(VOVWORLD) -ເຖິງວ່າ ມີ ອາຍຸ 74 ປີແລ້ວກໍ່ຕາມ, ແຕ່ລຸງ ໂຮ່ວັນເສິມ ຢູ່ບ້ານ ນ່າຫະ 2, ຕາແສງ ຈ່ຽງມຸງ, ເມືອງ ມາຍເຊີນ, ແຂວງ ເຊີນລາ ຍັງມີຄວາມກະຕືລືລົ້ນຕໍ່ກັບອາຊີບລ້ຽງເຜິ້ງທີ່ສຸດ. ປັດຈຸບັນ ລຸງ ເສິມ ພວມລ້ຽງ ແລະ ດູແລຝູງເຜິ້ງ ກວ່າ 1.000 ຝູງ ສ້າງລາຍຮັບເປັນຕື້ທຸກປີ. ບົດຂຽນຂອງນັກຂ່າວ ຮວ່າງລອງ ປະຈຳເຂດຕາເວັນຕົກສ່ຽງເໜືອ ທີ່ມີຫົວຂໍ້ວ່າ ຊາວ ກະສິກອນອາວຸໂສແຂວງ ເຊີນລາ ລ້ຽງເຜິ້ງ ສ້າງລາຍຮັບນັບເປັນຕື້ໃນທຸກປີ.
ພວກຂ້າພະເຈົ້າພົບລຸງ ໂຮ່ວັນເຊິມ ໃນຂະນະທີ່ລຸງພວມຄ່ອຍໆກວດກາເບິ່ງຮັງເຜິ້ງ. ເປັນໜ້າແປກໃຈ ໃນຂະນະນັ້ນ ແມ່ນມີເຜິ້ງເປັນພັນໆໂຕພວມບິນວື່ໆຢູ່ທາງຂ້າງ ເພື່ອປົກປ້ອງຮັງຂອງມັນ, ແຕ່ລຸງ ເສີມ ບໍ່ນຸ່ງເຄື່ອງປ້ອງກັນຫຍັງໝົດ, ລຸງນຸ່ງພຽງແຕ່ຊຸດເຄື່ອງນຸ່ງທຳມະດາເທົ່ານັ້ນ, ລຸງຍິ້ມຫົວ ແລະ ເວົ້າວ່າ: ຍ້ອນລຸງໄດ້ ລ້ຽງ ແລະ ດູແລຝູງເຜິ້ງນີ້ມາເປັນເວລາດົນແລ້ວ, ສະນັ້ນ ພວກມັນຈິ່ງມີຄວາມລື້ງເຄີຍ, ຈະບໍ່ທຳຮ້າຍຜູ້ທີ່ລ້ຽງ ແລະ ດູແລພວກມັນ.
ທ່ານ ໂຮ່ວັນເສິມ ກວດກາຮັງເຜິ້ງ |
ເມື່ອແນມເບິ່ງຮັງເຜິ້ງເປັນຈຳນວນຫຼວງຫຼາຍຢູ່ໃນສວນ, ລຸງ ເສິມ ໃຫ້ຮູ້ຕື່ມວ່າ: ປີ 1965, ພາຍຫຼັງຮຽນຈົບ ຈາກໂຮງຮຽນກະສິກຳປ່າໄມ້ຊັ້ນກາງ ແລ້ວ, ລຸງໄດ້ມີຄວາມຫ້າວຫັນອາສາສະໝັກຂຶ້ນໄປແຂວງ ເຊີນລາ ເພື່ອສ້າງອາຊີບ ແລະ ນັບແຕ່ນັ້ນມາ ກໍເລີ່ມມີຊິນກັບເຜີ້ງ, ຍ້ອນວ່າ ໃນປີນັ້ນ, ແຂວງ ເຊີນລາ ໄດ້ຕັດສິນໃຈສ້າງຕັ້ງຟາມຄົ້ນຄວ້າທົດລອງລ້ຽງເຜິ້ງຂຶ້ນ. ທຳອິດ ຄົ້ນຄວ້າພຽງແຕ່ແນວພັນເຜິ້ງທີ່ອາໄສຢູ່ຕາມທຳມະຊາດໃນບໍລິເວນແຂວງ ໂດຍນຳເອົາແນວພັນເຜິ້ງມາ ແລະ ລ້ຽງໃນຮັງໄມ້, ເຖິງວ່າແນວພັນເຜິ້ງນີ້ຈະນຳມາໃຫ້ຜະລິດຕະພັນທີ່ມີຄຸນນະພາບດີກໍຕາມ ແຕ່ມີສະມັດຕະພາບຕ່ຳ ແລະ ບໍ່ເປັນປົກກະຕິ. ຮອດປີ 1981, ລຸງ ເສິມ ເປັນຜູ້ນຳເອົາແນວພັນເຜິ້ງ ອີຕາລີ ເຂົ້າມາລ້ຽງຢູ່ແຂວງ ເຊີນລາ ໂດຍກົງ. ເມື່ອຫັນປ່ຽນກົນໄກ, ສ້າງຕັ້ງ ບໍລິສັດ ເຜິ້ງ ເຊີນລາ, ຮອດປີ 1993 ການດຳເນີນທຸລະກິດຂອງບໍລິສັດຖືກຫລຸບທຶນ ແລະ ຕ້ອງຍຸບເລີກ, ແຕ່ລຸງ ເສິມ ຍັງມີຄວາມຕັດສິນໃຈຕໍ່ອາຊີບລ້ຽງເຜິ້ງ, ລົງທຶນເຮັດສວນລ້ຽງເຜິ້ງຂອງຄອບຄົວ ດ້ວຍຝູງເຜິ້ງ 7 ຝູງເທົ່ານັ້ນ, ປະສົບກັບຄວາມຫຍຸ້ງຍາກ ຫລາຍ ແລະ ລາຍຮັບພັດບໍ່ໄດ້ພໍເທົ່າໃດ. ລຸງ ເສິມ ແບ່ງປັນວ່າ:
“ຄວາມຫຍຸ້ງຍາກທຳອິດ ແມ່ນຍັງບໍ່ທັນກຳໄດ້ເຖິງກົດເກນຂອງເຜິ້ງ, ທີສອງ ແມ່ນກົດເກນສະພາບດິນຟ້າອາກາດຂອງແຂວງ ເຊີນລາ, ທີສາມ ແມ່ນກົດເກນການເບັ່ງບານຂອງດອກໄມ້ຢູ່ແຂວງ ເຊີນລາ. ການລ້ຽງເຜິ້ງນີ້ ພວກເຮົາຕ້ອງຮູ້ໄດ້ແຈ້ງເຖິງກົກເຄົ້າຂອງມັນ, ທີສອງ ແມ່ນຮູ້ແຈ້ງເຖິງແຫຼ່ງເກສອນ ໃນແຕ່ລະປີ ມີຈັກລະດູ, ຢູ່ໃສ, ແລະ ຢູ່ທ້ອງຖິ່ນໃດ”.
ຈາກຝູງເຜິ້ງ 7 ຝູງ, ລຸງ ໂຮ່ວັນເສິມ ໄດ້ຕັ້ງໜ້າຊອກຮູ້ຮ່ຳຮຽນ, ສະສົມປະສົບການ, ເຕັກນິກ, ເກັບກຳຈຸດພິເສດດ້ານຊີວະສາດຂອງແນວພັນເຜິ້ງ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນແຕ່ລະຈຸດເວລາ, ແຫຼ່ງດອກໄມ້, ດິນຟ້າອາກາດ. ຜ່ານໄລຍະກວ່າ 50 ປີ ທີ່ຕິດພັນກັບອາຊີບລ້ຽງເຜິ້ງ, ມາຮອດປັດຈຸບັນ ຄອບຄົວຂອງລຸງ ເສິມ ໄດ້ມີຝູງເຜິ້ງກວ່າ 1.000 ຝູງ, ຂະຫຍາຍອອກໄປທັງຢູ່ພາຍໃນ ແລະ ຕ່າງແຂວງ, ເຊິ່ງໃຫ້ຜົນການເກັບກູ້ເປັນຜະລິດຕະພັນຕ່າງໆຈາກເຜິ້ງ ຄື ນ້ຳເຜີ້ງ, ເກສອນເຜິ້ງ, ອາຫານເສີມຈາກເຜິ້ງ, ຂີ້ເຜິ້ງ, ພິດເຜິ້ງ, ລູກອ່ອນຂອງເຜິ້ງ, ນົມເຜິ້ງ… ທີ່ມີຄຸນນະພາບດີ. ແຕ່ລະປີ ລວມຍອດລາຍຮັບກວ່າ 1,5 ຕື້ ດົ່ງ. ລຸງ ໂຮ່ວັນເສິມ ໃຫ້ຮູ້ວ່າ:
“ອ້າຍນ້ອງຂ້າພະເຈົ້າ ກໍສະເໜີວ່າ ຕ້ອງຄົ້ນຄວ້າ, ວາງແຜນ ແລະ ເຊື່ອມຕໍ່ກັບບັນດາຄອບຄົວນຳກັນ, ກາຍເປັນກຸ່ມຜະລິດສະເພາະສິນຄ້າທີ່ມີຄຸນນະພາບສູງ, ເພື່ອໃຫ້ພວກເຮົາສາມາດລົບລ້າງໄດ້ບັນດາພື້ນຖານການຜະລິດສິນຄ້າທີ່ບໍ່ບັນລຸມາດຖານ ແລະ ສຸມໃສ່ຮັບໃຊ້ຕະຫລາດພາຍໃນ ແລະ ສົ່ງອອກ ລ້ວນແຕ່ຕ້ອງຮັບປະກັນຄຸນນະພາບສູງ, ຮັບປະກັນເຄື່ອງໝາຍການຄ້າ ນ້ຳເຜິ້ງເຊີນລາ”.
ບັນດາຜະລິດຕະພັນຈາກເຜິ້ງຂອງຄອບຄົວລຸງ ເສິມ ມີກິ່ນຫອມພິເສດຂອງພູຜາປ່າໄມ້, ໄດ້ສົ່ງໄປຂາຍຢູ່ຫຼາຍບ່ອນໃນທົ່ວປະເທດ ດ້ວຍລາຄາທີ່ເໝາະສົມ, ຂຶ້ນກັບແຕ່ລະລະດູການ ຄື: ນ້ຳເຜິ້ງ ມີລາຄາຂາຍແຕ່ 150.000 – 300.000 ດົງ/ລິດ; ນົມເຜິ້ງ ມີລາຄາແຕ່ 1.200.000 – 1.500.000 ດົງ/Kg… ສະນັ້ນ ຈຶ່ງໄດ້ຮັບຄວາມນິຍົມຈາກລູກຄ້າທີ່ສຸດ. ອ້າຍ ຫງວຽນແທ່ັງລອງ ຢູ່ຕາແສງ ຈ່ຽງເລ່, ນະຄອນ ເຊີນລາ ໃຫ້ຮູ້ວ່າ:
“ນ້ຳເຜິ້ງຂອງລຸງ ເສິມ ຢູ່ແຂວງ ເຊີນລາມີກິ່ນຫອມ ແລະ ເປັນທຳມະຊາດທີ່ສຸດ. ໝູ່ເພື່ອນຂ້າພະເຈົ້າມັກຫາຊື້ໃຫ້, ຝາກເມືອບ້ານ ທຸກຄົນກໍມີຄຳເຫັນວ່າ ແຊບທີ່ສຸດ ແລະ ເປັນຂອງທຳມະຊາດແທ້ໆ, ສະນັ້ນ ຈຶ່ງເຮັດໃຫ້ມີຫລາຍຄົນມາຊື້”.
ນອກຈາກຄອບຄົວຂອງລຸງ ໂຮ່ວັນເສິມ ແລ້ວ, ປັດຈຸບັນ ຢູ່ທົ່ວແຂວງ ເຊີນລາ ມີກວ່າ 1.000 ຄອບຄົວລ້ຽງເຜິ້ງ. ນີ້ບໍ່ແມ່ນອາຊີບໃໝ່, ແຕ່ຖ້າມີຄວາມອົດທົນ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີໄດ້ເປັນຢ່າງດີ ກໍຈະນຳມາເຊິ່ງປະສິດທິຜົນ ລາຍຮັບທີ່ສູງໃຫ້ແກ່ຊາວກະສິກອນ. ຍ້ອນແນວນັ້ນ, ຄອບຄົວຂອງລຸງ ໂຮ່ວັນເສິມ ກໍຄືຄອບຄົວລ້ຽງເຜິ້ງອື່ນໆ ກໍພວມຕັ້ງໜ້າພ້ອມກັບບັນດາອົງການວິຊາສະເພາະ ນຳໃຊ້ບັນດາວິທີການລ້ຽງເຜິ້ງທີ່ກ້າວໜ້າ, ໜູນຊ່ວຍ, ສ້າງເງື່ອນໄຂເຊິ່ງກັນ ແລະ ກັນ ເພື່ອທະວີຄູນອາຊີບລ້ຽງເຜິ້ງ, ພ້ອມກັນນັ້ນ ກໍຮັບປະກັນສົ້ນອອກໃຫ້ແກ່ຜະລິດຕະພັນຈາກເຜິ້ງໄດ້ເປັນປົກກະຕິ.