(VOVWORLD) -ປັດຈຸບັນ, ແຂວງ ເຊີນລາ ມີ 18 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະຊົນເຜົ່າ ກໍລ້ວນແຕ່ມີຮີດຄອງປະເພນີທີ່ແຕກຕ່າງກັນ, ຕາມນັ້ນແລ້ວ, ຊຸດອາພອນກໍມີບັນດາເອກະລັກສະເພາະ ດ້ວຍສີສັນລວດລາຍທີ່ເປັນເອກກະລັກພິເສດ. ສຳລັບຊາວຊົນເຜົ່າ ຢູ່ແຂວງ ເຊີນລາ ເກືອບທັງໝົດ, ຊຸດອາພອນປະຈຳເຜົ່າ ແມ່ນໜຶ່ງໃນບັນດາປັດໄຈທີ່ສ້າງເປັນສີສັນວັດທະນະທຳຂອງເຜົ່າຕົນ. ຊຸດອາພອນ ທັງແມ່ນເຄື່ອງໝາຍທໍາອິດ ເພື່ອຮູ້ຈັກເຖິງ, ທັງເປັນການສ່ອງແສງເຖິງດ້ານເສດຖະກິດ, ສັງຄົມຂອງເຂດຊົນເຜົ່າ ແລະ ກໍ່ເປັນການຢັ້ງຢືນເຖິງຂີດໝາຍປະຫວັດສາດແຫ່ງຍຸກສະໄໝຂອງເຜົ່າພັນຕ່າງໆ.
ຜູ້ໃດທີ່ເຄີຍໄປຢ້ຽມຢາມເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໝືອຂອງ ຫວຽດນາມ) ກໍຕົກຕະລຶງຕໍ່ກັບຮູບຊົງຂອງບັນດາແມ່ຍິງເຜົ່າຜູ້ໄທ ໃນຊຸດອາພອນປະຈຳເຜົ່າ ດ້ວຍເສື້ອກ້ອມ, ສິ້ນສີດຳ ແລະ ຜ້າປຽວ (ແພຄຽນຫົວ) ເຊິ່ງໄດ້ປຽບເຫມືອນດອກບານທີ່ສວຍສົດງົດງາມ. ນັບແຕ່ຄາວຍັງນ້ອຍ, ແມ່ຍິງຊາວເຜົ່າຜູ້ໄທ ກໍໄດ້ຮຽນວິທີຮັດແພຮັດແອວ ເພື່ອໃຫຍ່ຂຶ້ນມາ ຈຶ່ງມີຮູບຮ່າງແອວກິ່ວ. ຍ້ອນແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ບໍ່ວ່າຢູ່ໃນເກນອາຍຸໃດກໍລ້ວນແຕ່ມີຮູບຮ່າງທີ່ສະໝ່ຳສະເໝີ ແລະ ຍິ່ງມີຄວາມໂດດເດັ່ນກວ່າເມື່ອນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ເພື່ອໃຫ້ມີຊຸດອາພອນທີ່ດຶງດູດຕະການຕາຄືແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ຕ້ອງໄດ້ປະສົມປະສານຄວາມລະອຽດລະອໍແຕ່ລະຢ່າງໃຫ້ຄ່ອງແຄ້ວ, ຄຽງຄູ່ກັນນັ້ນ ສີສັນ, ຮູບແບບລວດລາຍ ຫຼື ເຄື່ອງປະດັບກໍຕ້ອງມີຫຼາຍຮູບຫລາຍແບບທີ່ສຸດ, ເໝາະສົມກັບເອກະລັກພິເສດສຳລັບຊາວໄທຂາວ ແລະ ໄທດຳ. ເອື້ອຍ ລໍ່ທິອ໋ຽນ, ຊາວເຜົ່າຜູ້ໄທ, ເມືອງ ມົກເຈົາ, ແຂວງ ເຊີນລາ ແບ່ງປັນວ່າ:
“ດ້ວຍຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າຜູ້ໄທ, ສະນັ້ນ ເມື່ອໂອກາດວັນບຸນເຕັດ ຫຼື ງານບຸນຕ່າງໆວຽນມາ, ພວກຂ້າພະເຈົ້າກໍພ້ອມກັນນຸ່ງບັນດາຊຸດອາພອນປະຈຳເຜົ່າຂອງຕົນ. ສຳລັບຊົນເຜົ່າຜູ້ໄທ, ຈຸດທີ່ເອກອ້າງທະນົງໃຈທີ່ສຸດຂອງບັນດາແມ່ຍິງ ນັ້ນແມ່ນ ເສື້ອກ້ອມ ແລະ ສິ້ນ. ພິເສດ, ຈຸດສຳຄັນທີ່ບໍ່ອາດຂາດໄດ້ ເຊິ່ງໄປຄຽງຄູ່ກັນກັບຊຸດອາພອນ ນັ້ນແມ່ນ ຜ້າປຽວ (ແພຄຽນຫົວ). ຍາມໃດ ຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈ ຍ້ອນໄດ້ເກີດມາເປັນຄົນຊາວເຜົ່າຜູ້ໄທ”.
ຜູ້ຍິງຊາວເຜົ່າໄທຢູ່ແຂວງເຊີນລາ ຊຸດອາພອນປະຈຳເຜົ່າ ກັບເສື້ອກ້ອມ, ສິ້ນສີດຳ ແລະ ຜ້າປຽວ
(ພາບ:VnExpress)
|
ເມື່ອໄປຢ້ຽມຢາມເຂດ ໄຕບັກ ໃນ 3 ເດືອນຕົ້ນປີຂອງທຸກປີ, ແຂກທ່ອງທ່ຽວຈະພົບເຫັນສີສັນຫລາກຫລາຍໃນບັນດາຊຸດອາພອນປະຈຳເຜົ່າຢູ່ເຂດພູສູງແຫ່ງນີ້.
ແຕ່ສຳລັບຊາວເຜົ່າເມື່ອງແລ້ວ, ຊຸດອາພອນຂອງແມ່ຍິງຊາວເຜົ່ານີ້ ບໍ່ມີສີສັນຫຼາກຫຼາຍປານໃດ ແຕ່ມີຄວາມສະຫງ່າຜ່າເຜີຍ ສະ ແດງໃຫ້ເຫັນເຖິງຄວາມຊື່ສັດບໍລິສຸດ, ສຸພາບ ແລະ ມີຄວາມລະອຽດອ່ອນທີ່ສຸດ. ຊຸດອາພອນປະຈຳເຜົ່າລວມມີ ແພຄຽນຫົວ ເຊິ່ງເຮັດດ້ວຍແພສີຂາວ ເປັນຮູບສີ່ແຈສາກ. ຊຸດອາພອນຂອງແມ່ຍິງ ເຜົ່າເມື່ອງ ຢູ່ ເຊີນລາສ່ວນຫລາຍມີ 2 ສີ ຄື ສີໝາກຄໍ້ ແລະ ສີຂາວ. ເສື້ອປັນ (ເສື້ອສັ້ນ) ມີຜືນເສື້ອສັ້ນຕັ້ງແອວ, ຄໍເສື້ອແຈກລົງໜ້າເອິກ, ແຂນເສື້ອຍາວ. ທາງໃນແມ່ນປະເພດເສື້ອອ້ຽມ ພ້ອມກັບຫົວສິ້ນທີ່ພົ້ນຂຶ້ນຢູ່ລະຫວ່າງເສື້ອສັ້ນຂອງປ່ຽງນັ້ນ. ຈຸດເນັ້ນຂອງຊຸດອາພອນແມ່ນຢູ່ຫົວສິ້ນ ແລະ ຂອບສິ້ນ. ໄປຄຽງຄູ່ກັບສິ້ນແມ່ນຊຸດສ່າຕິກທີ່ເຮັດດ້ວຍເຄື່ອງເງິນ ໄດ້ເອົາມາໃສ່ສະໂພກຈາກທາງຫຼັງມາຫາທາງໜ້າ (ຊຸດສ່າຕິກນີ້ ໄດ້ໃສ່ພຽງແຕ່ໃນມື້ວັນບຸນເທົ່ານັ້ນ). ພິເສດ ໃນຊຸດອາພອນຂອງແມ່ຍິງ ເຜົ່າເມື່ອງ ແມ່ນມີແພສີຂາວຄຽນໃສ່ຫົວ. ຊາວເຜົ່າເມື່ອງ ມີຄວາມສຳນຶກກ່ຽວກັບແພສີຂາວ ປຽບເຫມືອນດັ່ງຄວາມບໍລິສຸດຜຸດຜ່ອງ, ຍອດຍິ່ງຂອງແມ່ຍິງ . ເອື້ອຍ ບຸ່ຍທິຖູຍເຢືອງ, ຊາວເຜົ່າເມື່ອງ, ເມືອງ ຟູ່ອຽນ ແບ່ງປັນວ່າ:
“ຊຸດອາພອນຂອງຊົນເຜົ່າເມື່ອງ ທຳອິດເບິ່ງຄືລຽບງ່າຍ, ສີສັນກໍເປັນທໍາມະຊາດແຕ່ເມື່ອໄດ້ນຸ່ງເຂົ້າກັບຕົນຕົວແມ່ຍິງແລ້ວ ພັດຍິ່ງເພີ່ມຄວາມງົດງາມ, ສະຫງ່າລາສີໃນຄວາມຜຸດຜ່ອງຂອງແມ່ຍິງເຜົ່າເມື່ອງ ຕື່ມອີກ. ເມື່ອນຸ່ງຊຸດອາພອນປະຈຳເຜົ່າຕົນ ຂ້າພະເຈົ້າກໍຢາກນຳສະເໜີໃຫ້ທຸກຄົນຮູ້ກ່ຽວກັບສີສັນວັດທະນະທຳຂອງຊົນເຜົ່າຕົນ”.
ສຳລັບ 18 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ ແຂວງ ເຊີນລາ ນັ້ນ, ຊາວເຜົ່າ ມົ້ງ ກໍແມ່ນພາກສ່ວນໜຶ່ງຂອງຄວາມເປັນເອກະພາບໃນກຸ່ມກ້ອນມະຫາສາມັກຄີຂອງຊົນເຜົ່າ, ອັນໄດ້ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳບັນດາເຜົ່າຢູ່ ເຊີນລາ ມີຄວາມອຸດົມສົມບູນກວ່າອີກ. ຈຸດສະເພາະໃນຊຸດອາພອນຂອງຊົນເຜົ່າ ມົ້ງ ນັ້ນແມ່ນຊຸດອາພອນທີ່ງາມຕາ, ສີສັນແຈ້ງສົດໃສ, ລວດລາຍປະດັບປະດາກໍມີເອກະລັກສະເພາະ. ຊຸດອາພອນຂອງແມ່ຍິງ ເຜົ່າມົ້ງ ລວມມີ ເສື້ອຄໍແຈກລົງໜ້າເອິກ, ສິ້ນ, ສາຍຮັດແອວ ແລະ ແພພັນຂາ. ຄໍເສື້ອດ້ານໜ້າແຈກລົງເປັນຮູບຕົວວີ ( V ), ແຂນເສື້ອ 2 ເບື້ອງໄດ້ຖັກແສ່ວລວດລາຍຕາມລວງຂວາງ ດ້ວຍສີສັນຕ່າງໆ. ນີ້ແມ່ນບ່ອນທີ່ມີລວດລາຍຫຼາຍທີ່ສຸດ ເຊິ່ງເຮັດໃຫ້ເສື້ອຂອງຊາວເຜົ່າມົ້ງມີຄວາມໂດດເດັ່ນງາມຕາ. ສິ້ນຂອງແມ່ຍິງ ເຜົ່າມົ້ງ ແມ່ນປະເພດສິ້ນມີຫລາຍສີ ກັບການອອກແບບທີ່ອ່ອນໂຍນ ແລະ ນຸ້ມນວນຄືດັ່ງກີບດອກໄມ້. ຜືນສິ້ນແມ່ນສີຄາມມີຮູບລວດລາຍທີ່ໄດ້ຖັກແສ່ວ, ພິມດ້ວຍສີສັນທີ່ໜ້າຈັບໃຈ.
ຊຸດອາພອນປະຈໍາເຜົ່າຂອງຊາວເຜົ່າມົ້ງ (ພາບ:baosonla.org.vn) |
ກໍ່ເຊັ່ນດຽວກັນກັບເຜົ່າສ່ວນໜ້ອຍອື່ນໆ, ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ກຶມມຸ ກໍມີບັນດາຈຸດທີ່ໄດ້ຮັບຜົນສະທ້ອນຈາກຊາວເຜົ່າ ຜູ້ໄທ, ລວມມີ ຜ້າປຽວ (ແພຄຽນຫົວ), ເສື້ອກ້ອມດຳ, ແພຮັດແອວ, ສິ້ນທີ່ເຮັດດ້ວຍແພສີດຳ. ແຕ່ມີບາງຈຸດແຕກຕ່າງທີ່ອາດພົບເຫັນໃນຊຸດອາພອນປະຈຳເຜົ່ານີ້ແມ່ນ ວິທີພັນແພຂອງຊາວເຜົ່າ ກຶມມຸ. ລວດລາຍຢູ່ຜືນສິ້ນຂອງຊາວເຜົ່າ ກຶມມຸ ກໍສະແດງໃຫ້ເຫັນເຖິງການມີຫົວຄິດປະດິດສ້າງ, ເປັນເອກະລັກພິເສດດ້ວຍບັນດາການເຮັດເປັນຮູບດວງຕາເວັນ, ຮູບເດືອນ, ໂຕກວາງ, ໂຕຟານ, ນົກຍຸງ, ໄກ່ຟ້າ, ບັນດາດອກສະໝູນໄພ, ດອກກ້ວຍໄມ້… ສະນັ້ນ ຊຸດອາພອນຂອງຊາວເຜົ່າ ກຶມມຸ ຈຶ່ງມີລັກສະນະປະສົມປະສານກັນຢ່າງກົມກຽວໃນການອວດອ້າງຄວາມງາມຂອງພູຜາປ່າໄມ້ເຂດ ໄຕບັກ.
ຊຸດອາພອນຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຖືວ່າ ແມ່ນສິ່ງທີ່ບົ່ງບອກ, ແມ່ນຈຸດວັດທະນະທຳຂອງເຜົ່າພັນ, ທ່ານ ຟ້າມກວັກແຄ້ງ ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ, ເນັ້ນໜັກວ່າ:
“ຊຸດອາພອນປະຈຳບັນດາເຜົ່າ ແມ່ນມໍລະດົກວັດທະນະທຳທີ່ຄົງຕົວມາຫຼາຍລຸ້ນຄົນ, ແມ່ນສານຂອງອະດີດຕະການທີ່ປະໄວ້ໃຫ້ລຸ້ນຄົນປັດຈຸບັນ, ການຮັກສາ ແລະ ອະນຸລັກຊຸດອາພອນປະຈຳເຜົ່າ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ. ຊຸດອາພອນປະຈຳເຜົ່າຈະຍັງຄົງຮ່ວມເດີນທາງພ້ອມກັບມະນຸດໄປອີກດົນນານ ແລະ ກາຍເປັນສິ່ງທີ່ບໍ່ອາດຂາດໄດ້ໃນຊີວິດສັງຄົມ”.
ອາດເວົ້າໄດ້ວ່າ, ໃນການເຮັດຊຸດອາພອນປະຈຳເຜົ່າໃຫ້ສຳເລັດນັ້ນ, ແຕ່ລະຊົນເຜົ່າກໍລ້ວນແຕ່ມີມາດຖານສະເພາະກ່ຽວກັບຄວາມງາມກັບການອະນຸລັກ ແລະ ເສີມຂະຫຍາຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າ. ແຕ່ລະລວດລາຍ ລ້ວນແຕ່ແມ່ນເລື່ອງລາວກ່ຽວກັບໂລກະທັດ ແລະ ສະແດງເຖິງຄວາມມຸ່ງຫວັງເຖິງສິ່ງທີ່ດີງາມ ແລະ ສູງສົ່ງຂອງແຕ່ລະຊົນເຜົ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ ສີສັນວັດທະນະທຳບັນດາເຜົ່າເຂດ ໄຕບັກ ເວົ້າລວມ ແລະ ຂອງແຂວງ ເຊີນລາ ເວົ້າສະເພາະ ມີຄວາມອຸດົມສົມບູນຕື່ມອີກ.