(VOVWORLD) -ໃນຊຸມປີຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ບັນດານາຍຊ່າງບໍ່ຖ່ານຫີນຢູ່ແຂວງ ກວ໋າງນິງ ຖືກຖືວ່າ ແມ່ນກຳລັງກຳມະກອນອຸດສາຫະກຳທຳອິດ ໃນຊົນຊັ້ນກຳມະກອນຫວຽດນາມ. ດ້ວຍນ້ຳໃຈສາມັກຄີ, ອົດທົນແລະ ມີການຈັດຕັ້ງວິໄນຢ່າງໜັກແໜ້ນ ບັນດາກຳມະກອນໄດ້ລຸກ ຂຶ້ນຕໍ່ສູ້, ຈັດການຢຸດງານຂະໜາດໃຫ່ຍເມື່ອປີ 1963 ບັງຄັບໃຫ້ອຳນາດການປົກຄອງລ່າເມືອງຂຶ້ນ ແລະ ເຈົ້າຂອງບໍ່ຖ່ານຫີນຕ້ອງຍອມຮັບການປະລາໄຊ, ປະນີປະນອມບັນດານາຍຊ່າງບໍ່ຖ່ານຫີນ. ໄຊຊະນະຂອງຊົນຊັ້ນກຳມະກອນເວົ້າລວມ ແລະ ຂອງນາຍຊ່າງເຂດບໍ່ຖ່ານຫີນ ກວ໋າງນິງ ເວົ້າສະເພາະ ແມ່ນຄວາມເອກອ້າງທະນົງໃຈ, ແມ່ນການລະດົມກຳລັງໃຈທີ່ໃຫ່ຍຫຼວງສຳລັບກຳມະກອນບໍ່ຖ່ານຫີນລຸ້ນຕ່າງໆ. ສືບຕໍ່ພັດທະນາມູນເຊື້ອດັ່ງກ່າວ, ກຳມະກອນບໍ່ຖ່ານຫີນລຸ້ນ ປະຈຸບັນ ຍັງຮັກສານ້ຳໃຈອອກແຮງງານຢ່າງໝັ້ນຄົງ, ມີຫົວຄິດປະດິດສ້າງໃນການອອກແຮງງານ, ກ້າປະເຊີນໜ້າກັບສິ່ງທ້າທາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ ສືບຕໍ່ປະກອບສ່ວນເຂົ້າໃນກິດຈະການສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.
(ພາບປະກອບ: baoquangninh.com.vn)
|
ໃນຊຸມເດືອນປີສົງຄາມ, ດ້ວຍບັນດາຄຳຂວັນຄື: “ສະໜາມຮົບແມ່ນບ້ານ”, ”ເຂດບໍ່ຖ່ານຫີນແມ່ນບ້ານເກີດເມືອງນອນ”, “ມືໜຶ່ງຈັບຄ້ອນຕີ ມືໜຶ່ງຈັບປືນ”, “ທັງຜະລິດທັງຕໍ່ສູ້”….ກຳມະກອນເຂດບໍ່ຖ່ານຫີນກວ໋າງນິງ ໄດ້ຍູ້ແຮງການປະຕິບັດບັນດາຂະບວນການ “ແຕ່ລະຄົນເຮັດວຽກເທົ່າກັບສອງຄົນ”, “ວັນເສົາຍູ້ແຮງການຜະລິດ”; ບັນດາບັ້ນຮົບ “ຜະລິດຖ່ານຫີນຕ້ານອາເມລິກາເພື່ອກູ້ຊາດ”, ໄດ້ປະກອບສ່ວນອັນໃຫ່ຍຫຼວງເຂົ້າໃນການປະຕິບັດໜ້າທີ່ຟື້ນຟູ ແລະ ພັດທະນາເສດຖະກິດ, ປັບປຸງ ແລະ ເພີ່ມທະວີກຳລັງແຮງຂອງພາກເໜືອ. ໃນທ່າມກາງສຽງລູກລະເບີດ, ລູກປືນ, ກຳມະກອນນັບພັນຄົນ ທັງຕໍ່ສູ້ທັງອອກແຮງງານທຳການຜະລິດ. ໃນເວລານັ້ນ, ປະລິມານການຂຸດຄົ້ນຖ່ານຫີນແມ່ນຕ່ຳທີ່ສຸດ, ຊີວິດຂອງນາຍຊ່າງບໍ່ຖ່ານຫີນກໍ່ປະສົບກັບຄວາມຫຍຸ້ງ ຍາກຫຼາຍຢ່າງ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ກ້າວເຂົ້າສູ່ຊຸມເດືອນປີປະເທດຊາດມີການປ່ຽນແປງໃໝ່ນັ້ນ, ອາຊີບຂຸດຄົ້ນຖ່ານຫີນ ກໍ່ມີບັນດາການຫັນປ່ຽນ ແລະ ພັດທະນາຢ່າງແຮງ.
ປະຈຸບັນ, ຢູ່ອຸມົງຖ່ານຫີນ, ເຄື່ອງຈັກທີ່ທັນສະໄໝ ໄດ້ແທນໃຫ້ບັນດາເຄື່ອງມືປະຖົມປະຖານໃນເມື່ອກ່ອນ ແລະ ນາຍຊ່າງບໍ່ຖ່ານຫີນ ບໍ່ພຽງແຕ່ແມ່ນຊາວຜູ້ອອກແຮງງານທຳມະດາສາມັນອີກແລ້ວ, ເຂົາເຈົ້າແມ່ນກຳມະກອນຜູ້ມີສືມືແຮງງານສູງ, ມີລະດັບຄວາມຮູ້, ໄດ້ຮັບການບຳລຸງສ້າງຢູ່ຕາມຮາກຖານການສຶກສາວິຊາສະເພາະຕ່າງໆ, ສາມາດນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດແບບໃໝ່ໂດຍໄວ, ຍາມໃດກໍ່ມີຫົວຄິດປະດິດສ້າງໃນການອອກແຮງງານ, ກ້າປະເຊີນໜ້າກັບສິ່ງທ້າທາຍ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ. ອ້າຍ ຫງວຽນຈ້ອງທ໊າຍ ຫົວໜ້າໜ່ວຍຜະລິດ ບໍລິສັດຖ່ານຫີນ ຫຸ້ນສ່ວນ ຮ່າເລິ່ມ ຂຶ້ນກັບກຸ່ມບໍລິສັດຖ່ານຫີນ-ໂລຫະຫວຽດນາມ (Vinacomin) ໄດ້ແບ່ງປັນວ່າ:
ເປົ້າໝາຍເບື້ອງຕົ້ນໃນການສ້າງຂະບວນການແຂ່ງຂັນກັນ ແລະ ມີຫົວຄິດປະດິດສ້າງ ນັ້ນແມ່ນພວກຂ້າພະເຈົ້າຢາກຮັກສາສຸຂະພາບ, ຮັບປະກັນຄວາມປອດໄພ, ເຮັດວຽກໃຫ້ໄວທີ່ສຸດ, ມີຜະລິດຕະພັນຫຼາຍທີ່ສຸດ.
ດ້ວຍເປົ້າໝາຍບຳລຸງສ້າງ ກຳມະກອນໃຫ້ມີລະດັບຄວາມຮູ້, ສ້າງກຳລັງນາຍຊ່າງບໍ່ຖ່ານຫີນໃຫ້ມີຄວາມໝັ້ນຄົງເຂັ້ມແຂງນັ້ນ, ປະຈຸບັນ, ບັນດາໂຮງຮຽນສອນວິຊາຊີບ, ບັນດາບໍລິສັດໃນກຸ່ມບໍລິສັດ ພວມຕັ້ງໜ້າເອົາໃຈໃສ່ ວຽກງານໂຄສະນາ, ສຶກສາອົບຮົມສະຕິຄວາມຮັບຮູ້ລະບຽບວິໄນ, ສ້າງແບບແຜນອຸດສາຫະກຳ, ເຮັດວຽກຖືກຕ້ອງຕາມຂັ້ນຕອນເຕັກນິກ. ນັກວິສາວະກອນ ຟ້າມມິນຕູ໊ ຫົວໜ້າພະແນກອຸມົງຖ່ານຫີນ, ວິທະຍາໄລຖ່ານຫີນ-ໂລຫະຫວຽດນາມ ໃຫ້ຮູ້ວ່າ:
ທາງໂຮງຮຽນໄດ້ລົງທຶນຫຼາຍເຂົ້າໃນຮາກຖານວັດຖຸ ກໍ່ຄືເຄື່ອງຈັກເພື່ອໃຫ້ພວກນ້ອງນັກຮຽນໄດ້ ຝຶກງານ ຄືກັນກັບຢູ່ອຸມົງຖ່ານຫີນຕົວຈິງ. ພວກຂ້າພະເຈົ້າກໍ່ໄດ້ນຳເຂົ້າສິດສອນ ບາງເຕັກໂນໂລຊີໃໝ່ພວມໄດ້ຮັບການຜັນຂະຫຍາຍໃນບັນດາອຸມົງຖ່ານຫີນ.
ປະຈຸບັນ, ຮູບພາບທີ່ນາຍຊ່າງເຮັດວຽກຈົນຈ່ອຍ, ດຳ ແມ່ນບໍ່ມີອີກແລ້ວ, ເຂົາເຈົ້າມີສຸສະພາບແຂງແຮງດີ, ມີປັນຍາ, ມີຄວາມເຊື່ອໝັ້ນຕໍ່ຕົນເອງເມື່ອເຮັດວຽກກັບເຄື່ອງຈັກເຕັກໂນໂລຊີທັນສະໄໝ. ຫງວຽນມິນບັກ ນັກຮຽນຫ້ອງອາຊີບຂັ້ນຕົ້ນ ວິທະຍາໄລຖ່ານຫີນ-ໂລຫະຫວຽດນາມ ແບ່ງປັນວ່າ:
ຂ້າພະເຈົ້າມັກທີ່ສຸດເມື່ອໄດ້ລົງຕົວຈິງ, ນັກຮຽນສາມາດຮ່ຳຮຽນຢູ່ໃນບັນດາອຸມົງຖ່ານຫີນ. ບັນດາເຄື່ອງຈັກໃນໂຮງຮຽນລ້ວນແຕ່ແມ່ນເຄື່ອງຈັກທັນສະໄໝ ສະນັ້ນ, ເມື່ອໄດ້ລົງຕົວຈິງຢູ່ບໍ່ຖ່ານຫີນ ຂ້າພະເຈົ້າຮູ້ສຶກ ດີໃຈທີ່ສຸດ.
ຍາມໃດກໍ່ຮັກສານ້ຳໃຈ “ລະບຽບວິໄນ ແລະ ຮ່ວມແຮງຮ່ວມໃຈ”, ສືບທອດຈາກການຢຸດງານຂະໜາດໃຫ່ຍເມື່ອປີ 1936, ຜ່ານເວລາຫຼາຍປີ, ນາຍຊ່າງບໍ່ຖ່ານຫີນລຸ້ນຕ່າງໆ ຍັງຄົງຫ້າວຫັນແຂ່ງຂັນກັນອອກແຮງງານທຳການຜະລິດ. ບັນດານາຍຊ່າງບໍ່ຖ່ານຫີນລຸ້ນປະຈຸບັນ ໄດ້ພັດທະນານ້ຳໃຈດັ່ງກ່າວ ກາຍເປັນທິດນຳໃນການກະທຳ “ມີພູມປັນຍາ, ຈົ່ງຮັກພັກດີ, ມີລະບຽບວິໄນ, ຮ່ວມແຮງຮ່ວມໃຈ”, ປຸກລຸກຫົວຄິດປະດິດສ້າງ, ສະຕິຄວາມຮັບຜິດຊອບ, ສາມັກຄີຮ່ວມມືກັນລະຫວ່າງບັນດານາຍຊ່າງນຳກັນ.
ປະຈຸບັນ, ດ້ວຍຈິດໃຈເປັນເຈົ້າຕົນເອງ, ສາມັກຄີ, ແຂ່ງຂັນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຈັນຍາບັນ ອາຊີບ, ສ້າງວັດທະນະທຳນາຍຊ່າງບໍ່ຖ່ານຫີນ, ກຳມະກອນບໍ່ຖ່ານຫີນ ໃນທຸກວັນນີ້ ສາມາດມີຄວາມອ້າງອ້າງທະນົງໃຈ ຍ້ອນໄດ້ປະຕິບັດຄວາມປາດຖະໜາໃນຄາວຍັງມີຊີວິດຢູ່ ຂອງປະທານໂຮ່ຈີ ມິນ ທີ່ວ່າ: “ຍູ້ແຮງຂະແໜງຖ່ານຫີນ ໃຫ້ກາຍເປັນຂະແໜງທີ່ເປັນແບບຢ່າງໃຫ້ແກ່ບັນດາຂະແໜງເສດຖະກິດອື່ນໆ ແລະ ແຂວງກວ໋າງນິງ ກາຍເປັນແຂວງທີ່ຮັ່ງມີ ແລະ ສວຍງາມ”.