(VOVWORLD) -ແບບຢ່າງນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ລາວັນເກົ່າ ທີ່ພົ້ນເດັ່ນຂຶ້ນ ໃນໄລຍະໜຶ່ງ ໄດ້ເຂົ້າສູ່ປະຫວັດສາດ. ເຖິງວ່າໄດ້ກ້າວເຂົ້າສູ່ອາຍຸ 89 ປີແລ້ວກໍ່ຕາມ ແຕ່ນັກວິລະຊົນຂອງກອງທັບປະຊາຊົນ ຫວຽດນາມ ຍັງມີຄວາມສຳນຶກວ່າ ຕາບໃດຍັງມີຊີວິດ, ທ່ານກໍ່ຍັງມີຄວາມຫວັງຢາກອຸທິດສ່ວນໃຫ້ແກ່ປະເທດຊາດ. ທ່ານໄດ້ຮັບການເຊີດຊູ ແມ່ນໜຶ່ງໃນຈຳນວນພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫຼວງໃນປີ 2019
ການນຳນະຄອນຫຼວງຮ່າໂນ້ຍມອບນາມມະຍົດ ພົນລະເມືອງດີເດັ່ນນະຄອນຫຼວງໃຫ້ແກ່ນັກວິລະຊົນ ລາວັນເກົ່າ |
ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ລາວັນເກົ່າ ມີຊື່ແທ້ວ່າ ເຊີ່ມຟຸກເຮືອງ ເກີດປີ 1931 ແມ່ນຊາວເຜົ່າໄຕ ບ້ານເກີດຢູ່ແຂວງ ກາວບັງ. ທ່ານແມ່ນນາຍທະຫານຂອງກອງທັບປະຊາຊົນ ຫວຽດນາມ ຖືຍົດພັນເອກ ແລະ ໄດ້ຮັບຫຼຽນໄຊຄຳຊອບຊັ້ນສອງ, ຊັ້ນສາມ ແລະ ຫຼຽນໄຊຕໍ່ຕ້ານຊັ້ນໜຶ່ງ. ຄາວອາຍຸ 17ປີ, ລາວັນເກົ່າ ໄດ້ເຂົ້າຖັນແຖວກອງທັບ, ເຂົ້າຮ່ວມການສູ້ຮົບໃນກອງຮ້ອຍ 671, ໃນກອງພັນໃຫຍ່ 674, ກອງພົນໃຫຍ່ 316 ແລະ ທ່ານໄດ້ສ້າງວິລະກຳຫຼາຍຢ່າງ ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງເຂົ້າມາຮຸກຮານ. ໃນບັ້ນບຸກໂຈມຕີ ດົງເຄ ຂອງບັ້ນຮົບຊາຍແດນ ລະດູໃບໄມ້ຫຼົ່ນ ຕໍ່ລະດູໜາວປີ 1950, ເຖິງວ່າຖືກສັດຍິງຖືກແຂນເບື້ອງໜຶ່ງ, ແຕ່ ລາວັນເກົ່າ ໄດ້ກ້າຫານເພິ່ງຄວາມຊ່ວຍຈາກເພື່ອນຮ່ວມກົມກອງ ຕັດແຂນເບື້ອງນັ້ນອອກ ເພື່ອສະດວກໃນການສືບຕໍ່ສູ້ຮົບ. ພັນເອກ ລາວັນເກົ່າ ເລົ່າຄືນສູ່ຟັງວ່າ:
“ປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ໄດ້ຊີ້ນຳບັນຊາພວກຂ້າພະເຈົ້າໂດຍກົງ ເພື່ອເປີດບັ້ນບຸກໂຈມຕີ ດົງເຄ ເພື່ອເປັນການເປີດສາກໃຫ້ແກ່ບັ້ນຮົບລະດູໃບໄມ້ຫຼົ່ນ ຕໍ່ລະດູໜາວປີ 1950. ດົງເຄ ແມ່ນຖານທີ່ໝັ້ນສຳຄັນ ນອນຢູ່ເຄິ່ງກາງລະຫວ່າງສອງແຂວງ ກາວບັງ ແລະ ຫຼ້າງເຊີນ. ສັດຕູຕັ້ງທັບຢູ່ຫັ້ນ ແມ່ນມີພົນທະຫານ ແລະ ອາວຸດຢ່າງຫຼວງຫຼາຍ. ປະທານ ໂຮ່ຈີມິນ ໄດ້ສົ່ງຈົດໝາຍ ລະດົມກຳລັງໃຈໃຫ້ແກ່ພົນທະຫານ ຕ້ອງຕັດສິນໃຈຕີເອົາໄຊຊະນະໃນບັ້ນຮົບ. ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງລະເບີດພົກ. ໜ້າທີ່ຂອງພວກຂ້າພະເຈົ້າ ແມ່ນໂຈມຕີປ້ອມໝັ້ນ. ການບຸກໂຈມຕີຄັ້ງປະຫວັດສາດນີ້ ແມ່ນຖືກປະຕິບັດໃນຕອນເຊົ້າວັນທີ 16 ກັນຍາ ປີ 1950”.
ສະຫຼຸບບັ້ນຮົບຊາຍແດນ ລະດູໃບໄມ້ຫຼົ່ນ ຕໍ່ລະດູໜາວປີ 1950, ທ່ານພົນເອກ ຫວໍງວຽນຢາບ ໄດ້ຍ້ອງຍໍຊົມເຊີຍນັກຮົບໜຸ່ມ ລາວັນເກົ່າ ເຊິ່ງແມ່ນໜຶ່ງໃນບັນດາຄັນທຸງນຳໜ້າ ໃນຂະບວນການດັບສູນສັດຕູ. ລາວັນເກົ່າ ແລະ ນັກຮົບບາງຄົນໄດ້ພົບກັບປະທານ ໂຮ່ຈີມິນ ຢູ່ເຂດຖານທີ່ໝັ້ນ ຫວຽດບັກ. ປີ 1950 ໃນກອງປະຊຸມໃຫຍ່ ນັກຮົບວິລະຊົນ ແຂ່ງຂັນທົ່ວປະເທດຄັ້ງທີໜຶ່ງ, ລາວັນເກົ່າ ໄດ້ຮັບກຽດກາຍເປັນໜຶ່ງໃນນັກຮົບ 7 ຄົນຂອງກອງທັບປະຊາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຮັບນາມມະຍົດ “ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ”. ນາງ ຫງວຽນເຮະຈີ ຢູ່ຮ້າໂນ້ຍ ໄດ້ເວົ້າຄວາມຕື້ນຕັນໃຈວ່າ:
“ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ຮຽນໃນປຶ້ນຕຳລາຮຽນ ກໍ່ເຫັນວ່ານັກວິລະຊົນ ລາວັນເກົ່າ ແມ່ນນັກຮົບທີ່ມີຈິດໃຈກ້າຫານ. ເມື່ອໄດ້ຮັບບາດເຈັບ ລາວໄດ້ເພິ່ງຄວາມຊ່ວຍເຫຼືອຈາກເພື່ອນຮ່ວມກົມກອງ ຕັດແຂນເບື້ອງນັ້ນອອກ ເພື່ອເປັນການສະດວກສືບຕໍ່ສູ້ຮົບປົກປັກຮັກສາປະເທດຊາດ. ໃນຈຳນວນພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫຼວງ ຮ່າໂນ້ຍ ປີ 2019, ໃນຂົງເຂດກອງທັບກໍ່ມີນັກວິລະຊົນ ລາວັນເກົ່າ ພຽງຄົນດຽວ. ນັກວິລະຊົນ ລາວັນເກົ່າ ສົມກັບເປັນນາມມະຍົດພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ”.
ນັບແຕ່ປີ 1983, ທ່ານ ລາວັນເກົ່າ ໄດ້ຍ້າຍມາເຮັດວຽກຢູ່ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ທີ່ຮ່າໂນ້ຍ, ແລ້ວກໍ່ຍ້າຍມາເຮັດວຽກຢູ່ຫໍພິພິທະພັນກອງທັບ. ທ່ານໄດ້ເຄີຍດຳລົງຕຳແໜ່ງເປັນກຳມະການໃນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ຮອດປີ 1996 ທ່ານໄດ້ພັກບຳນານ ແລະ ເຂົ້າຮ່ວມການດຳລົງຊີວິດ ຢູ່ເຂດຊຸມຊົນເລກ 7 ຕາແສງ ກວາງຈຸງ ເມືອງ ດົ໊ງດາ ຮ່າໂນ້ຍ. ທ່ານ ລາວັນເກົ່າ ເລົ່າສູ່ຟັງວ່າ:
“ປັດຈຸບັນຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມ ການສ້າງຄວາມງາມຢູ່ຕາມທ້ອງຖະໜົນຫົນທາງ, ປະກອບສ່ວນເຮັດໃຫ້ນະຄອນຫຼວງ ຂຽວສະອາດ ແລະ ສວຍງາມ. ເວລາ 5 ໂມງເຊົ້າ ຂ້າພະເຈົ້າກໍ່ໄດ້ຕື່ນນອນ ປັດກວາດຖະໜົນ ທຳຄວາມສະອາດ. ຄວາມສຸກອັນໃຫຍ່ຫຼວງທີ່ສຸດຂອງຂ້າພະເຈົ້າ ແມ່ນໄດ້ກາຍເປັນທະຫານຂອງລຸງ ໂຮ່. ເຮັດວຽກຫຍັງທີ່ນຳຜົນປະໂຫຍດມາສູ່ວົງຄະນາຍາດ, ຂ້າພະເຈົ້າພ້ອມແລ້ວຈະເຮັດ ແລະ ຂ້າພະເຈົ້າກໍ່ຍັງເຮັດເຊັ່ນນັ້ນໃນແຕ່ລະວັນ”.
ສົງຄາມໄດ້ລ່ວງເລີຍໄປ ແຕ່ເລື່ອງລາວກ່ຽວກັບນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ລາວັນເກົ່າ ຍັງຄົງຝັງເລິກໃນແນວຄິດຈິດໃຈຂອງໄວໜຸ່ມລຸ້ນຕ່າງໆ. ມະນາຈິດທີ່ອົງອາດກ້າແກ່ນ, ນ້ຳໃຈສູ້ຮົບທີ່ພິລະອາດຫານຂອງທ່ານ ໄດ້ເປັນຕົວແທນໃຫ້ແກ່ຄຸນທາດຂອງທະຫານລຸງ ໂຮ່ ລຸ້ນຕ່າງໆ.