(VOVWORLD) -ແຕ່ກີ້ແຕ່ກ່ອນ, ຊາວເຜົ່າ ກາວລານ ຢູ່ບ້ານ ແຄແງ, ຕາແສງ ລຸກເຊີນ, ເມືອງ ລຸກນາມ, ແຂວງ ບັ໊ກຢາງ ດຳລົງຊີວິດແບບກຸ້ມຕົນເອງ, ຍ້ອນແນວນັ້ນ, ປະຊາຊົນຈຶ່ງເຮັດອາຊີບຫັດຖະກເກັ່ງໄດ້ຫຼາຍຢ່າງ, ໃນນັ້ນ ມີອາຊີບເຮັດເຈ້ຍສາ. ຕາມບັນດາຜູ້ອາຍຸສູງແລ້ວ, ອາຊີບເຮັດເຈ້ຍສາໃນເມື່ອກ່ອນ ແມ່ນຂະຫຍາຍຕົວ ແລະ ໄດ້ຮັບຄວາມນິຍົມທີ່ສຸດ. ແຂກທ່ອງທ່ຽວທີ່ມາຈາກແຂວງ ກວ໋າງນິງ, ຫ໋າຍຟ່ອງ, ຮ່າໂນ້ຍ ກໍມາຊອກຊື້ເຈ້ຍສາທີ່ມີຄຸນນະພາບດີຂອງຊາວເຜົ່າ ກາວລານ ຢູ່ທີ່ນີ້ເປັນຈໍານວນຫຼວງຫຼາຍ. ບົດຂຽນຂອງ ເລເຟືອງ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ສິລະປະໃນການເຮັດເຈ້ຍສາຂອງພໍ່ແມ່ປະຊາຊົນ ກາວລານ, ແຂວງ ບັ໊ກຢາງ”.
ບໍ່ມີຜູ້ໃດຮູ້ໄດ້ວ່າ ອາຊີບເຮັດເຈ້ຍສາຂອງຊາວເຜົ່າ ກາວລານ ກຳເນີດເກີດຂຶ້ນມາແຕ່ເມື່ອໃດ, ບັນດາຜູ້ອາຍຸສູງໃນໝູ່ບ້ານ ກໍຮູ້ພຽງແຕ່ວ່າ ເມື່ອຕົນເຕີບໃຫຍ່ຂຶ້ນມາກໍໄດ້ຍິນສຽງສາກຕຳ, ສຽງທຸບເຈ້ຍດັງຕຸບຕັບໆຈົນຊອດແຈ້ງ… ຊົນເຜົ່າ ກາວລານ ດຳລົງຊີວິດແບບຍົກຍ້າຍຖິ່ນຖານ, ສ່ວນຫຼາຍດຳລົງຊີວິດຢູ່ໃນປ່າ ໄປຊອກຫາຊື້ເຈ້ຍບໍ່ໄດ້, ສະນັ້ນ ເຂົາເຈົ້າ ຈຶ່ງເຮັດເຈ້ຍຊະນິດນີ້ອອກມາເພື່ອຮັບໃຊ້. ພໍ່ແມ່ປະຊາຊົນບໍ່ພຽງແຕ່ເອົາເຈ້ຍມາເຮັດເປັນປື້ມເພື່ອຂຽນເທົ່ານັ້ນ ຫາກຍັງນຳມາໃຊ້ເພື່ອແຕ້ມຮູບ, ຄວັດແຕ້ມລວດລາຍຕ່າງໆອີກດ້ວຍ. ເຈ້ຍແຕ່ລະໃບ ກໍແມ່ນພາກສ່ວນສຳຄັນຕົ້ນຕໍເພື່ອໃຫ້ບັນດານັກສິລະປະການແຕ້ມພາບພື້ນເມືອງ ຫລື ແຕ້ມຮູບສັດ ເພື່ອຮັບໃຊ້ໃຫ້ແກ່ການໄຫວ້ບູຊາ, ພິທີກຳ, ງານບຸນຕ່າງໆ… ເອື້ອຍ ຫງວຽນທິມາຍແທັງ, ພະນັກງານຫໍພິພິທະພັນແຂວງ ບັ໊ກຢາງ ໃຫ້ຮູ້ວ່າ:
“ກ່ອນນີ້ ເຂົາເຈົ້າເຄີຍຄວັດລວດລາຍໃສ່ເຈ້ຍສາ ເພື່ອໃຊ້ໃນບັນດາພິທີກຳດັ້ງເດີມ. ຕົວຢ່າງຄືໃນງານສົບ, ເຂົາເຈົ້າຄວັດລວດລາຍໃສ່ເຈ້ຍ ເພື່ອເຮັດພິທີບູຊາ, ຄ້າຍຄືກັນກັບບູຊາ. ຕໍ່ມາ ເຂົາເຈົ້າ ຈຶ່ງເຮັດເປັນປື້ມ, ໃຊ້ເພື່ອຂຽນຕົວໜັງສື”.
ນອກນັ້ນ, ເຈ້ຍສາຍັງໄດ້ນຳໃຊ້ເພື່ອຈົດປະຫວັດຂອງບັນດາສະມາຊິກໃນວົງຕະກຸນ ນັບແຕ່ເວລາ, ວັນເດືອນປີເກີດ ຮອດເວລາເສຍຊີວິດ ເພື່ອເກັບຮັກສາໄວ້ໃຫ້ລຸ້ນຕໍ່ໄປ. ເຈ້ຍສາໄດ້ເຂົ້າໄປໃນຊີວິດແຫ່ງຈິດວິນຍານ ແລະ ມັນປຽບເໝືອນເຊືອກ “ເຊື່ອມຕໍ່” ລະຫວ່າງຜູ້ທີ່ຍັງມີຊີວິດ ກັບຜູ້ທີ່ເສຍຊີວິດແລ້ວ ແລະ ເບິ່ງຄືວ່າເປັນການບອກເຕືອນໃຫ້ທຸກຄົນ ຍາມໃດກໍລະນຶກເຖິງບັນພະບູລຸດ, ກົກເຄົ້າເຫງົ້າກໍຂອງຕົນ.
ພໍ່ເຖົ້າ ເຢືອງວັນກວາງເຮັດຂັ້ນຕອນສຸດທ້າຍເພື່ອສໍາເລັດການເຮັດເຈ້ຍສາ (ພາບ: bienphong.com.vn) |
ພໍ່ເຖົ້າ ເຢືອງວັນກວາງ, ນັກສິລະປະການຜູ້ຫນຶ່ງດຽວທີ່ຍັງເຮັດເຈ້ຍສາຢູ່ບ້ານ ແຄແງ ໃຫ້ຮູ້ວ່າ ເພື່ອຮຽນວິທີເຮັດເຈ້ຍແມ່ນບໍ່ຍາກພຽງແຕ່ຮຽນໃນມື້ດຽວເທົ່ານັ້ນ, ຈາກຂອດການກະກຽມວັດຖຸດິບຕະຫລອດຮອດຂັ້ນຕອນສຸດທ້າຍ ກໍ່ສາມາດເຮັດເປັນ. ເຖິງຢ່າງໃດກໍຕາມ, ເພື່ອເຮັດເຈ້ຍສາໃຫ້ມີຄຸນນະພາບດີ, ຮັບປະກັນຄວາມໜຽວ, ຄວາມແໜ້ນ, ຊຶມຊັບມຶກໄດ້ດີ ແຕ່ບໍ່ເປື້ອນ ແລະ ບໍ່ມົວນັ້ນ ບໍ່ແມ່ນເລື່ອງງ່າຍ. ນັບແຕ່ຂອດການກະກຽມວັດຖຸດິບ ແມ່ນຕ້ອງໄດ້ສຸມກຳລັງເຫື່ອແຮງ ແລະ ເຮັດຢ່າງລະອຽດລະອໍທີ່ສຸດ, ໃຊ້ເວລາປະມານ 2 ມື້ເພື່ອໃຫ້ມີບັນດາວັດຖຸດິບທີ່ບັນລຸໄດ້ມາດຕະຖານ.
ວັດຖຸດິບຕົ້ນຕໍເພື່ອເຮັດເຈ້ຍສາ ມີພຽງແຕ່ 2 ສິ່ງຄື: ປະເພດລຳຕົ້ນ (ພາສາເຜົ່າ ກາວລານ ເອີ້ນວ່າ ວາດປະ) ແລະ ປະເພດໄມ້ເປັນເຄືອ (ພາສາເຜົ່າ ກາວລານ ເອີ້ນວ່າ ເຮົາເປົາ) ເຊິ່ງຊາວເຜົ່າ ກາວລານ ຕ້ອງເຂົ້າໄປໃນເຂດປ່າເລິກເພື່ອຊອກເອົາຈາກບັນດາຕົ້ນໄມ້ທີ່ເກີດຂຶ້ນໃນທຳມະຊາດຢູ່ຈອມພູສູງ. ໃນນັ້ນ, ເຮົາເປົາ ແມ່ນໃຊ້ເປັນທາດແປ້ງເພື່ອເຮັດເຈ້ຍ, ສ່ວນ ວາດປະ ແມ່ນແຊ່ເພື່ອເອົານ້ຳ ເຮັດເປັນທາດກາວຂອງເຈ້ຍ. ພໍ່ເຖົ້າ ເຢືອງວັນກວາງ ແນະນຳວ່າ:
“ເລືອກເອົາ ໄມ້ທີ່ເປັນເຄືອ ແລະ ໄມ້ມີລຳຕົ້ນຢືນທີ່ໄດ້ມາດຕະຖານ, ນັ້ນແມ່ນເຄືອທີ່ບໍ່ເລືອໄປຕາມໜ້າດິນ ຈຶ່ງບໍ່ມີຕາ. ຖ້າເອົາເຄືອອ່ອນແມ່ນເຮັດເຈ້ຍບໍ່ໄດ້, ຖ້າເຄືອແກ່ເກີນໄປ ພັດເຮັດໃຫ້ເຈ້ຍດຳ. ເມື່ອນຳໄມ້ທີ່ເປັນເຄືອມາ ແລ້ວເອົາໄປຕາກ ຍິ່ງແຫ້ງເຈ້ຍກໍຍິ່ງຂາວ. ຖ້າຫາກຮັກສາບໍ່ດີ, ຖືກຝົນ, ອອກໂໝກ ແມ່ນເຈ້ຍຈະດຳ. ເມື່ອນຳເອົາ ໄມ້ທີ່ເປັນເຄືອມາແລ້ວ ຕ້ອງລ້າງໃຫ້ສະອາດ, ຕົ້ມຂ້ຽວ, ອາດຈະເອົາເຄືອໄມ້ສົດມາເຮັດເລີຍກໍໄດ້”.
ລ້າງເປືອກ ເຮົາເປົາ ໃຫ້ສະອາດ, ແຊ່ໃນນ້ຳປູນໃສ ແລະ ຕົ້ມຂ້ຽວໃສ່ນ້ຳທີ່ປະສົມກັບຂີ້ເທົ່າ. ຫຼັງຈາກນັ້ນ, ລ້າງຂີ້ເທົ່າທີ່ຕິດເປືອກເຄືອໄມ້ອອກ. ນີ້ແມ່ນຂັ້ນຕອນທີ່ໃຊ້ແຮງງານຫຼາຍທີ່ສຸດ ເຊິ່ງມັນຮຽກຮ້ອງໃຫ້ມີຄວາມພິຖີພິຖັນ, ລະອຽດລະອໍ ເພື່ອຮັບປະກັນໄດ້ເຖິງຄວາມໃສແຈ້ງຂອງສີເຈ້ຍ. ຈາກນັ້ນ, ນຳເອົາເຮົາເປົາທີ່ໄດ້ຕົ້ມຂ້ຽວເປື່ອຍແລ້ວນັ້ນມາຕຳ ຫຼື ທຸບ. ຂັ້ນຕອນສຸດທ້າຍແມ່ນນຳເອົາສ່ວນເປືອກທີ່ທຸບມຸ່ນນັ້ນລົງແຊ່ໃນ ອ່າງນ້ຳວາດປະ, ແລ້ວຄົນໃຫ້ເຂົ້າກັນ ກໍຈະໄດ້ຊະນິດນ້ຳທີ່ມີສີເຫຼືອງອ່ອນ, ຂຸ້ນໜຽວ ເມື່ອເວລາເຮັດເຈ້ຍ ເຈ້ງຈຶ່ງບໍ່ຕິດຂອບ.
ຂັ້ນຕອນເອົາແປ້ງເຈ້ຍໃສ່ໃນຂອບ (ພາບ: baobacgiang.vom.vn) |
ຂອບເຮັດເຈ້ຍສາ ໂດຍພໍ່ແມ່ປະຊາຊົນ ກາວລານ ປະດິດຄິດສ້າງເອງເພື່ອຮັບໃຊ້ໃນຄອບຄົວ. ຂອບໄດ້ເຮັດເປັນສີ່ແຈສາກ ດ້ວຍໄມ້ເຮັ້ຍ ຫຼື ໄມ້ຊອດ 4 ທ່ອນ, ຢູ່ເຄິ່ງກາງແມ່ນຮອງດ້ວຍແພມຸ້ງ ຫຼື ແພແຍ່ງ, ຄວາມໜາບາງຂອງແພທີ່ຮອງ ແມ່ນກຳນົດຕາມລະດັບຄວາມໜາບາງຂອງເຈ້ຍສາທີ່ເຮັດອອກມາ. ຂອດສຸດທ້າຍແມ່ນການລາດເປັນແຜ່ນເຈ້ຍ, ນີ້ແມ່ນຂອດທີ່ຍາກ ເພາະມັນຮຽກຮ້ອງໃຫ້ຜູ້ລາດເຈ້ຍຕ້ອງມີບົດຮຽນໃນການລາດທີ່ສະໝ່ຳສະເໝີຢູ່ເທິງຂອບແພທີ່ໄດ້ເຮັດໄວ້ນັ້ນ. ຊາວເຜົ່າ ກາວລານ ວາງຂອບລວງຂວາງ, ໃຊ້ຈອງຕັກແປ້ງເຈ້ຍໃສ່ເທິງໜ້າແພນັ້ນ ແລ້ວຈັບໂຍກໄປມາໃຫ້ສະໝ່ຳສະເໝີ. ພໍ່ເຖົ້າ ເຢືອງວັນກວາງ ໃຫ້ຮູ້ວ່າ:
“ເມື່ອຄົນນ້ຳກາວກັບແປ້ງ ຕ້ອງໃຊ້ວິທີຄວາມຮູ້ສຶກແບບລື້ງເຄີຍ, ເຊິ່ງບໍ່ສາມາດຜອງນັບໄດ້. ຂ້າພະເຈົ້າຮຽນເຮັດເຈ້ຍແຕ່ດົນນານແລ້ວ, ທຳອິດກໍລອງຜອງນັບ ແຕ່ເຮັດບໍ່ໄດ້ ຍ້ອນວ່າຖ້າຕົ້ນກາວອ່ອນ ແມ່ນອັດຕາສ່ວນກາວຈະຫຼຸດລົງໜ້ອຍໜຶ່ງ ຫຼື ຕົ້ນກາວແກ່ ແມ່ນອັດຕາສ່ວນກາວຈະເພີ່ມຂຶ້ນໜ້ອຍໜຶ່ງ. ຍ້ອນແນວນັ້ນ ມີແຕ່ວິທີປະສົມລົງຂອບແລ້ວຮັບຮູ້ດ້ວຍການເອົາມືຈັບບາຍເບິ່ງ. ເຮົາລາດເຈ້ຍ ຕ້ອງໃຫ້ສະໝ່ຳສະເໝີ ແລະ ຮາບພຽງທີ່ສຸດ ບໍ່ດັ່ງນັ້ນ ເຈ້ຍຈະມີບ່ອນໜາບ່ອນບາງ”.
ເມື່ອເອົາແປ້ງເຈ້ຍໃສ່ໃນຂອບຢ່າງສະໝ່ຳສະເໝີແລ້ວ ແມ່ນຕັ້ງຂອບງ່ຽງໄວ້, ຊອກບ່ອນທີ່ສະອາດ, ລົມລ່ວງດີ, ມີແສງແດດ ເພື່ອຕາກເຈ້ຍໃຫ້ແຫ້ງ. ເມື່ອຕາກກໍຕ້ອງວາງຂອບໃຫ້ພຽງ, ແຜ່ນເຈ້ຍຈຶ່ງງາມ ແລະ ພຽງສະໝ່ຳສະເໝີກັນ. ການລອກເອົາເຈ້ຍ ຄວນລອກເອົາຢູ່ທາງຂອກກ່ອນ, ຈາກນັ້ນ ຈຶ່ງລອກທັງແຜ່ນອອກ. ສຸດທ້າຍ, ຜະລິດຕະພັນເຈ້ຍສາມີສີຂາວ, ໜາສະໝ່ຳສະເໝີ, ພຽງ ແລະ ມີຄວາມໜຽວທົນທານດີ.
ໂດຍໄດ້ເຮັດຈາກສີມືອັນຄ່ອງແຄ້ວຂອງຊາວເຜົ່າ ກາວລານ ຕາມເຄັດລັບສະເພາະ, ຜະລິດຕະພັນເຈ້ຍສາ ເຖິງຈະບາງ ແຕ່ມີຄວາມໜຽວ ແລະ ທົນທານກວ່າເຈ້ຍທີ່ຜະລິດຕາມແບບອຸດສາຫະກຳ. ຖ້າຮັກສາຢ່າງລະມັດລະວັງແມ່ນປະໄວ້ໄດ້ເຖິງ 20 - 30 ປີ ກໍຍັງສາມາດໃຊ້ໄດ້ເປັນຢ່າງດີ. ປັດຈຸບັນ, ອາຊີບເຮັດເຈ້ຍສາຂອງຊາວເຜົ່າ ກາວລານ ເຖິງວ່າບໍ່ໄດ້ຮັບຄວາມນິຍົມຄືເມື່ອກ່ອນກໍຕາມ ແຕ່ບາງຄອບຄົວຍັງສືບຕໍ່ຮັກສາອາຊີບດັ້ງເດີມນີ້ໄວ້ ເພື່ອອະນຸລັກ, ຮັກສາມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸອັນພິເສດລ້ຳຄ່າ ເຊິ່ງບັນພະບູລຸດໄດ້ປະໄວ້ໃຫ້. ອາຊີບເຮັດເຈ້ຍສາ ຍາມໃດກໍຍັງຄົງຕົວຕະຫລອດເປັນການພິສູດໃຫ້ເຫັນເຖິງສີມືອັນຄ່ອງແຄ້ວ ແລະ ບັນດາຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງພໍ່ແມ່ປະຊາຊົນເຜົ່າ ກາວລານ ຢູ່ທີ່ນີ້.