳນວຍການ​ບໍລິຫານ​ທະນາຄານ​ໂລກ ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາງ Indrawatti ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃນ​ໄລຍະ​ຜ່ານ​ມາ.  ທ່ານ​ນາງ​​ໃຫ້​ຄຳ​ໝັ້ນ​ໝາຍວ່າ ທະນາຄານ​ໂລກ​ຈະ​ສືບ​ຕໍ່​ສະຫນອງ​ຂໍ້​ມູນ​ຂ່າວສານ, ​ແບ່ງ​ປັນບົດຮຽນ​ຂອງ​ປະ​ເທດ​ອື່ນ​ຢູ່​ໃນ​ໂລກ​ເພື່ອ​ຊ່ວຍ​ຫວຽດນາມ​ຫລີກ​ລ້ຽງ​ສິ່ງ​ທີ່​ບັນດາ​ປະ​ເທດ​ໄດ້​ປະສົບ, ພ້ອມ​ແລ້ວ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ​ເຕັກນິກ ​ເພື່ອ​ຊ່ວຍ​ໃຫ້​ຫວຽດນາມ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ປະຕິບັດ​ໂຄງການ​ປະຕິ​ຮູບ​ເສດຖະກິດ​ໃຫ້​ສຳ​ເລັດ​ຜົນ. ສ່ວນ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ຖື​ວ່າ: ​ໃນ​ພາຍ​ພາກ​ຫນ້າ, ຍ້ອນ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ, ຫວຽດນາມ ພວມ​ສຸມ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ​ໃນ​ວິວັດ​ການນັ້ນ ຫວຽດນາມ ປາດ​ຖະຫນາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ທະນາຄານ​ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ