ຫວຽດນາມສືບຕໍ່ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ

(vovworld) - ວັນ​ທີ 3/4, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊຸດຍອດອາ​ຊຽນຄັ້ງ​ທີ 20, ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ສືບ​ຕໍ່​ຢັ້ງຢືນ​ແຜນ​ນະ​ໂຍບາຍ ​ແມ່ນ​ສະມາຊິກ​ທີ່ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ​ອາ​ຊຽນ; ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ບັນຫາ​ລວມ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນ, ພ້ອມ​ທັງ​ຢັ້ງຢືນ​ວ່າ​ຫວຽດນາມ ສະໜັບສະໜູນ​ຄວາມ​ຕັດສິນ​ໃຈ​ຍູ້​ໄວ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

ຫວຽດນາມສືບຕໍ່ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ - ảnh 1

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Nguyen Tan Dung

ຢູ່ສະໜາມບິນ Pochentong (ພາບ: TTXVN)

ກອງ​ປະຊຸມ​ຊຸດຍອດອາ​ຊຽນຄັ້ງ​ທີ 20 ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ທີ່​ອາ​ຊຽນພວມ​ສືບ​ຕໍ່​ມານະ​ພະຍາຍາມ​ຍູ້​ໄວ​ການ​ຜັນ​ຂະຫຍາຍ​ຂະ​ບວນການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເພ​ີ່ມທະວີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ກຳນົດ​ທິດ ​ແລະ ​ຊຸກຍູ້​ການ​ກໍ່ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ໃຫ້​ເໝາະ​ສົມ​ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕ່າງໆ ​ແລະ​ລັກສະນະ​ພິ​ເສດ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ອາ​ຊຽນຮັກສາ​ບົດບາດ​ເປັນ​ສູນ​ກາງ. ດ້ວຍ​ຫົວ​ຂໍ້​ວ່າ ”ອາ​ຊຽນ: ປະຊາ​ຄົມ​ໜຶ່ງດຽວ, ຊາຕາກຳ​ໜຶ່ງດຽວ​”, ກອງ​ປະຊຸມ​ຄັ້ງ​ນີ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ວມ​ມື, ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ແລະ​ເຊື່ອມ​ຈອດໃນ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື, ປັບປຸງ​ບົດບາດ​ເປັນ​ໃຈ​ກາງຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ພວມ​​ເປັນ​ຮູບ​ເປັນ​ຮ່າງ ​ແລະ​ແລກປ່ຽນ​ບັນດາ​ບັນຫາ​ທີ່ພາກ​ພື້ນ ​ແລະ ສາກົນມີ​ຄວາມ​ສົນ​ໃຈ.

ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຢັ້ງຢືນ​ວ່າ ຫວຽດນາມ​ແມ່ນ​ສະມາຊິກ​ໜຶ່ງ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ​ອາ​ຊຽນ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ບັນຫາ​ລວມ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນ, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ຊຸກຍູ້​ການ​ກໍ່ສ້າງ​ອາ​ຊຽນ ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ, ມີ​ຄວາມ​ສາມັກຄີ ​ແລະ ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແ​ຟ້ນ, ມີ​ບົດບາດ​ສຳຄັນ​ຢູ່​ພາກ​ພື້ນ, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ກວ່າ​ອີກ, ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ, ສະ​ແຫວ​ງຫາ​ເວທີ​ປາ​ໄສ​ຕ່າງໆ​ຂອງ​ອາ​ຊຽນ ​ເພື່ອ​ຮັບ​ໃຊ້​ຈຸດໝາຍ​ກໍ່ສ້າງ ​ແລະ​ພັດທະນາ​ປະ​ເທດ​ຊາດ. ​ໃນ 17 ປີ​ທີ່​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ຍາມ​ໃດ​ຫວຽດນາມ ກໍ່​ກຳນົດ​ວ່າ ການ​ຮ່ວມ​ມື​ອາ​ຊຽນ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໂລກ ຂອງ​ພັກ ​ແລະ​ ລັດ ​ຫວຽດນາມ. ​ໃນ​ໄລຍະ​ປະຈຸ​ບັນ, ການ​ຮ່ວມ​ມື​ໃນ​ອາ​ຊຽນຍິ່ງ​ມີ​ຄວາມ​ຈຳ​ເປັນ ​ເມື່ອ​ຫວຽດນາມ ນັບ​ມື້​ນັບ​ເຊື່ອມ​ໂຍງ​ກັບ​ສາກົນຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວງ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 11 ຫວ່າງ​ແລ້ວ​ນີ້ ກໍ່​ໄດ້​ຢັ້ງຢືນ​ວ່າ: ”ຫວຽດນາມ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ພ້ອມ​ກັບປະ​ເທດ​ຕ່າງໆ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ. ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ​ມີ​ຄວາມ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ທີ່​ບັນລຸ​ໄດ້, ຫວຽດນາມ​ໄດ້​ຕັ້ງໜ້າ ​ແລະ ຈະ​ຕັ້ງໜ້າ​ປະກອບສ່ວນ​ ເພື່ອ​ກໍ່ສ້າງ​ອາ​ຊຽນ ​ໃຫ້​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄວາມ​ສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ, ນັບ​ມື້​ນັບ​ມີ​ບົດບາດ ​ແລະ​ ມີທີ່ຕັ້ງ​ສຳຄັນ​ຢູ່​​ພາກ​ພື້ນ ​ແລະ ​ຢູ່​ໃນ​ໂລກ, ພ້ອມ​ກັນ​ສູ້​ຊົນ​ເພື່ອບັນດາ​ຈຸດໝາຍ​ລວມນັ້ນ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ”.

ບົນ​ຈິດ​ໃຈ​ນັ້ນ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ຕັ້ງໜ້າ​ປະກອບ​ບັນດາ​ບັນຫາ​ເຊິ່ງອາ​ຊຽນ ​ແລະ ຫວຽດນາມ ມີ​ຄວາມ​ສົນ​ໃຈ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ປະກອບສ່ວນ​ຍົກ​ສູງ​ບົດບາດ, ​ແລະ​ ທີ່​ຕັ້ງ​ຂອງ​ຫວຽດນາມ ຢູ່​ໃນ​ໂລກ ກໍ່​ຄື​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ກໍ່​ຢັ້ງຢືນ​ສະໜັບສະໜູນ​ຄວາມ​ຕັດສິນ​ໃຈ​ຍູ້​ໄວ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ 3 ປີ​ທີ່​ຍັງ​ເຫຼືອຂອງ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເຊິ່ງ​ໃນ​ນັ້ນ, ມີ​ເນື້ອ​ໃນໜຶ່ງ​ທີ່​ສຳຄັນນັ້ນ​ແມ່ນ ປະຊາ​ຄົມ​ອາ​ຊຽນ ມຸ້ງ​ໄປ​ເຖິງ​ປະຊາຊົນ. ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ Le Cong Phung, ຖື​ວ່າ:

”ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ສະມາຊິກ​ໃນອາ​ຊຽນນຳ​ກັນ ບໍ່​ສະ​ເພາະແຕ່​ທາງ​ດ້ານ​ເສດຖະກິດ, ການ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ເຊື່ອມ​ໂຍງ​ທາງ​ດ້ານ​ວັດທະນະທຳ, ​ແບບ​ແຜນ​ດຳລົງ​ຊີວິດ, ການ​ປະພຶດ​ຕໍ່​ໃນ​ມະຫາ​ຄອບຄົວ​ອາ​ຊຽນນຳ​ກັນອີກ​ດ້ວຍ. ​ເຮັດ​ຄື​ແນວ​ໃດ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນນຳ​ກັນ, ​ເຮັດ​ຄື​ແນວ​ໃດ​ເພື່ອ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ນັບ​ທັງ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ຊີວິດ​ປະຈຳ​ວັນ, ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ປະ​ເທດ​ນີ້ ມີ​ຄວາມ​ເຂົ້າ​ໃຈ​ປະຊາຊົນ​ປະ​ເທດ​ອື່ນ​ຢ່າງ​ເລິກ​ເຊິ່ງກວ່າ. ​ເຮັດ​ຄື​ແນວ​ນັ້ນ​ຈຶ່ງ​ສາມາດ​ຮ່ວມ​ແຮງ​ຮ່ວມ​ໃຈ ​ເພື່ອ​ເຮັດ​ໃຫ້​ກຸ່ມ​ອາ​ຊຽນ ມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ, ນັບ​ມື້​ນັບມີ​ທີ່​ຕັ້ງສຳຄັນ​ຢູ່​ພາກ​ພື້ນ ​ແລະ​ຢູ່​ໃນ​ໂລກ”.

ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ່​ຢັ້ງຢືນ​ການສະໜັບສະໜູນ, ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ແຜນການ​ສັງ​ລວມນັ້ນ​ແມ່ນ​ເຊື່ອມ​ຈອດ​ອາຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ຈຸດ​ສຸມກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ຄວາມ​ເສ​ລີ​ດ້ານ​ສິນຄ້າ, ​ເຮັດ​ໃຫ້ການ​ແລກປ່ຽນ​ສິນຄ້າ, ການ​ບໍລິການ​ມີ​ຄວາມສະດວກ​ສະບາຍ, ສະໜັບສະໜູນ​ເລື່ອງ​ຍູ້​ແຮງ​ການ​ປະຕິບັດ​ແຜນການ​ປະຕິບັດ​ຂໍ້​ລິ​ເລີ່​ມຮ່ວມ​ສຳພັນ​ອາ​ຊຽນ ​ໄລຍະ 2 ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ຮັດ​ແຄບ​ຄວາມແຕກໂຕນໃນ​ການ​ພັດທະນາລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ໂດຍ​ໄວ. ນີ້​ແມ່ນ​ບັນຫາ​ທີ່​ຍາມ​ໃດຫວຽດນາມ ກໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຜັນ​ຂະຫຍາຍ​​ປະຕິບັດ. ທ່ານ Le Cong Phung, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

”ບັນຫາ​ເສດຖະກິດ​ແມ່ນ​ຈຸດໝາຍ​ອັນ​ດັບ​ໜຶ່ງ​ໃນ​ການ​ຮ່ວມ​ມື ອາ​ຊຽນ. ສິ່ງ​ສຳຄັນ​ໃນ​ປະຈຸ​ບັນ​ນັ້ນ​ແມ່ນ ອາ​ຊຽນຕ້ອງ​ຜັນ​ຂະຫຍາຍ​ບັນດາ​ແນວ​ຄວາມ​ຄິດ​ທີ່​ໄດ້​ຮັບຮອງ​ເອົາ​ ​ແລະ ​ຕົກລົງນຳ​ກັນແລ້ວ. ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ກວ່າ ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ບັນດາ​ປະ​ເທດ​ທີ່​ອ່ອນ​ດ້ອຍ​ກວ່າ. ບັນດາ​ປະ​ເທດ​ທີ່​ອ່ອນ​ດ້ອຍ​ກວ່າ​ສູ້​ຊົນ​ເຮັດ​ຄື​ແນວ​ໃດ​ເພື່ອ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໂດຍ​ໄວ. ຫວຽດນາມ ​ມີ​ຫຼາຍໂຄງການ​ຮ່ວມ​ມື​ໃນ​ອາ​ຊຽນທີ່​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ປະສິດທິ​ຜົນ. ດ້ວຍ​ຈຸດໝາຍ​ນັ້ນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາຊຽນ ຈະ​ເຮັດ​ໜ້າ​ທີ່​ເຊື່ອມ​ຈອດ, ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເຊື່ອມ​ຈອດ​ນຳ​ກັນ, ບົນ​ພື້ນຖານ​ນັ້ນ ສາມາດ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທຸກ​ຝ່າຍ, ພ້ອມ​ທັງ​ເຮັດ​ໃຫ້ການ​ຮ່ວມ​ສຳພັນ​ໃນ​ອາ​ຊຽນນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ”

ຕາມ​ໂຄງການ​ດຳ​ເນີນ​ງານ, ​ເມື່ອ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ, ບັນດາ​ປະ​ເທດ​ອາ​ຊຽນຈະ​ຮັບຮອງ​ເອົາ​ຖະ​ແຫຼ​ງການພະນົມ​ເປັນ ”ອາ​ຊຽນ: ປະຊາ​ຄົມ​ໜຶ່ງດຽວ, ຊາຕະ​ກຳ​ໜຶ່ງດຽວ​”; ຖະ​ແຫຼ​ງການ​ກ່ຽວ​ກັບ​ອາ​ຊຽນທີ່​ປອດ​ຢາ​ເສບ​ຕິດ​ໃນ​ປີ 2015; ຖະ​ແຫຼ​ງການ​ປະທານ​ອາ​ຊຽນກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ ໝາກຜົນ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 20. ​ເຖິງ​ວ່າ​ນີ້​ພຽງ​ແຕ່​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ບັນດາ​ການ​ນຳ​ອາ​ຊຽນ ກໍ່ຕາມ, ​ແຕ່​ດ້ວຍ​ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນ​ອາ​ຊຽນ, ມີ​ການ​ປະກອບສ່ວນ​​ໃຫ້​ແກ່​ກອງ​ປະຊຸມຢ່າງ​ແທ້​ຈິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ລະອຽດ​ໃຫ້​ແກ່​ກອງ​ປະຊຸມ​ຊຸດຍອດ​ທຳ​ອິດ​ໃນ​ປີ 2012.

ຕອບກັບ

ຂ່າວ/ບົດ​ອື່ນ