(vovworld)- ບັນຊີລາຍຊື່ຈັດອັນດັບຂອງໜັງສືພິມທ່ອງທ່ຽວອັນດັບໜຶ່ງຂອງໂລກ Triadvisor ສະບັບຫຼ້າສຸດ ໄດ້ຈັດຫໍພິພິທະພັນຮ່ອງຮອຍສົງຄາມແມ່ນໜຶ່ງໃນຈຳນວນຫໍພິພິທະພັນ 3 ແຫ່ງຂອງຫວຽດນາມ ທີ່ສ້າງຄວາມດຶງດູດກ່ວາໝູ່ຢູ່ອາຊີ ໂດຍແຂກທ່ອງທ່ຽວເປັນຜູ້ເລືອກເຟັ້ນ. ຫໍພິພິທະພັນແຫ່ງນີ້ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢາມຫຼາຍຄົນ, ກໍ່ຄືສົມກັບຮູບການທ່ອງທ່ຽວມຸ່ງໄປສູ່ກົກເຄົ້າເຫງົ້າກໍຂອງຊາວຫວຽດນາມ.
ຄະນະນັກຂ່າວລາວຢ້ຽມຢາມຫໍພິພິທະພັນຮ່ອງຮອຍສົງຄາມ
(ພາບ: ນັກຂ່າວລາວ)
ຫໍພິພິທະພັນຮ່ອງຮອຍສົງຄາມຕັ້ງຢູ່ເມືອງ 6 ນະຄອນໂຮ່ຈິມິນ. ວັນທີ 4/9/1975, ນະຄອນໂຮ່ຈິມິນ ໄດ້ສ້າງຕັ້ງ “ຫ້ອງວາງສະແດງໂທດກຳຂອງອາເມລິກາ ແລະ ຮຸ່ນໄຊງ່ອນ“, ຮອດວັນທີ 4/7/1995 ປ່ຽນຊື່ເປັນຫໍພິພິທະພັນຮ່ອງຮອຍສົງຄາມຄືທຸກວັນນີ້. ຫໍພິພິທະພັນຮ່ອງຮອຍສົງຄາມໄດ້ຮຽບຮຽງ, ເກັບຮັກສາ ແລະ ວາງສະແດງບັນດາວັດຖຸພັນ, ຮູບພາບ, ເອກະສານກ່ຽວກັບຮ່ອງຮອຍ ແລະ ຜົນຮ້າຍຢ້ອນຫຼັງຈາກສົງຄາມຄັ້ງຕ່າງໆໂດຍພວກຮຸກຮານກໍ່ຂຶ້ນສຳລັບຫວຽດນາມ ແລະ ຫໍພິພິທະພັນຮ່ອງຮອຍສົງຄາມຍັງສະແດງບັນດາພະຍານຫຼັກຖານວິລະຊົນຂອງ ປຊຊ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດເຫ່ງຊາດ, ປົກປັກຮັກສາປະເທດຊາດ. ທ່ານນາງຮິງຫງອກເວິນ, ຜູ້ອຳນວຍການຫໍພິພິທະພັນຮ່ອງຮອຍສົງຄາມໃຫ້ຮູ້ວ່າ: ປະຈຸບັນ, ຫໍພິພິທະພັນໄດ້ເກັບຮັກສາວັດຖຸພັນ, ເອກະສານ, ຮູບພາບ, ຟິມຮູບເງົາກ່ວາ 20.000 ສິນ ແລະ ກາຍເປັນສະຖານທີ່ວັດທະນະທຳທ່ອງທ່ຽວທີ່ສ້າງຄວາມດຶງດູດທີ່ສຸດ. ທ່ານນາງເວິນ ຫວນຄືນວ່າ:
“ຫໍພິພິດທະພັນໄດ້ເປີດປະຕູນັບແຕ່ວັນທີ 4/9/1975, ມາຮອດປະຈຸບັນ, ພື້ນຖານດ້ານວັດຖຸຂອງຫໍພິພິທະພັນແມ່ນທັນສະໄໝ ແລະ ໃຫ່ຍໂຕໂອຖົງພໍສົມຄວນ. ໄລ່ສະເພາະແຕ່ປີ 2012, ມີແຂກມາຢ້ຽມຊົມ 700.000 ເທື່ອຄົນ. ສະເລ່ຍແຕ່ລະມື້, ຫໍພິພິຕະພັນຕ້ອນຮັບແຂກມາຢ້ຽມຊົມ 2000 ເທື່ອຄົນ , ໃນນັ້ນສ່ວນຫຼາຍແມ່ນແຂກສາກົນ “
ມິດຕັດຄໍ
(ພາບ: baotangchungtichchientranh.vn)
ຫໍພິພິທະພັນຮ່ອງຮອຍສົງຄາມໄດ້ຮັບການກໍ່ສ້າງໃໝ່ຕາມຮູບແບບສະຖາປັດຕະຍາກຳພິເສດສະເພາະ, ມີບັນດາເຂດສະແດງວັດຖຸພັນທີ່ມີຄ່າ, ໃນນັ້ນມີບັນດາຫ້ອງວາງສະແດງກ່ຽວກັບສົງຄາມຢູ່ເຂດຊາຍແດນທິດຕາເວັນຕົກຂອງພາກໃຕ້ຫວຽດນາມ, ສົງຄາມປົກປັກຮັກສາເຂດຊາຍແດນທາງພາກເໜືອ. ພິເສດໃນຫ້ອງວາງສະແດງທີ່ມີຊື່ວ່າ “ຫວນຄືນອະດີດຕະການ“ ໄດ້ແນະນຳບັນດາວັດຖຸພັນກ່ຽວກັບອະນຸສອນແຫ່ງໄລຍະສົງຄາມ, ການເສຍສະຫຼະ, ຄວາມເສຍຫາຍຂອງກອງທັບ ແລະ ປະຊາຊົນ ເຮັດໃຫ້ຜູ້ຊົມທຸກຄົນລ້ວນແຕ່ຮູ້ສຶກຕື້ນຕັນໃຈ.
ຄະນະນັກຂ່າວລາວຢ້ຽມຢາມຫໍພິພິທະພັນຮ່ອງຮອຍສົງຄາມ
(ພາບ: ນັກຂ່າວລາວ)
ນອກຈາກເຂດເຮືອນຕຶກຫຼັງໃຫ່ຍແລ້ວ, ຫໍພິພິທະພັນຮ່ອງຮອຍສົງຄາມຍັງມີເຂດແນະນຳກ່ຽວກັບຄອກເສືອ (ຄຸກ) 2 ແຫ່ງທີ່ກ້ວາງ 2 ແມັດ, ຍາວ 1,6 ແມັດ, ສູງ 1,8 ແມັດ ເຊິ່ງແມ່ນແຫ່ງຄຸມຂັງນັກໂທດການເມືອງ. ພິເສດຢູ່ທີ່ນີ້ຍັງມີມິດຕັດຄໍທີ່ຜະລິດແຕ່ສະໄໝລ່າເມືອງຂຶ້ນຝະລັ່ງ, ເຊິ່ງອຳນາດການປົກຄອງໂງດິ່ງຢ້ຽມ ເຄີຍໃຊ້ເພື່ອປະຫານຊີວິດນັກຮົບກອມມູນິດຫຼາຍຄົນ. ເມື່ອເຂົ້າຢ້ຽມຊົມເຂດນີ້ຈຶ່ງເຫັນໄດ້ການເສຍສະຫຼະ, ຄວາມອົງອາດກ້າຫານຂອງນັກຮົບປະຕິວັດໃນໄລຍະສົງຄາມ. ນາງຫງວຽດເຊືອງ, ຜູ້ແນະນຳຢູ່ຫໍພິພິທະພັນຮ່ອງຮອຍສົງຄາມເວົ້າວ່າ:
“ຄອກເສືອນີ້ແມ່ນ 1 ໃນຈຳນວນ 120 ແຫ່ງຊື່ງຫໍພິພິທະພັນຮ່ອງຮອຍສົງຄາມ ໄດ້ຟື້ນຟູຄືນໃໝ່. ມັນບໍ່ໄດ້ໃຊ້ເພື່ອລ້ຽງເສືອ ຫາກອາເມລິກາ ແລະ ອຳນາດການປົກຄອງລະບອບເກົ່າໃຊ້ເປັນບ່ອນຄຸມຂັງພິເສດນັກໂທດປະຕິວັດ ແລະ ຊາວຫວຽດນາມ ຜູ້ຮັກຊາດ“.
ຫໍພິພິທະພັນຮ່ອງຮອຍສົງຄາມ ຍາມໃດກໍ່ໄດ້ຮັບການຄັກເລືອກເປັນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວດີເດັ່ນໃນລາຍການ “100 ສິ່ງພິເສດຂອງນະຄອນໂຮ່ຈິມິນ“ ແລະ ກໍ່ແມ່ນຫໍພິພິທະພັນແຫ່ງດຽວຂອງຫວຽດນາມ ຖືກນຳເຂົ້າລະບົບຫໍພິພິທະພັນເພື່ອສັນຕິພາບ 60 ແຫ່ງຂອງອົງການວິທະຍາສາດ ແລະ ສຶກສາຂອງ ສປຊ UNESSCO. ອ້າຍ Taka Mura ແຂກທ່ອງທ່ຽວຊາວຍີ່ປຸ່ນ, ແບ່ງປັນວ່າ:
“ເມື່ອເຂົ້າຢ້ຽມຊົມຫໍພິພິທະພັນຮ່ອງຮອຍສົງຄາມ, ຂ້າພະເຈົ້າມີຄວາມຮູ້ສຶກວ່າ, ສົງຄາມໄດ້ກໍ່ຜົນຮ້າຍຢ້ອນຫຼັງອັນໜັກໜ່ວງທີ່ສຸດໃຫ້ແກ່ ປຊຊ ຫວຽດນາມ, ໂດຍສະເພາະແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົມ. ເມື່ອຊົມເບິ່ງເອກະສານ, ຮູບພສບ, ວັດຖະພັນທີ່ວາງສະແດງຢູ່ຫໍພິພິທະພັນແຫ່ງ, ແຂກທ່ອງທ່ຽວຕ່າງປະເທດ ແລະ ຫວຽດນາມຜູ້ໃດກໍ່ຮູ້ສຶກຕື້ນຕັນໃຈ“
ເຖິງວ່າສົງຄາມໄດ້ລ່ວງເລີຍໄປແລ້ວ ແລະ ປຊຊ ຫວຽດນາມ ພວມບື່ນຕົວຂຶ້ນເພື່ອສ້າງຊີວິດໃໝ່, ສ້າງສາປະເທດຊາດ. ແຕ່ຫໍພິພິທະພັນຮ່ອງຮອຍສົງຄາມຍັງຄົງແມ່ນແຫ່ງທີ່ປຸກລຸກນ້ຳໃຈເພື່ອສັນຕິພາບໃຫ້ແຂກທ່ອງທ່ຽວແຕ່ລະຄົນ ເພື່ອມຸ່ງໄປສູ່ອະນາຄົດທີ່ສົດໃສກ່ວາ./.