ນັກສິລະປະການຂອງໝູ່ບ້ານຊາວເຜົ່າຢ້າວ ແທັງອີ

(VOVWORLD) -ປີນີ້ມີອາຍຸ 64 ປີແລ້ວ ແຕ່ໃນແຕ່ລະວັນ, ນາງ ເຈືອງທິຮວາ ຢູ່ຕາແສງ ກວ໋າງລາ ເມືອງ ແຮັ່ງໂບ່ ແຂວງ ກ໋ວງນິງ ຍັງຂ້ອງຄາກັບວຽກງານສອນການຖັກແສ່ວ, ສອນຂັບຮ້ອງໂດຍບໍ່ເກັບຄ່າ ດ້ວຍຄວາມຫວັງຢາກຮັກສາ ບັນດາສິ່ງທີ່ຍອດຍິ່ງ ທາງດ້ານວັດທະຍະທຳ ຂອງຊົນເຜົ່າຢ້າວ ແທັງອີ ເພື່ອບໍ່ໃຫ້ຖືກສູນຫາຍໄປ. ດ້ວຍວຽກງານທີ່ມີຄວາມໝາຍ ເພື່ອວົງຄະນາຍາດ, ນາງ ເຈືອງທິຮວາ ໄດ້ຮັບນາມມະຍົດເປັນນັກສິລະປະການດີເດັ່ນ
ນັກສິລະປະການຂອງໝູ່ບ້ານຊາວເຜົ່າຢ້າວ ແທັງອີ - ảnh 1ນາງ ເຈືອງທິຮວາ (ເບື້ອງຂວາ) 

ໃນເຮືອນຫຼັງນ້ອຍຂອງຕົນເອງ ຢູ່ບ້ານ ຫົກ ຕາແສງ ກວ໋າງລາ ເມືອງ ແຮັ່ງໂບ່ ແຂວງ ກວ໋າງນິງ, ນາງ ເຈືອງທິຮວາ ໄດ້ແນະນຳໃຫ້ເອື້ອຍນ້ອງແມ່ຍິງໃນບ້ານ ກ່ຽວກັບວິທີຖັກແສ່ວບັນດາລວດລາຍ ໃນຊຸດອາພອນຂອງເຈົ້າສາວ ຂອງຊາວເຜົ່າຢ້າວ ແທັງອີ. ນາງ ຮວາ ບອກວ່າ ຖັກແສ່ວຊຸດອາພອນປະຈຳເຜົ່າຢ້າວ ແມ່ນຕ້ອງມີຄວາມຄ່ອງແຄ້ວ ແລະ ມີຄວາມຕັ້ງໃຈຢ່າງສູງ. ນາງເວົ້າວ່າ:

       “ອັນນີ້ຕ້ອງຖັກແສ່ວດ້ວຍເສັ້ນໄໝ. ເມື່ອຖັກແສ່ວກໍ່ຕ້ອງນັບແຕ່ລະເສັ້ນໄໝ ດັ່ງນັ້ນກໍ່ຍາກຫຼາຍ, ຕ້ອງພະຍາຍາມ ຕ້ອງຕັ້ງໃຈຢ່າງສູງ ຈຶ່ງສາມາດເຮັດໄດ້. ຂ້າພະເຈົ້າເຫັນວ່າມີຫຼາຍຄົນ ຢາກຮຽນຖັກແສ່ວ, ເຮົາກໍ່ໄດ້ເອີ້ນພວກຫຼານຂອງຕົນ ແລະ ພວກຫຼານນ້ອຍຢູ່ບ້ານອ້ອມຂ້າງມາຮຽນ. ຍິ່ງຍາກເທົ່າໃດກໍ່ຕ້ອງພະຍາຍາມເທົ່ານັ້ນ”.  

      ຊຸດອາພອນຂອງຊາວເຜົ່າຢ້າວ ແທັງອີ ແມ່ນມີຫຼາຍລວດລາຍ ແລະ ສີສັນ. ສິ່ງພິເສດ ແມ່ນໃນບັນດາຂັ້ນຕອນ ຈາກຂອດຕັດແຜ່ນແພ ຕະຫຼອດຮອດການຖັກແສ່ວລວດລາຍ ກໍ່ຕ້ອງເຮັດດ້ວຍມື. ຍ້ອນເຫດນີ້ເອງ ເມື່ອໄດ້ຮຽນຈາກນັັກສິລະປະການ ທີ່ມີປະສົບການມານັບສິບປີ ແລະ ມີຄວາມສຸດຈິດສຸດໃຈຕໍ່ວຽກງານການສອນ, ດັ່ງນັ້ນ ຊຸດຮຽນຖັກແສ່ວຂອງນາງ ເຈືອງທິຮວາ ຍາມໃດກໍ່ມີນັກຮຽນມາຮຽນເຕັມ. ນາງ ດັ້ງທິເລ ເຊິ່ງແມ່ນໜຶ່ງໃນບັນດາລູກສິດຂອງ ນາງ ຮວາ ໃຫ້ຮູ້ວ່າ:

      “ນັບແຕ່ຄາວອາຍຸ 15 ຫາ 16 ປີ ເຮົາກໍ່ໄດ້ເລີ່ມຮຽນນຳ ປ້າຮວາ, ບໍ່ແມ່ນວ່າໃນເວລາໃດເຮົາກໍ່ສາມາດຮຽນໄດ້ ເພາະວ່າເຮົາຂ້ອງຄາກັບວຽກງານຜະລິດກະສິກຳ, ມື້ໃດມີເວລາຫວ່າງ ເຮົາກໍ່ສະຫຼະເວລາໄປຮຽນ, ປ້າຮວາ ຖັກແສ່ວເກັ່ງຫຼາຍ”

      ບໍ່ພຽງແຕ່ສອນວິທີຖັກແສ່ວ ໃຫ້ພວກນາງສາວເຜົ່າຢ້າວ ຮູ້ຈັກຖັກແສ່ວບັນດາຊຸດອາພອນປະຈຳເຜົ່າ ຂອງຕົນເທົ່ານັ້ນ, ນັກສິລະປະການ ເຈືອງທິຮວາ ກໍ່ຍັງຢາກຖ່າຍທອດໃຫ້ກັບຄົນລຸ້ນຫຼັງ  ກ່ຽວກັບບັນດາບົດເພງພື້ນເມືອງຂອງເຜົ່າຕົນ. ນາງ ຮວາ ຍາມໃດກໍ່ຄິດວ່າ: ເຮົາເອງແມ່ນລຸ້ນຄົນ ຕ້ອງສືບທອດໃຫ້ຄົນລຸ້ນຫຼັງ. ນາງ ຮວາ ເວົ້າຕໍ່ໄປວ່າ:

      “ຂ້າພະເຈົ້າໄດ້ລະດົມກຳລັງໃຈ ໃຫ້ແກ່ພວກຫຼານມາຮຽນຂັບຮ້ອງ, ຮຽນຖັກແສ່ວ. ເມື່ອໃດມີເວລາວ່າງ ຂ້າພະເຈົ້າກໍ່ໄດ້ເອີ້ນພວກຫຼານມາຮຽນພ້ອມກັນຮຽນ. ເມື່ອໄດ້ຮັບນາມມະຍົດນັກສິລະປະການດີເດັ່ນ, ຂ້າພະເຈົ້າຍິ່ງເຫັນວ່າ ຕ້ອງມີຄວາມຮັບຜິດຊອບ ເພື່ອລະດົມກຳລັງໃຈ ແລະ ບອກສອນໃຫ້ພວກຫຼານ ເພື່ອພະຍາມຮຽນ ທັງນີ້ກໍ່ເປັນການຮັກສາສີສັນຂອງຊົນເຜົ່າຕົນ”.

     ດ້ວຍຈິດສຳນຶກ ຕ້ອງຮັກສາບັນດາວັດຈຸດທະນະທຳພື້ນເມືອງຂອງເຜົ່າຕົນ, ບໍ່ເສຍດາຍເຫື່ອແຮງ ສະຕິປັນຍາ ເພື່ອຖ່າຍທອດຄວາມຮູ້ຂອງຕົນ ໃຫ້ແກ່ຄົນລຸ້ນຫຼັງ, ບັນດານັກສິລະປະການຄື ນາງ ເຈືອງທິຮວາ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ຊ່ວຍໜູນຈາກສັງຄົມ  ແລະ ວົງຄະນາຍາດຊົນເຜົ່າຢ້າວ. ນາງ ບຸ່ຍທິຢາງ ຮອງຫົວໜ້າຂະແໜງຄຸ້ມຄອງມໍລະດົກ, ພະແນກວັດທະນະທຳ ກິລາ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

     “ສຳລັບບັນດານັກສິລະປະການ ໃນຂົງເຂດມໍລະດົກວັດທະນະທຳ ບໍ່ເປັນວັດຖຸ, ພວກຂ້າພະເຈົ້າກໍ່ລ້ວນແຕ່ມີການກຳນົດທິດ ໃຫ້ຖ່າຍທອດ ບອກສອນໃຫ້ແກ່ຄົນລຸ້ນໜຸ່ມ, ເປັນຕົ້ນແມ່ນພວກນ້ອງນັກຮຽນ ແລະ ບັນດາຜູ້ທີ່ມີຄວາມຊົມຊອບ ວັດທະນະທຳພື້ນເມືອງ ເພື່ອສາມາດຖ່າຍທອດ ແລກປ່ຽນ ລະຫວ່າງບັນດາລຸ້ນຄົນຕ່າງໆ. ນີ້ກໍ່ແມ່ນປະຖົມປັດໄຈ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວ ທີ່ມີສີສັນສະເພາະຂອງແຕ່ລະທ້ອງຖິ່ນ”.

     ພ້ອມກັບບັນດາຮີດຄອງປະເພນີ ໃນຊີວິດປະຈຳວັນ, ການຮັກສາ ແລະ ພັດທະນາອາຊີບ ຖັກແສ່ວຊຸດອາພອນປະຈຳເຜົ່າ ຫຼື ບັນດາບົດເພງພາສາເຜົ່າຢ້າວບູຮານ ກໍ່ໄດ້ຮັບການຮັກສານັບແຕ່ໃດໆມາ ຂອງຊາວເຜົ່າຢ້າວ ແທັງອີ. ນີ້ເປັນສິ່ງພວມກາຍເປັນຜະລິດຕະພັນທ່ອງທ່ຽວ ວັດທະນະທຳທີ່ເປັນເອກະລັກ ແລະ ໄດ້ຮັບຄວາມຊົມຊອບຈາກແຂກທ່ອງທ່ຽວທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ