ດ້ວຍບົດຮຽນ, ປະສົບການ ເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອວົງຄະນາຍາດຄົນພິການມາເປັນເວລາຫຼາຍປີ, ນາງ ຫງວຽນທິຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ, ຮ່າໂນ້ຍ ໄດ້ຈັດບັນດາລາຍການເຄື່ອນໄຫວຊ່ວຍເຫຼືອຄົນພິການ ເພື່ອຊ່ວຍເຂົາເຈົ້າເຊື່ອມຕົວເຂົ້າກັບສັງຄົມ
ນາງຫງວຽນຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ |
ໃນທ່າມກາງແສງແດດທີ່ຮ້ອນເອົ້າຂອງມື້ໜຶ່ງ ຍາມລະດູຮ້ອນເດືອນ ມິຖຸນາ, ນາງ ຫງວຽນທິຖຸຍເງິນ ປະທານສະມາຄົມຄົນພິການເມືອງ ແທັງຊວນ ພວມຂ້ອງຄາວຽກງານ ພ້ອມກັບບັນດາສະມາຊິກໃນສະມາຄົມ ເພື່ອຫຸ້ມຫໍຂອງຂວັນໃຫ້ແກ່ເດັກຄົນພິການ ໃນບໍລິເວນເມືອງຍາມລະດູຮ້ອນ. ແຕ່ລະໜ້າວຽກ, ແຕ່ລະບັນຊີລາຍຊື່ພວກຫຼານນ້ອຍຄົນພິການ ຫຼື ລູກຫຼານຂອງບັນດາຄອບຄົວຄົນພິການ ໃນບໍລິເວນເມືອງ ແທັງຊວນ ກໍ່ໄດ້ຮັບການກວດຄືນຢ່າງລະອຽດ. ດ້ວຍຄວາມສຸດຈິດສຸດໃຈ ແລະ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງຜູ້ອື່ນໆ ນັ້ນກໍ່ແມ່ນບັນດາຄວາມປະທັບໃຈຂອງທຸກໆຄົນກ່ຽວກັບ ນາງ ຖຸຍເງິນ.
“ນາງ ເງິນ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານທຸກຢ່າງ, ຈັດຕັ້ງວັນແມ່ຍິງສາກົນຄືວັນທີ 8 ມີນາໃຫ້ແກ່ເອື້ອຍນ້ອງແມ່ຍິງຄົນພິການ, ຈັດຕັ້ງວັນເດັກສາກົນວັນທີ 1 ມິຖຸນາໃຫ້ແກ່ພວກຫຼານຄົນພິການ ຫຼື ລູກຫຼານຂອງຄອບຄົວຄົນພິການ, ມອບຂອງຂວັນ, ປຶ້ມຕຳລາຮຽນໃຫ້ແກ່ພວກຫຼານ, ຈັ້ດຕັ້ງພິທີມອບຂອງຂວັນ ໃຫ້ແກ່ບັນດາສະມາຊິກສະມາຄົມທີ່ເປັນທະຫານເສຍອົງຄະ ເນື່ອງໃນໂອກາດວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ”
“ຢູ່ບັນດາຕາແສງ, ເດັກຄົນໃດທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ ນາງກໍ່ໄດ້ໄປລະດົມກຳລັງໃຈມອບຂອງຂວັນ. ຫຼື ວ່າສະມາຊິກຄົນໃດໃນສະມາຄົມຖືກເຈັບເປັນນັ້ນ, ນາງກໍ່ໄດ້ໄປຢ້ຽມຢາມຖາມຂ່າວ ແລະ ລະດົມກຳລັງໃຈ”.
ປີ 1985, ເມື່ອຍັງຢູ່ແຂວງ ອຽນບ໊າຍ ເມື່ອໄດ້ເຫັນປະຈັກຕາຊີວິດການເປັນຢູ່ຂອງບັນດານັກຮົບເກົ່າຢູ່ທ້ອງຖິ່ນທີ່ທຸກຍາກລຳບາກ, ນາງ ເງິນ ເຊິ່ງແມ່ນທະຫານເສຍອົງຄະດ້ວຍລະດັບບາດເຈັບ 2/4, ໄດ້ມີຂໍ້ລິເລີ່ມສ້າງຕັ້ງສະໂມສອນທະຫານເສຍອົງຄະ ເພື່ອຊ່ວຍບັນດາທະຫານເສຍອົງຄະ ແລະ ທະຫານເຈັບເປັນໃນບໍລິເວນເທດສະບານ ອຽນບ໊າຍ ຜ່ານຜ່າຄວາມທຸກຍາກ. ໃນຄາວນັ້ນໂດຍທັງແມ່ນເອື້ອຍສອນວິຊາວັນນະຄະດີ, ທັງແບກຫາບບົດບາດເປັນຫົວໜ້າສະໂມສອນ, ນາງ ຖຸຍເງິນ ຍາມໃດກໍ່ໄດ້ຊອກຫາທຸກວິທີເພື່ອໜູນຊ່ວຍ ເພື່ອນຮ່ວມກົມກອງຂອງຕົນ. ສຳລັບນາງ ເງິນ ຄວາມມ່ວນຊື່ນຢ່າງໃຫຍ່ຫຼວງທີ່ສຸດ ໃນຊຸມວັນເດືອນປີນັ້ນ, ແມ່ນການເຫັນປະຈັກຕາການປ່ຽນແປງຊີວິດການເປັນຢູ່ຂອງທະຫານເສຍອົງຄະ ແລະ ທະຫານເຈັບເປັນ.
“ມີຫຼາຍຄອບຄົວທະຫານເສຍອົງຄະ ມີຊີວິດທີ່ປະສົບກັບຄວາມຫຍຸ້ງຍາກ, ນີ້ກໍ່ແມ່ນສິ່ງທີ່ຂ້າພະເຈົ້າຄິດວ່າຕົນເອງຕ້ອງເອົາໃຈໃສ່ເຖິງເພື່ອນຮ່ວມກົມກອງ. ຜູ້ຄົນເຫຼົ່ານັ້ນພັດໃຫ້ກຳເນີດລູກເຕົ້ົ້າທີ່ໄດ້ຮັບຜົນສະທ້ອນ ຍ້ອນສານພິດຈາກພໍ່ແມ່. ຂ້າພະເຈົ້າເຫັນວ່າຄອບຄົວມີຜູ້ເສຍອົງຄະ ຫຼື ເປັນພິການພຽງແຕ່ໜຶ່ງຄົນເທົ່ານັ້ນ ແມ່ນກໍ່ມີຄວາມຫຍຸ້ງຍາກໃນຫຼາຍດ້ານແລ້ວ, ມີຄອບຄົວກໍ່ມີເຖິງສອງຄົນ, ການດຳລົງຊີວິດແບບນັ້ນກໍ່ຫຍຸ້ງຍາກທີ່ສຸດ, ສິ່ງນີ້ໄດ້ພາໃຫ້ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດ, ເພາະວ່າຂ້າພະເຈົ້າຄິດວ່າຕ້ອງມີການຮ່ວມແຮງຮ່ວມໃຈເພື່ອຊ່ວຍເຫຼືອເຂົາເຈົ້າ, ເຖິງວ່າບໍ່ໄດ້ຫຼາຍກໍ່ຕາມ ແຕ່ກໍເປັນກຳລັງໜູນທາງດ້ານຈິດໃຈ, ທັງເປັນການຊ່ວຍໃຫ້ເຂົາເຈົ້າມີແຫຼ່ງວັດຖຸຕື່ມອີກ ເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນໃນການດຳລົງຊີວິດປັດຈຸບັນ”.
ປີ 2016 ເມື່ອໄດ້ພັກກິນເບ້ນບຳນານຢູ່ ຮ່າໂນ້ຍ, ນາງ ຫງວຽນທິຖຸຍເງິນ ສືບຕໍ່ເຂົ້າຮ່ວມບັນດາວຽກງານສັງຄົມຢູ່ທ້ອງຖິ່ນ. ນາງ ເງິນ ໄດ້ຮັບຖືວ່າແມ່ນຜູ້ທີ່ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນວຽກງານລົບລ້າງໄພກືກໜັງສື ໃຫ້ແກ່ຄົນພິການຂອງນະຄອນ ຮ່າໂນ້ຍ. ສະເພາະຢູ່ເມືອງ ແທັງຊວນ ນາງກໍ່ໄດ້ເປີດຊຸດສອນໜັງສື ແລະ ລາວເອງກໍ່ໄດ້ໄປຮອດແຕ່ລະຄອບຄົວ ເພື່ອຂົນຂວາຍຄົນພິການຮຽນໜັງສື. ນາງ ຫງວຽນທິຖຸຍເງິນ ແບ່ງປັນວ່າ:
“ຖ້າຫາກວ່າບໍ່ແມ່ນຄົນພິການນັ້ນ, ການສອນກໍ່ມີຄວາມຫຍຸ້ງຍາກທີ່ສຸດ ເພາະວ່າຍາກທີ່ສາມາດເຂົ້າໃຈກ່ຽວກັບທາງດ້ານຈິດຕະ. ກະໂຕເຮົາເອງກໍ່ເຄີຍແມ່ນເອື້ອຍຄູສອນນົກຮຽນມັດທະຍົມຕອນປາຍ, ແຕ່ການສອນກໍ່ບໍ່ງ່າຍດາຍແຕ່ຢ່າງໃດ. ເດັກພິການກໍ່ຕ້ອງການໄດ້ຮັບການລະດົມໃຈ, ການບອກສອນດ້ວຍຄວາມຈິງໃຈ. ຂ້າພະເຈົ້າຍັງແຕ່ງບົດກາບກອນ ເພື່ອມອບໃຫ້ລູກຫຼານທີ່ເຂົ້າຮ່ວມຊຸດຮຽນ ລົບລ້າງໄພກືກໜັງສື ເຊິ່ງຖືກຈັດຂຶ້ນສາມເດືອນເທື່ອໜຶ່ງ, ແຕ່ລະຊຸດ, ຂ້າພະເຈົ້າກໍ່ໄດ້ແຕ່ງກາບກອນບົດໜຶ່ງເພື່ອມອບໃຫ້ພວກຫຼານ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຄວາມມ່ວນຊືນ ເຊິ່ງບໍ່ແມ່ນຜູ້ໃດກໍສາມາດຮັບຮູ້ໄດ້ໝົດ”.
ໂດຍມີຄວາມເຂົ້າໃຈທາງດ້ານຈິດຕະຄວາມບົ່ມດ້ອຍຂອງຄົນພິການ, ນາງ ເງິນ ໄດ້ສ້າງແຜນການ, ຂົນຂວາຍແຫຼ່ງເງິນອຸປະຖຳ ເພື່ອເປີດຊຸດບຳລຸງທາງດ້ານວິຊາຊີບໃຫ້ແກ່ຄົນພິການ, ຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຊື່ອໝັ້ນໃນການດຳລົງຊີວິດ. ແຕ່ລະປີນາງໄດ້ຂົນຂວາຍແຕ່ 20 ຫາ 30 ກໍລະນີ ເຂົ້າຮ່ວມຊຸດຮຽນວິຊາຊີບຄື ແຕ່ງກິນ, ປຸງເຄື່ອງດືມ, ສ້ອມແປງລົດຈັກ, ເຄື່ອງເຢັນ… ໃຫ້ແກ່ຄົນພິການຢູ່ສູນການຊ່າງເມືອງ ແທັງຊວນ. ນາງ ຫງວຽນທິເຟືອງ ຫົວໜ້າສະໂມສອນພໍ່ແມ່ຂອງເດັກພິການເມືອງ ແທັງຊວນ ໃຫ້ຮູ້ວ່າ:
“ນາງມີຄວາມເອົາໃຈໃສ່ທີ່ສຸດເຖິງທຸກໆຄົນ, ໄດ້ລົງຢ້ຽມຢາມບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກພິເສດ, ພິເສດແມ່ນພວກຫຼານພິການ, ຍາມໃດກໍ່ມີຄວາມເອົາໃຈໃສ່ຄືດັ່ງຍາດຕິພີ່ນ້ອງໃນຄອບຄົວ, ນາງໄດ້ລະດົມກຳລັງໃຈທັງທາງດ້ານວັດຖຸ ແລະ ຈິດໃຈ. ບັນດາສະມາຊິກໃນສະໂມສອນພໍ່ແມ່ເດັກພິການ ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ແຕ່ລະປີນາງຍັງຈັດຕັ້ງການລົງເຄື່ອນໄຫວ ເພື່ອການກຸສົນຢູ່ເຂດພູດອຍ, ມອບຂອງຂວັນ, ຜ້າຮົ່ມ, ລໍ້ເລື່ອນ, ກະເປົາໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ”.
ນາງ ເງິນ ຍາມໃດກໍ່ຄິດວ່າ ໄດ້ໄປຫຼາຍບ່ອນ, ເຮັດວຽກງານໄດ້ຫຼາຍຢ່າງ, ຊ່ວຍເຫຼືອໄດ້ຫຼາຍຄົນມີສະພາບຫຍຸ້ງຍາກນັ້ນ ກໍ່ແມ່ນຄວາມມ່ວນຊື່ນໃນການດຳລົງຊີວິດ, ແມ່ນກຳລັງໜູນເພື່ອຊ່ວຍໃຫ້ນາງມີສຸຂະພາບແຂງແຮງຕື່ມອີກ ເພື່ອສືບຕໍ່ການເດີນທາງເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອວົງຄະນາຍາດສັງຄົມ.