ອ້າຍຄູຢູ່ໂຮງຮຽນເຂດບ້ານນາ ​ສາ​ມາດ​ປຸງ​ແຕ່ງ​ນ້ຳ​ຢາ​ຂ້າ​ເຊື້ອ ເພື່ອ​ຕ້ານ​ໂລກ​ລະ​ບາດ covid– 19 ໃຫ້​ແກ່​ນັກ​ຮຽ​ນ ແລະ ເພື່​ອນ​ຮ່ວມ​ອາ​ຊີບ

(VOVWORLD) -ເພື່ອເປັນການປະກອບສ່ວນ ພ້ອມກັບບັນດາອົງການສຳນັກງານທີ່ມີໜ້າທີ່ຮັບຜິດຊອບ ແລະ ປະຊາຊົນໃນທົ່ວປະເທດໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid – 19, ມີອ້າຍຄູຄົນໜຶ່ງສອນວິຊາເຄມີສາດ ຢູ່ໂຮງຮຽນເຂດບ້ານນາໃນແຂວງ ກ໋ວາງຈິ  ໄດ້ຊອກຮູ້,  ທົດລອງປຸງແຕ່ງນ້ຳຢາລ້າງມືຂ້າເຊື້ອ ເພື່ອນຳໃຊ້ໃນຄອບຄົວ ແລະ ໂຮງຮຽນ. 
ອ້າຍຄູຢູ່ໂຮງຮຽນເຂດບ້ານນາ ​ສາ​ມາດ​ປຸງ​ແຕ່ງ​ນ້ຳ​ຢາ​ຂ້າ​ເຊື້ອ ເພື່ອ​ຕ້ານ​ໂລກ​ລະ​ບາດ covid– 19 ໃຫ້​ແກ່​ນັກ​ຮຽ​ນ ແລະ ເພື່​ອນ​ຮ່ວມ​ອາ​ຊີບ - ảnh 1ອ້າຍຄູ ຫວໍເຝືອກຮຸ່ງ  

ຜູ້ປຸງແຕ່ງນ້ຳຢາລ້າງມືຂ້າເຊື້ອ ເພື່ອສາມາດຕ້ານໂລກລະບາດ Covid– 19 ນັ້ນແມ່ນ ອ້າຍຄູ ຫວໍເຝືອກຮຸ່ງ ປະລິນຍາໂທ ວິຊາເຄມີສາດອົງຄະທາດ, ອ້າຍຄູສອນວິຊາເຄມີສາດຢູ່ຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ເລືອງເຖວິງ, ເທດສະບານແຂວງ ກວ໋າງຈິ. ອ້າຍຄູ ຮຸ່ງ ໃຫ້ຮູ້ວ່າ ເມື່ອໄດ້ຍິນຂ່າວກ່ຽວກັບສະພາບຂາດແຄນນນ້ຳຢາລ້າງມື ເພື່ອຕ້ານໂລກລະບາດ Covid – 19, ລາວໄດ້ຄິດເລີຍເຖິງການປຸງແຕ່ງນ້ຳຢາຂ້າເຊື້ອນີ້. ພາຍຫຼັງທີ່ໄດ້ຊອກຮູ້ລະອຽດ ກ່ຽວກັບວັດຖຸດິບ ເພື່ອຜະລິດອອກຜະລິດຕະພັນຈໍລະຈອນໃນທ້ອງຕະຫຼາດ ແລະ  ໄດ້ທາບທາມການແນະນຳຂອງອົງການອານະໄມໂລກ, ອ້າຍຄູ ຮຸ່ງ ໄດ້ລົງມືປຸງແຕ່ງນ້ຳຢາ. ອ້າຍ ຫວໍເຝືອກຮຸ່ງ ແບ່ງປັນວ່າ:

 “ເມື່ອອ່ານຂ່າວທາງເຄືອຂ່າຍອິນເຕີເນັດ ກໍ່ເຫັນຄຳກ່າວເຕືອນຂອງອົງການອານາໄມໂລກ ເຊິ່ງໄດ້ແນະນຳວິທີປຸງແຕ່ງນ້ຳຢາຂາດເຊື້ອ. ຈຸດປະສົງແມ່ນເພື່ອແນະນຳໃຫ້ບັນດາຄອບຄົວ ຫຼື ບັນດາບັນດາໂຮງຮຽນສາມາດຜະລິດເອງເພື່ອນຳໃຊ້, ສ້າງຄວາມຊິນເຄີຍໃນການຮັກສາອານະໄມ”. 
ຄະນະອຳນວຍການໂຮງຮຽນ ແລະ ບັນດາອ້າຍເອື້ອຍຄູສັງເກດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ເລືອງເຖວິງ ກໍ່ມີຄວາມພາກພູມໃຈທີ່ສຸດ ເມື່ອໄດ້ຮູ້ຂ່າວວ່າອ້າຍຄູ ຮຸ່ງ ສາມາດປຸງແຕ່ງນ້ຳຢາຂ້າເຊື້ອ ເພື່ອຕ້ານໂລກລະບາດ Covid– 19 ຢ່າງສຳເລັດຜົນ. ເອື້ອຍຄູ ຟານທິຮົ່ງຝຸກ ຫົວໜ້າຄະນະອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ເຖິງວ່າໃນປັດຈຸບັນນັກຮຽນ ກໍ່ຍັງພັກຮຽນຢູ່, ແຕ່ບັນດາອ້າຍເອື້ອຍຄູ ກໍ່ຕ້ອງໄປໂຮງຮຽນ ເພື່ອປະຕິບັດວຽກງານປ້ອງກັນ ແລະ ຕ້ານໂລກລະບາດ, ພ້ອມທັງໂຮມປະຊຸມ, ຮຽບຮຽງຫຼັກສູດການສອນ ເພື່ອສອນນັກຮຽນຜ່ານເຄືອຂ່າຍອິນເຕີເນັດ ຜ່ານນັ້ນກໍ່ຕ້ອງການມີນ້ຳຢາຂ້າເຊື້ອເພື່ອຕ້ານໂລກລະບາດ ເພື່ອນຳໃຊ້. ຜ່ານການນຳໃຊ້ນ້ຳຢາຕ້ານເຊື້ອໂດຍອ້າຍຄູ ຮຸ່ງ ຜະລິດເອງນັ້ນ ກໍ່ເຫັນວ່າຜະລິດຕະພັນຂອງອ້າຍຄູ ຮຸ່ງ ແມ່ນດີທີ່ສຸດ ເວລາລ້າງມືກໍ່ຮູ້ສຶກມືເຢັນ ແລະ ມີຄວາມປອດໄພ. ເອື້ອຍຄູ ຟານທິຮົ່ງຝຸກ ຢືນຢັນວ່າ: 
“ອ້າຍຄູ ຫວໍເຝືອກຮຸ່ງ ແມ່ນອ້າຍຄູທີ່ມີວິຊາການເກັ່ງທີ່ສຸດ, ນີ້ແມ່ນຄວາມເອກອ້າງທະນົງໃຈຂອງໂຮງຮຽນ ແລະ ຂອງ ແຂວງ ກວ໋າງຈິ. ງານປະກວດທຸກໆຄັ້ງທີ່ກ່ຽວຂ້ອງເຖິງວິທະຍາສາດເຕັກນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ຄູສອນເກັ່ງ, ອ້າຍຄູ ຮຸ່ງ ຍາມໃດກໍ່ນຳໜ້າ. ບົນພື້ນຖານຄວາມເຂົ້າໃຈ ແລະ ມີລະດັບຄວາມຮູ້ ແລະ ຄວາມສາມາດ ຊຶ່ງອ້າຍຄູສາມາດປຸງແຕ່ງນ້ຳຢາຂ້າເຊື້ອ ເພື່ອຮັບປະກັນໃຫ້ຄູສອນ ແລະ ນັກຮຽນນຳໃຊ້, ພ້ອມກັນຮ່ວມແຮງຮ່ວມໃຈ ຍູ້ໂລກລະບາດຖອຍໄປ”. 
ທ່ານ ໂດ໊ວັນຮຸ່ງ ຫົວໜ້າພະແນກສາທາລະນະສຸກແຂວງ ກວ໋າງຈິ ຖືວ່າ ເລື່ອງບັນດາສ່ວນບຸກຄົນ, ອົງການສຳນັກງານທີ່ປຸງແຕ່ງນ້ຳຢາລ້າງມືເອງ ຕາມສູດແນະນຳຂອງອົງການອານະໄມໂລກ ຄືກໍລະນີຂອງອ້າຍຄູ ຮຸ່ງ ແມ່ນເປັນໜ້າຊົມເຊີຍ, ເຊິ່ງເປັນການປະກອບສ່ວນຍົກສູງສະຕິຄວາມຮັບຮູ້ ໃນການປ້ອງກັນຕ້ານໂລກລະບາດໃນຊຸມຊົນ. ທ່ານ ໂດ໊ວັນຮຸ່ງ ເວົ້າວ່າ: 
“ຂ້າພະເຈົ້າສະໜົບສະໜູນທີ່ສຸດ ຖ້າຫາກເຮັດຕາມມາດຕະຖານຂອງຂະແໜງສາທລະນະສຸກ. ພວກຂ້າພະເຈົ້າສົ່ງເສີມຜູ້ຜະລິດ, ຖ້າຫາກຮັບປະກັນຄວາມປອດໄພໃຫ້ແກ່ສິ່ງແວດລ້ອມ ແລະ ມະນຸດຢ່ງຂາດຕົວ. ຜູ້ຄົນທັງຫຼາຍກໍ່ກຳແໜ້ນລະດັບຄວາມຮູ້ ນັ້ນແມ່ນບໍ່ນຳໃຊ້ເຫຼົ້າ 90 ອົງສາ ແຕ່ນຳໃຊ້ເຫຼົ້າ 70 ອົງສາກໍ່ເປັນໄດ້, ສາມາດລ້າງມືໄດ້ສະອາດ ແລະ ບໍ່ສົ່ງຜົນສະທ້ອນຫຍັງເລີຍ”
ໃນສະພາບການທີ່ຄວາມຕ້ອງການ ທາງດ້ານອຸປະກອນການແພດ ເວົ້າລວມ ກໍ່ຄືສິນຄ້າປະເພດນ້ຳຢາລ້າງມືຂ້າເຊື້ອ ເວົ້າສະເພາະໃນທ້ອງຕະຫຼາດ ໄດ້ເພີ່ມຂຶ້ນສູງ ແລະ ມີບໍ່ເທົ່າໃດຄົນ ພວມສວຍໃຊ້ສະພາບການນີ້ ເພື່ອສະແຫວງຫາຜົນປະໂຫຍດ, ການກະທຳຂອງອ້າຍຄູ ຫວໍເຝືອກຮຸ່ງ ຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ເລືອງເຖວິງ ກໍ່ເປັນໜ້າຍ້ອງຍໍຊົມເຊີຍ. ການກະທຳຂອງອ້າຍຄູຄວນຖືກທະວີຄູນ ແລະ ແຜ່ຂະຫຍາຍບັນດາສິ່ງທີ່ຈົບງາມ ໃນວົງຄະນາຍາດສັງຄົມ, ປະກອບສ່ວນສະກັດກັ້ນ ແລະ ຍູ້ໂລກລະບາດ Covid– 19 ໃຫ້ຖອຍໄປ. 

ຕອບກັບ

ຂ່າວ/ບົດ​ອື່ນ