ເປົ້າ​ໝາຍ​​ເຕີບ​ໂຕ​ທັງ​ປີໃກ້​ຈະ​ບັນ​ລຸ​ໄດ້​ການ​ຄາດ​ໝາຍ

(VOVWORLD) - ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄຕມາດທີ III/2024 ຄາດວ່າບັນລຸ 7,4% ແລະ 9 ເດືອນຕົ້ນປີ 2024 ບັນລຸປະມານ 6,82% ສູງກ່ວາລະດັບຄາດຫວັງໃນສະພາບການພື້ນຖານເສດຖະກິດບາງທ້ອງຖິ່ນຢູ່ທາງພາກເໜືອຖືກຜົນກະທົບຢ່າງຮ້າຍແຮງຈາກພາຍຸ Yagi ເມື່ອຕົ້ນເດືອນກັນຍາຜ່ານມາ. ໃນນັ້ນ, ລະດັບການເຕີບໂຕ GDP 9 ເດືອນຕົ້ນປີ 2024 (6,82%) ແມ່ນລະດັບເຕີບໂຕສູງພໍສົມຄວນເມື່ອທຽບໃສ່ກັບລະດັບການເຕີບໂຕ GDP ໃນໄລຍະດຽວກັນຂອງປີ 2023 (4,4%). ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ, ເປົ້າໝາຍການເຕີບໂຕດ້ານເສດຖະກິດທັງປີ 2024 ຢູ່ລະດັບ 6,5 – 7% ພວມໃກ້ຈະບັນລຸໄດ້.



ເປົ້າ​ໝາຍ​​ເຕີບ​ໂຕ​ທັງ​ປີໃກ້​ຈະ​ບັນ​ລຸ​ໄດ້​ການ​ຄາດ​ໝາຍ - ảnh 1(ພາບປະກອບ: TTXVN)

ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕທັງປີບັນລຸລະດັບ 7% ຄືໄດ້ວາງອອກ, ໃນໄຕມາດທີ IV/2024, ການເຕີບໂຕໃນໄຕມາດທີ IV/2024 ຂອງຫວຽດນາມ ຕ້ອງບັນລຸໄດ້ລະດັບ 7,5%. ເລື່ອງໄຕມາດ III/2024 ມີການເຕີບໂຕດີພໍສົມຄວນ, ສູງກ່ວາການຄາດຄະເນ, ພ້ອມກັນນັ້ນແມ່ນ ຂໍ້ສັງເກດຢ່າງຕັ້ງໜ້າຂອງບັນດານັກຊ່ຽວຊານ ກ່ຽວກັບທ່າອ່ຽງການເຕີບໂຕໃນຊຸມເດືອນທ້າຍປີ, ແມ່ນບັນດາປັດໄຈສະດວກ, ສ້າງທ່ວງທ່າພັດທະນາໃຫ້ແກ່ໄຕມາດທີ IV/2024.

ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອບັນລຸໄດ້ເປົ້າໝາຍໃນການເຕີບໂຕເສດຖະກິດ

ເດືອນກັນຍາຜ່ານມາ, ລັດຖະບານ ຫວຽດນາມ ໄດ້ວາງອອກຫຼາຍວິທີການແກ້ໄຂ, ຕັ້ງໜ້າໜູນຊ່ວຍປະຊາຊົນ, ວິສາຫະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi. ເພາະສະນັ້ນ, ເສດຖະກິດ - ສັງຄົມຢູ່ບັນດາທ້ອງຖິ່ນຖືກຜົກະທົບ ມີການຟື້ນຟູໂດຍໄວພາຍຫຼັງໄພທຳມະຊາດ, ສືບຕໍ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ເຊິ່ງບັນດາອົງການຈັດຕັ້ງສາກົນ, ວິສາຫະກິດໄດ້ຕີລາຄາສູງ. ພື້ນຖານເສດຖະກິດໄດ້ກັບຄືນສູ່ທ່າເຕີບໂຕຄືໃນໄລຍະກ່ອນເກີດພະຍາໂຄວິດ - 19 ດ້ວຍຈຸດພົ້ນເດັ່ນຫຼາຍຢ່ງ, ເປັນຕົ້ນແມ່ນໃນການຜະລິດອຸດສາຫະກຳ, ການສົ່ງອອກ ແລະ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI). ໃນນັ້ນ, ມູນຄ່າເພີ່ມເຕີມຂອງທົ່ວຂະແໜງອຸດສາຫະກຳ ບັນລຸ 8,34% ສູງກ່ວາເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ວົງເງິນການສົ່ງອອກສິນຄ້າບັນລຸກ່ວາ 299 ຕື້ USD, ບັນດາຂົງເຂດຄືການຄ້າ, ການທ່ອງທ່ຽວ, ການຂົນສົ່ງຮັກສາໄດ້ທ່າເຕີບໂຕເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕຂອງທັງພື້ນຖານເສດຖະກິດ; ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ເປັນໜ້າດຶງດູດໃຈສຳລັບນັກລົງທຶນຕ່າງປະເທດດ້ວຍຍອດເງິນລົງທຶນ FDI ຈົດທະບຽນເຂົ້າເຄື່ອນໄຫວຢູ່ຫວຽດນາມ ໄລ່ຮອດວັນທີ 30 ກັນຍາ ບັນລຸ 24,78 ຕື້ USD, ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ພ້ອມກັນນັ້ນ, ການເຕີບໂຕ GDP ໃນໄຕມາດທີ III ບັນລຸ 7,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມສົມດູນໃຫຍ່ໄດ້ຮັບປະກັນ, ສະພາບການການເງິນ - ງົບປະມານໄດ້ປັບປຸງດີຂຶ້ນຢ່າງຈະແຈ້ງ, ການພັດທະນາວິສາຫະກິດສືບຕໍ່ມີກັບທ່າອ່ຽງທີ່ຕັ້ງໜ້າ, ນະວັດຕະກຳມີການເຕີບໂຕຢ່າງແຮງ, ການໜູນຊ່ວຍສັງຄົມ ແລະ ບັນດາຂົງເຂດຄື: ວັດທະນະທຳ, ສັງຄົມ, ການສຶກສາ, ການແພດບັນລຸໝາກຜົນທີ່ດີ. ທ່ານນາງ ຟີທິເຟືອງງາ, ຫົວໜ້າກົມສະຖິຕິອຸດສາຫະກຳ ແລະ ກໍ່ສ້າງ, ກົມໃຫຍ່ສະຖິຕິ ຕີລາຄາວ່າ:

ພາຍຸ Yagi ກໍ່ຜົນສະທ້ອນຕໍ່ຫຼາຍທ້ອງຖິ່ນເຂດພາກເໜືອ, ໃນນັ້ນມີ ທ້ອງຖິ່ນຈຳນວນໜຶ່ງແມ່ນສູນອຸດສາຫະກຳຄື: ຫ໋າຍຝ່ອງ, ກ໋ວາງນິງ. ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດໄດ້ເປັນເຈົ້າການ ມີບັນດາວິທີການເພື່ອປັບຕົວໃຫ້ແທດເໝາະກັບເງື່ອນໄຂຜະລິດທີ່ປະສົບກັບຄວາມຫຍຸ້ງຍາກໃນເດືອນກັນຍາ ດ້ວຍການຈັດຕັ້ງຜະລິດຄືນໃໝ່, ເພີ່ມເວລາເຮັດວຽກກ ເພື່ອຮັບປະກັນໃບສັ່ງຊື້ສິນຄ້າໄດ້ລົງນາມກັບບັນດາຄູ່ຮ່ວມມື.

ດ້ວຍບັນດາໝາກຜົນໃນການເຕີບໂຕທີ່ຕັ້ງໜ້າ ໂດຍຫວຽດນາມ ບັນລຸໄດ້ໄຕມາດທີ III/2024 ແລະ 9 ເດືອນຜ່ານມາ, ທ່ານເຈິ່ນກວັກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:

ຕາມໝາກຜົນຂອງໄຕມາດທີ III ແລະ 9 ເດືອນຕົ້ນປີ, ກະຊວງແຜນການ ແລະ ການລົງທຶນຍັງສືບຕໍ່ລາຍງານຕໍ່ນາຍົກລັດຖະມົນຕີ ແລະ ລັດຖະບານ ຍັງຮັກສາ ເປົ້າໝາຍສູ້ຊົນບັນລຸການເຕີບໂຕຢູ່ລະດັບ 7%ທັງປີ. ຖ້າມີເງື່ອນໄຂ, ອາດຈະສູ້ຊົນບັນລຸສູງກວ່າ 7%.

ມີຫຼາຍອົງການຈັດຕັ້ງເສດຖະກິດ ແລະ ນັກຊ່ຽວຊານສາກົນ ກໍ່ໄດ້ໃຫ້ຂໍ້ສັງເກດທີ່ເປັນໜ້າປະເອີບໃຈກ່ຽວກັບສະພາບການພັດທະນາເສດຖະກິດ ຫວຽດນາມ ແລະໄດ້ຍົກອອກການຄາດຄະເນທີ່ຕັ້ງໜ້າກ່ຽວກັບແງ່ຫວັງໃນການເຕີບໂຕ. ຕາມນັ້ນແລ້ວ, ອົງການຈັດອັນດັບ Fitch Ratings (ອາເມລິກາ) ຄາດຄະເນເສດຖະກິດ ຫວຽດນາມ ຈະມີການເຕີບໂຕຢູ່ລະດັບ 6 – 7% ໃນໄລຍະກາງຍ້ອນມີກະແສເງິນລົງທຶນ FDI ເພີ່ມຂຶ້ນສູງ.

ເປົ້າ​ໝາຍ​​ເຕີບ​ໂຕ​ທັງ​ປີໃກ້​ຈະ​ບັນ​ລຸ​ໄດ້​ການ​ຄາດ​ໝາຍ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຄວາມມານະພະຍາຍາມສູ້ຊົນບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ

ເຖິງວ່າມີຫຼາຍສັນຍານການເຕີບໂຕທີ່ເປັນໜ້າປະເອີບໃຈ, ແຕ່ເພື່ອໃຫ້ຫວຽດນາມ ບັນລຸໄດ້ບັນດາເປົ້າມາຍເຕີບໂຕນັ້ນ, ຕ້ອງມີຄວາມມານະພະຍາຍາມລວມຂອງທົ່ວສັງຄົມ, ການປະສົມປະສານລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງປະຊາຄົມວິສາຫະກິດ. ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ກັບບັນດາທ້ອງຖິ່ນໃນເດືອນກັນຍາ, ວັນທີ 7 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

ສຸມໃສ່ຊີ້ນຳບຸລິມະສິດການເຕີບໂຕ, ນະໂຍບາຍປີການເງິນ, ນະໂຍງາຍເງິນຕາ ແລະ ບັນດານະໂຍບາຍອື່ນໆຕ້ອງສົມທົບກັນຢ່າງກົມກຽວ, ມີປະສິດທິຜົນ ແລະ ທັນການ; ເປັນຕົ້ນແມ່ນນະໂຍບາຍເງິນຕາຕ້ອງເປັນເຈົ້າການ, ຕັ້ງໜ້າ, ທັນການ; ນະໂຍບາຍເງິນຕາຕ້ອງໄດ້ຮັບການເປີດກວ້າງທີ່ມີຈຸດສຸມ. ພ້ອມກັນນັ້ນ, ສຸມໃສ່ເຂົ້າ 3 ກຳລັງໜູນໃນການເຕີບໂຕທີ່ມີມາແຕ່ດົນນານແມ່ນ: ການລົງທຶນ, ບໍລິໂພກ, ການສົ່ງອອກ ແລະ ບັນດາກຳລັງໜູນໃໝ່. ບໍ່ປະໃຫ້ຂາດໄຟຟ້າ, ຂາດນ້ຳມັນ, ຂາດຢຸກຢາ, ຂາດວັດຖຸອຸປະກອນສົ້ນເຂົ້າໃນການຜະລິດດຳເນີນທຸລະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ຍູ້ແຮງການລົງທຶນພາກສາທາລະນະ ເພື່ອສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ຊຸກຍູ້ການຜະລິດດຳເນີນທຸລະກິດ, ສ້າງເງື່ອນໄຂຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ ແລະ ວັດຖຸຂອງປະຊາຊົນ.

ຫວຽດນາມ ຍັງເຫຼືອ 3 ເດືອນທ້າຍປີເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ. ໃນຊຸມເດືອນກ່ອນ, ຫວຽດນາມ ໄດ້ຮັກສາລະດັບການເຕີບໂຕຢູ່ລະດັບດີຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳ, ວາງນະໂຍບາຍຊີ້ຂາດຢ່າງທັນການ, ເປັນຕົ້ນແມ່ນນະໂຍບາຍຮັກສາເສດຖະກິດ - ສັງຄົມເປັນປົກກະຕິພາຍຫຼັງພາຍຸ Yagi. ນີ້ແມ່ນບັນດາປັດໄຈສະດວກເພື່ອໃຫ້ຫວຽດນາມ ມີຄວາມເຊື່ອໝັ້ນຕໍ່ໝາກຜົນຂອງການເຕີບໂຕທີ່ຕັ້ງໜ້າໃນທົ່ວປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ