(VOVWORLD) -ສຳລັບຊາວເຜົ່າ ເອເດ ແລ້ວ, ໄຫ ບໍ່ພຽງແຕ່ແມ່ນຊັບສົມບັດທີ່ສະແດງເຖິງຄວາມຮັ່ງມີ, ມັ່ງຄັ່ງເທົ່ານັ້ນ ຫາກຍັງສະແດງເຖິງລັກສະນະທີ່ມີຄວາມສັກສິດອີກດ້ວຍ. ໄຫ ໄດ້ນຳໃຊ້ເຂົາໃນພິທີກຳ, ພິທີບູຊາຕ່າງໆໃນຊີວິດແຫ່ງຈິດວິນຍານຂອງຊາວເຜົ່າ ເອເດ. ສະນັ້ນ, ແຕ່ລະເທື່ອເມື່ອຄອບຄົວໄດ້ຊື້, ຂາຍ ຫຼື ເຄື່ອນຍ້າຍໄຫທີ່ມີຄຸນຄ່ານັ້ນ, ເຈົ້າຂອງເຮືອນຕ້ອງໄດ້ເຮັດພິທີບູຊາໄຫ ເພື່ອແຈ້ງໃຫ້ບັນດາສິ່ງສັກສິດ ແລະ ເຈົ້າກົກເຈົ້າເຫຼົ່າຮັບຮູ້. ນີ້ແມ່ນພິທີກຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ເອເດ ແຊງ ເມີເດີຮູ ແລະ ເບີໂລ ຢູ່ແຂວງ ດັກລັກ ຍັງຄົງຮັກສາໄວ້ໄດ້ຈົນເຖິງປັດຈຸບັນນີ້.
ໃນຊຸມວັນຕົ້ນລະດູແລ້ງ, ເມື່ອວຽກໄຮ່ການນາ ເລີ່ມຫວ່າງມືແລ້ວ, ເຮືອນຍາວຂອງພໍ່ເຖົ້າ ອີວຶດເມີໂລ ແລະ ແມ່ເຖົ້າ ເຮີເອືອຍນີເອ ຢູ່ບ້ານ ຕາຍ, ຕາແສງ ກຣົງຈິງ, ເມືອງ ເມີເດີຣັກ ມີຄວາມຟົດຟື້ນມ່ວນຊື່ນກວ່າຍ້ອນໄດ້ທຳພິທີບູຊາໄຫ. ຢູ່ຫ້ອງຮັບແຂກ, ບັນດາຊາຍໜຸ່ມ ໄດ້ຊ່ວຍບັນດານັກສິລະປະການ ແລະ ຜູ້ອາຍຸສູງກະກຽມຕົ້ນກະຖິນ, ມັດເຫຼົ້າໃສ່, ຫ້ອຍຄ້ອງ. ຢູ່ເຮືອນຄົວ, ບັນດາເອື້ອຍນ້ອງແມ່ຍິງກໍເລັ່ງມືກະກຽມບັນດາເຍື່ອງອາຫານການກິນ, ສ່ວນຜູ້ຊາຍອາຍຸໄວປານກາງ ແມ່ນຂ້າໝູ ແລະ ກະກຽມເຄື່ອງບູຊາ.
ພິທີບູຊາໄຫຂອງຊາວເຜົ່າ ເອເດ |
ພໍ່ເຖົ້າ ອີວຶດເມີໂລ ໃຫ້ຮູ້ວ່າ ໃນປີຜ່ານມາ ຄອບຄົວກໍ່ມີຄວາມໂຊກດີ ແລະ ມີສຸຂະພາບແຂງແຮງ. ມີເງິນເກັບທ້ອນຈຳນວນໜຶ່ງ, ພໍ່ເຖົ້າ ອີວຶດເມີໂລ ໄດ້ຊື້ໄຫຕາງຫນ່ວຍໃໝ່, ສະນັ້ນ ຈິ່ງເຮັດພິທີບູຊາເອົາໄຫເຂົ້າເຮືອນ.
“ຄອບຄົວພວກຂ້າພະເຈົ້າຊື້ໄດ້ໄຫຫນ່ວຍໃໝ່ ສະນັ້ນ ຈິ່ງເຮັດພິທີບູຊາເພື່ອໃຫ້ສິ່ງສັກສິດຂອງໄຫ ເຂົ້າມາຢູ່ນຳຄອບຄົວຂ້າພະເຈົ້າ. ກ່ອນນີ້ ພໍ່ແມ່ຂອງຂ້າພະເຈົ້າກໍເຮັດຄືແນວນີ້, ແຕ່ນັບ ນັ້ນມາຮອດປະຈຸບັນ ພໍ່ແມ່ປະຊາຊົນບໍ່ໄດ້ໃຊ້ໄຫຫຼາຍປານໃດ, ສະນັ້ນ ພິທີບູຊາໄຫໃໝ່ ຫຼື ບູຊາຄ້ອງຕາງນັ້ນ ກໍໜ້ອຍລົງ. ແຕ່ຄອບຄົວຂອງຂ້າພະເຈົ້າຍັງຢາກເຮັດພິທີນີ້ຢູ່ເພື່ອຮັກສາມູນເຊື້ອ ແລະ ໃນອະນາຄົດ ລູກຫຼານເຮົາກໍຈະເຂົ້າໃຈໄດ້ເຖິງມູນເຊື້ອຂອງປູ່ຍ່າຕາຍາຍໃນເມື່ອກ່ອນ”.
ແຕ່ດົນນານມາແລ້ວ, ຊາວເຜົ່າ ເອເດ ມີຄວາມສຳນຶກວ່າ ທຸກສິ່ງທຸກຢ່າງລ້ວນແຕ່ມີສິ່ງສັກສິດ ແລະ ຕາມມູນເຊື້ອຂອງຊາວເຜົ່າ ເອເດ ທີ່ປະໄວ້ໃຫ້ນັ້ນ, ໄຫ ໄດ້ຮັບຖືວ່າແມ່ນສິ່ງສັກກະລະບູຊາ ຍ້ອນໄຫບັນຈຸເຫຼົ້າ ເຊິ່ງແມ່ນເຄື່ອງບູຊາທີ່ບໍ່ອາດຂາດໄດ້ບໍ່ວ່າໃນການທໍາພິທີບູຊາໃດໆ. ອີກດ້ານໜຶ່ງ, ເຫຼົ້າໄຫ ກໍສະແດງໃຫ້ເຫັນວັດທະນະທຳການພົບປະແລກປ່ຽນຂອງຊາວເຜົ່າ ເອເດ, ເຈົ້າຂອງເຮືອນໃຊ້ໄຫເຫລົ້າເພື່ອຮັບແຂກທີ່ມາຢາມເຮືອນ; ໃຊ້ເປັນຂອງຂວັນໃນໂອກາດສຳຄັນຕ່າງໆ ແລະ ເປັນສິ່ງທີ່ມີຄຸນຄ່າປະກອບສ່ວນເຂົ້າໃນການຈັດງານບຸນ, ງານລ້ຽງຕ່າງໆຂອງໝູ່ບ້ານ. ໄຫ ທັງມີຄວາມຜູກພັນ, ໃກ້ຊິດຕິດແທດ ທັງເປັນສິ່ງທີ່ສັກກະລະບູຊາ ສະນັ້ນ ຊາວເຜົ່າ ເອເດ ຖືວ່າ ໄຫ ແມ່ນສະມາຊິກໜຶ່ງໃນຄອບຄົວ. ຍ້ອນແນວນັ້ນ, ພິທີບູຊາໄຫ ກໍແມ່ນພິທີກຳໜຶ່ງ ເພື່ອເອົາໄຫເຂົ້າເຮືອນ, ມີຊີວິດທີ່ປອງດອງ ແລະ ໄດ້ຮັບການປົກປ້ອງ: ນໍາເອົາແຕ່ສິ່ງທີ່ດີມາໃຫ້ເຈົ້າຂອງເຮືອນ. ເຄື່ອງບູຊາໄຫ ລວມມີ: ໝູຕອນ 1 ໂຕ, ເຫຼົ້າໄຫໃຫຍ່ 1 ໄຫ, ປອກແຂນທອງ 6 ປອກ, ສາຍຄໍໝາກປັດ 3 ເສັ້ນ, ຈອກທອງ 3 ໜ່ວຍ, ຖ້ວຍທອງ 1 ໃບ, ພາທອງ 1 ພາ… ພິເສດ ຕ້ອງມີຕົ້ນກະເດົາ 1 ຕົ້ນ, ຍອ້ນນີ້ໄດ້ຮັບຖືວ່າແມ່ນສິ່ງທີ່ເຊື່ອມຕໍ່ລະຫວ່າງຄົນກັບຈິດວິນຍານ, ບ່ອນທີ່ສິ່ງສັກສິດມາຮ່ວມພິທີນໍາ.
ຂັ້ນຕອນກະກຽມເຄື່ອງຂອງບູຊາ |
ເມື່ອທຸກຢ່າງກຽມພ້ອມແລ້ວ, ໃນທ່າມກາງສຽງຄ້ອງທີ່ດັງກ້ອງກັງວານ, ໝໍເຢົາ ອີຣຸງເກີເຊີ ຢູ່ບ້ານ ຮວາງ ຕາແສງ ກຣົງຈິງ, ເມືອງ ເມີເດີຣັກ ກໍຕາງໜ້າໃຫ້ເຈົ້າຂອງເຮືອນ ເລີ່ມຕົ້ນທຳພິທີບູຊາ. ພິທີບູຊາໄດ້ຮັບການປະຕິບັດຕາມແຕ່ລະຂັ້ນຕອນ ໂດຍບູຊາປູ່ຍ່າຕາຍາຍກ່ອນ, ຫຼັງຈາກນັ້ນແມ່ນບັນພະບຸລຸດ, ຕໍ່ມາແມ່ນບູຊາພະເຈົ້າ, ບູຊາໄຫ ແລະ ສຸດທ້າຍແມ່ນບູຊາໃຫ້ເຈົ້າຂອງເຮືອນ. ໝໍເຢົາກ່າວຄໍາສະດຸດີ ເຊີນເຈົ້າປ່າເຈົ້າເຂົາ, ເຈົ້າແມ່ນ້ຳລຳເຊ, ບັນພະບຸລຸດ, ປູ່ຍ່າຕາຍາຍມາເປັນພະຍານ ແລະ ອະນຸຍາດໃຫ້ຄອບຄົວໄດ້ຈັດພິທີບູຊາດັ່ງກ່າວ. ບົດສະດຸດີ ມີຕອນກ່າວວ່າ: ມື້ນີ້ຄອບຄົວໄດ້ທຳພິທີຕ້ອນຮັບໄຫເຂົ້າມາເຮືອນ, ຂໍອະນຸຍາດລາຍງານ ແລະ ເຊີນເຈົ້າໄຫມາຮ່ວມງານນຳຄອບຄົວ, ນັບແຕ່ນີ້ເປັນຕົ້ນໄປ ຄອບຄົວຈະຖືວ່າ ໄຫຄືລູກຫຼານໃນເຮືອນ, ໄດ້ຮັບການປະພຶດເປັນຢ່າງດີທີ່ສຸດ… ຍ້ອນແນວນັ້ນ ຫວັງວ່າ ໄຫຈະມາຮ່ວມທຸກຮ່ວມສຸກ, ຢູ່ກັບຄອບຄົວຢ່າງຍາວນານ ແລະ ຊ່ວຍເຫຼືອບັນດາສະມາຊິກໃນຄອບຄົວ… ໝໍເຢົາທັງກ່າວຄໍາສະດຸດີ ທັງເອົາປອກແຂນທອງ, ສາຍຄໍາໝາກປັດມາເກົາະໃສ່ຫູ ແລະ ປາກໄຫ ດ້ວຍຄວາມໝາຍເສີມຄວາມງາມໃຫ້ໄຫ, ນັບແຕ່ນີ້ ຕໍ່ໄປໄຫໄດ້ກາຍເປັນສະມາຊິກຂອງຄອບຄົວ, ຈະໄດ້ຮັບຄວາມເຄົາລົບ ແລະ ຄວາມຮັກແພງຄື ລູກຫຼານໃນເຮືອນ.
ເຖິງວ່າແມ່ນພິທີກຳທີ່ເປັນມູນເຊື້ອ, ແຕ່ປັດຈຸບັນ, ພິທີກຳດັ່ງກ່າວກໍ່ຖືກສູນຫາຍໄປເລັກຫນ້ອຍ. ປັດຈຸບັນ ຄອບຄົວອ້າຍ ອີວຶດ ມີເງື່ອນໄຂຈັດພິທີໄດ້ຄືແນວນີ້ ກໍແມ່ນສິ່ງທີ່ມີຄວາມໝາຍສຳຄັນທີ່ສຸດ. ຕາມອ້າຍ ອີບອນເມີໂລ ຢູ່ບ້ານ ຕາຍ, ຕາແສງ ກຣົງຈິງ, ເມືອງ ເມີເດີຣັກ ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ອ້າຍໄດ້ເຫັນປະຈັກຕາພິທີບູຊາໄຫທີ່ແທ້ຈິງ.
“ເມື່ອເຮົາເຫັນຜູ້ເຖົ້າຜູ້ແກ່ເຮັດວຽກງານໃນພິທີຕ່າງໆ, ເຮົາເປັນໄວໜຸ່ມເຮົາຕ້ອງຕິດຕາມສັງເກດ ແລະ ຕ້ອງຮັກສາບັນດາມູນເຊື້ອວັດທະນະທຳນີ້. ຂ້າພະເຈົ້າຈະພະຍາຍາມສັງເກດ ແລະ ຈົດກ່າຍບັນດາຂັ້ນຕອນໃນການເຮັດພິທີໄວ້ຢ່າງລະອຽດ ເພື່ອອາດຈະນຳໃຊ້ ແລະ ຖ່າຍທອດສູ່ຄົນລຸ້ນຫຼັງ”.
ເມື່ອບັນດາພິທີກຳສິ້ນສຸດລົງ ກໍແມ່ນເວລາທີ່ສຽງຄ້ອງດັງຂຶ້ນ ເປັນການແທນຄຳຂອບໃຈຂອງຄອບຄົວເຖິງຍາດຕິພີ່ນ້ອງ, ເຜົ່າພັນ ແລະ ພໍ່ແມ່ພີ່ນ້ອງທີ່ມາຮ່ວມງານ. ແລະນັ້ນກໍແມ່ນເວລາພິທີຈັດງານມ່ວນຊື່ນໄດ້ເລີ່ມຕົ້ນຂຶ້ນຢ່າງທາງການ. ໃນທ່າມກາງບັນຍາກາດອັນຄຶກຄື້ນມ່ວນຊື່ນນັ້ນ, ທຸກຄົນກໍພາກັນນັ່ງຢູ່ອ້ອມໄຫເຫຼົ້າ, ດື່ມເຫຼົ້າໄຫ, ຮ່ວມພາເຂົ້າສະຫຼອງໃຫ້ຄອບຄົວທີ່ໄດ້ຊື້ໄຫທີ່ມີຄຸນຄ່ານີ້ຕື່ມອີກ.