(vovworld) – ວັນທີ 18/04, ລັດຖະບານ Yemen ປະຕິເສດແຜນການສັນຕິພາບ 4 ຂໍ້ໃຫ້ແກ່ປະເທດນີ້ໂດຍອີຣານ ສະເໜີຕໍ່ສະຫະປະຊາຊາດກ່ອນນັ້ນ 1 ວັນຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Reuter ຈາກນະຄອນຫຼວງ Doha ຂອງ Quatar, ໂຄສົກລັດຖະບານ Yemen, Rajeh Badi ຊີແຈ້ງວ່າ “Yemen ປະຕິເສດຂໍ້ລິເລີ່ມຂອງອີຣານ. ຈຸດປະສົງຂອງຂໍ້ລິເລີ່ມດັ່ງກ່າວແມ່ນເລ່ຫຼ່ຽມດ້ານການເມືອງ”.