(vovworld) - ບັນດາຂໍ້ມູນທີ່ບໍ່ປະເອີບໃຈປານໃດກ່ຽວກັບວິກິດການໜີ້ສິນຢູ່ພາກພື້ນທີ່ນຳໃຊ້ສະກຸນເງິນລວມເອີລົບ ໄດ້ປະກົດຂຶ້ນໃນບັນດາພາຫະນະສື່ມວນຊົນໃນຊຸມມື້ຜ່ານມາຢ່າງລຽນຕິດ. ນີ້ແມ່ນສັນຍານສະແດງໃຫ້ເຫັນວ່າ, ວິກິດການຢູ່ທະວີບນີ້ນັບມື້ນັບຊົ່ວຮ້າຍລົງ. ຕໍ່ໄປນີ້ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມທີ່ມີຫົວຂໍ້ວ່າ ” ວິກິດການໜີ້ສາທາລະນະທີ່ຮ້າຍແຮງຢູ່ເອີລົບ”
ພາຍເຢາະເຢີ້ຍກ່ຽວກັບວິກິດການໜີ້ສາທາລະນະຢູ່ເອີລົບ
(ພາບ: google.com.vn)
ປະເທດຫລ້າສຸດທີ່ຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດທີ່ຖືກຜົນສະທ້ອນຈາກວິກິດການໜີ້ສາທາລະນະນັ້ນແມ່ນ ສາທາລະນະລັດ ສະຫະພັນເຢຍລະມັນ, ເຊິ່ງແມ່ນປະເທດທີ່ໄດ້ຮັບການຕີລາຄາວ່າ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ເອີລົບ. ຕາມການຄາດຄະເນຂອງກະຊວງເສດຖະກິດເຢຍລະມັນແລ້ວ, ວົງເງິນສົ່ງອອກ, ເສົາຄ້ຳຕົ້ນຕໍຂອງພື້ນຖານເສດຖະກິດເຢຍລະມັນ, ໄດ້ຫຼຸດລົງ 3,4% ໃນເດືອນ 9 ຜ່ານມາ. ມີບາງວິສາຫະກິດໃຫຍ່ຂອງປະເທດນີ້ ເລີ່ມປະຕິບັດນະໂຍບາຍກຳຈັດຄັດເຂ່ຍກຳມະກອນ. ນັບທັງຂະແໜງອຸດສາຫະກຳຜະລິດໂອໂຕກໍ່ເລີ່ມມີສັນຍານຊຸດໂຊມລົງ, ເມື່ອບັນດານັກຜະລິດຕ້ອງຂາຍຜະລິດຕະພັນດ້ວຍລາຄາຖືກ ເພື່ອຮັກສາຈຳນວນຕົວເລກທຸລະກິດໄວ້. ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ, ກະຊວງເສດຖະກິດເຢຍລະມັນໄດ້ກ່າວເຕືອນວ່າ, ລະດັບເຕີບໂຕຂອງປະເທດນີ້ຈະຖືກຊັກຊ້າຢູ່ໃນໄຕມາດທີ 4 ປີນີ້ ແລະ ຈະແກ່ຍາວໃນ 3 ເດືອນຕົ້ນປີ 2013. ໃນຂະນະນັ້ນ, ເສດຖະກິດຝລັ່ງກໍ່ພວມຕົກຢູ່ໃນສະພາບຖືກຊຸດໂຊມ, ເມື່ອທະນາຄານຝລັ່ງໄດ້ຄາດຄະເນວ່າ ລະດັບເຕີບໂຕທາງດ້ານເສດຖະກິດຂອງປະເທດນີ້ໃນໄຕມາດທີ 4 ຈະສືບຕໍ່ຫຼຸດລົງ 0,1% ເທົ່າກັບລະດັບຂອງໄຕມາດທີ 3.
ໃນສະຖານະການດັ່ງກ່າວ, ບົດລາຍງານຕີລາຄາກ່ຽວກັບສະພາບເສດຖະກິດເອີລົບ ໂດຍຄະນະກຳມະການເອີລົບ (EC) ປະກາດຫວ່າງແລ້ວນີ້ ຍິ່ງສະແດງໃຫ້ເຫັນຄວາມມືດມົວຂອງເສດຖະກິດເອີລົບ. ຕາມການຄາດຄະເນຂອງ EC ແລ້ວ, ເສດຖະກິດ ເອີໂຮ ລວມມີ 17 ປະເທດສະມາຊິກ ຈະຫຼຸດລົງ 0,4% ໃນປີ 2012, ເພາະວ່າວິກິດການໜີ້ສາທາລະນະຢູ່ພາກພື້ນນີ້ ພວມເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຖືກຫຼຸດລົງ ແລະ ລະດັບວ່າງງານກໍ່ເພີ່ມຂຶ້ນລະດັບສະຖິຕິ. ການຄາດຄະເນຂອງ EC ກໍ່ໃຫ້ເຫັນວ່າ ການຂາດດຸນງົບປະມານຂອງແອດສະປາຍກໍ່ເພີ່ມຂຶ້ນເຖິງ 6,4% GDP ຂອງປີ 2014, ເມື່ອທຽບໃສ່ລະດັບ 2,8% ຂອງປີ 2014 ເຊິ່ງປະເທດນີ້ໄດ້ວາງອອກເມື່ອຕົ້ນປີນີ້ ກໍ່ຄືລະດັບກຳນົດເທົ່າກັບ 3% ຂອງ GDPໂດຍສະຫະພາບເອີລົບ (EU) ວາງອອກ. ເຢຍລະມັນພຽງແຕ່ບັນລຸລະດັບເພີ່ມຂຶ້ນ 2% ໃນປີ 2014, ເຊິ່ງແມ່ນລະດັບຕຳ່ກວ່າຫຼາຍ ເມື່ອທຽບໃສ່ການຄາດຄະເນກ່ອນນັ້ນຂອງ EC. ເກຼັກ, ກໍ່ພວມປະເຊີນໜ້າກັບອັດຕາວ່າງງານສູງສຸດ.1/4 ຈຳນວນຜູ້ອອກແຮງງານຖືກຫວ່າງງານ, ໜີ້ສາທາລະນະຂອງເກຼັກ ກວມ 170% GDP ແລະ ຄາດວ່າຕົວເລກດັ່ງກ່າວຈະເພີ່ມຂຶ້ນລະດັບ 220% ໃນປີ 2016.
ທ່ານ Olli Rehn ກຳມະການເສດຖະກິດ EU, ຕ້ອງຍອມຮັບວ່າ, ປະຈຸບັນຍັງບໍ່ທັນມີຄຳຕອບໃຫ້ແກ່ບັນດາບັນຫາຂອງເອີລົບເທື່ອ.
ວິກິດການໜີ້ສາທາລະນະ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງແຕ່ລະປະເທດສະມາຊິກຂອງເອີລົບເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນໂດຍກົງເຖິງງົບປະມານຂອງສະຫະປະຊາຊາດອີກດ້ວຍ. ການເຈລະຈາຫວ່າງແລ້ວນີ້ ເພື່ອຕົກລົງກ່ຽວກັບງົບປະມານຂອງສະຫະພາບເອີລົບໃຫ້ແກ່ປີ 2013 ບໍ່ໄດ້ຮັບຜົນ ພາຍຫຼັງທີ່ບາງປະເທດສະໜັບສະໜູນນະໂຍບາຍຮັດເຂັມຄັດ ປະຕິເສດຖົມຂຸມຈຳນວນເງິນທີ່ຂາດແຄນໃນກອງທຶນທີ່ສະຫງວນໃຫ້ແກ່ບັນດາປະເທດສະມາຊິກທີ່ທຸກຍາກກວ່າ EU ແລະ ລັດຖະສະພາເອີລົບ (EP) ໄດ້ສະເໜີເພີ່ມງົບປະມານຂຶ້ນ 6,8% (ເທົ່າກັບ 138 ຕື້ເອີໂຮ) ໃນປີ 2013, ແຕ່ບັນດາປະເທດສະມາຊິກພຽງແຕ່ຢາກເພີ່ມອີກ 2,8% ເທົ່ານັ້ນ. ບໍ່ພຽງແຕ່ເທົ່ານັ້ນ, ຝ່າຍຕ່າງໆກໍ່ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຖົມຂຸມສ່ວນທີ່ຂາດແຄນ 8,9 ຕື້ເອີໂຮ ເຊິ່ງໄດ້ໃຊ້ຈ່າຍໃນປີ 2012 ແລ້ວ. ສາຍເຫດທີ່ບັນດາປະເທດອຸປະຖຳຕົ້ນຕໍຍົກອອກມານັ້ນແມ່ນ, ເຂົາເຈົ້າບໍ່ອາດປະກອບເງິນຕື່ມອີກ ໃນຂະນະທີ່ປະຊາຊົນພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກ. ຫາງສຽງມີຄວາມວິຕົກກັງວົນວ່າ, ຖ້າຫາກວ່າບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການປະກອບເງິນນັ້ນ, EU ເອງ ກໍ່ຈະບໍ່ອາດເຄື່ອນໄຫວໄດ້.
ເລື່ອງບັນຊີລາຍຊື່ບັນດາປະເທດຖືກຜົນສະທ້ອນຈາກວິກິດການໜີ້ສາທາລະນະຢູ່ເອີລົບນັບມື້ນັບເພີ່ມຂຶ້ນ, ພ້ອມກັບຄວາມຫຍຸ້ງຍາກໃນການບັນລຸຂໍ້ຕົກລົງຮ່ວມກ່ຽວກັບງົບປະມານຂອງສະຫະພາບເອີລົບນັ້ນ, ເບິ່ງຄືວ່າ ”ພາຍຸ”ດ້ານການເງິນຍັງຄົງສືບຕໍ່ໍກໍ່ຄວາມເສຍຫາຍບໍ່ແມ່ນໜ້ອຍໃຫ້ແກ່ທະວີບນີ້.