1 ປີເກີດການປະທະກັນຢູ່ເຂດ ກາຊາ: ບັນດາຝ່າຍພວມຖືກແກ່ດຶງເຂົ້າໃນໂສກນາດຕະກຳທີ່ຮ້າຍແຮງທີ່ສຸດ

(VOVWORLD) - ການປະທະກັນເຮັດໃຫ້ສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ເກືອບ 42.000 ຄົນເສຍຊີວິດ, ໃນນັ້ນ, ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ, ແລະ ເຮັດໃຫ້ມີຜູ້ຮັບບາດເຈັບເກືອບ 100.000 ຄົນ.
1 ປີເກີດການປະທະກັນຢູ່ເຂດ ກາຊາ: ບັນດາຝ່າຍພວມຖືກແກ່ດຶງເຂົ້າໃນໂສກນາດຕະກຳທີ່ຮ້າຍແຮງທີ່ສຸດ - ảnh 1ບັນດາບັ້ນການທະຫານບໍ່ຊ່ວຍໃຫ້ຄວາມໝັ້ນຄົງຢູ່ ອິດສະຣາແອັນ ດີຂຶ້ນຫາກພວມຊົ່ວຮ້າຍລົງ
(ພາບປະກອບ: TTXVN)

        ພາຍຫຼັງເກີດຂຶ້ນເປັນເວລາ 1 ປີ, ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ພວມກໍ່ຜົນສະທ້ອນຮ້າຍແຮງທີ່ສຸດໃຫ້ທຸກຝ່າຍ, ພ້ອມທັງ ພວມເລີ່ມແຜ່ຂະຫຍາຍອອກຢູ່ບັນດາແນວຮົບອື່ນ, ແບ່ງແຍກໂລກ ແລະ ນາບຂູ່ເຖິງການເຮັດໃຫ້ທັງພາກພື້ນ ຕາເວັນອອກກາງ ຕົກເຂົ້າສູ່ສະພາບວຸ່ນວາຍ.

        ວັນທີ 07 ຕຸລາ 2023, ຂະບວນການອິດສະລາມ ຮາມາດສ ເລີ່ມດຳເນີນບັ້ນບຸກໂຈມຕີໃສ່ຫຼາຍສະຖານທີິ່ຢູ່ທາງພາກເໜືອ ອິດສະຣາແອັນ, ເຂັ່ນຂ້າພົນທະຫານ ແລະ ສາມັນຊົນຂອງ ອິດສະຣາແອັນ ກວ່າ 1.100 ຄົນ ແລະ ຈັບຕົວກວ່າ 250 ຄົນເປັນຕົວປະກັນ. ເພື່ອໂຕ້ຕອບຄືນ, ອິດສະຣາແອັນ ບຸກລະດົມການຕໍ່ສູ້ຢ່າງຮອບດ້ານແນໃສ່ເຂດ ກາຊາ, ເປີດສາກໃຫ້ວົງຈອນການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ຕາເວັນອອກກາງ.

ຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງທີ່ສຸດ

        ຕາມຕົວເລກທີ່ໄດ້ປະກາດໃນວັນທີ 06 ຕຸລາ, ກ່ອນວັນຄົບຮອບ 1 ປີເກີດການປະທະກັນຢູ່ເຂດ ກາຊາ 1 ວັນ, ສະຫະປະຊາຊາດໃຫ້ຮູ້ວ່າ, ການປະທະກັນໄດ້ກໍ່ຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງທີ່ສຸດ. ລະອຽດແມ່ນ, ການປະທະກັນເຮັດໃຫ້ສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ເກືອບ 42.000 ຄົນເສຍຊີວິດ, ໃນນັ້ນ, ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ, ແລະ ເຮັດໃຫ້ມີຜູ້ຮັບບາດເຈັບເກືອບ 100.000 ຄົນ. ພົນລະເມືອງເກືອບທັງໝົດ 2,3 ລ້ານຄົນຢູ່ເຂດ ກາຊາ ຕ້ອງປະລະເຮືອນຊານໄປລີ້ໄພ, ມີ 80% ພື້ນຖານໂຄງລ່າງຢູ່ເຂດ ກາຊາ ຖືກທຳລາຍ, ບັນດາລະບົບໂຮງຮຽນ, ໂຮງໝໍ, ສຸຂະອະນາໄມ, ນ້ຳປະປາ… ສ່ວນຫຼາຍຖືກຢຸກສະງັກ. ພ້ອມກັນນັ້ນ, ການປະທະກັນທີ່ແກ່ຍາວ ແລະ ເລື່ອງເຄື່ອງຊ່ວຍເຫຼືອຖືກກີດຂວາງເປັນປະຈຳ ກໍ່ເຮັດໃຫ້ປະຊາຊົນຢູ່ເຂດ ກາຊາ ນັບລ້ານຄົນຕົກເຂົ້າສູ່ສະພາບເກີດໄພອຶດຫິວຢ່າງເປັນປະຈຳ.

        ໃນການຕີລາຄາກ່ຽວກັບສະພາບການມະນຸດສະທຳຢູ່ເຂດ ກາຊາ, ຫຼາຍປະເທດ ແລະ ອົງການຈັດຕັ້ງລ້ວນແຕ່ຢືນຢັນວ່າ, ວິກິດການມະນຸດສະທຳຢູ່ເຂດ ກາຊາ ແມ່ນບໍ່ອາດຍອມຮັບໄດ້. ໃນສານທີ່ສົ່ງໄປເນື່ອງໃນວັນຄົບຮອບ 1 ປີເກີດການປະທະກັນຢູ່ເຂດ ກາຊາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ຖືວ່າ:

        “ການປະທະກັນເກີດຂຶ້ນພາຍຫຼັງການບຸກໂຈມຕີທີ່ຮ້າຍແຮງກ່ອນນີ້ 1 ປີໄດ້ສືບຕໍ່ກໍ່ຄວາມບາດເຈັບລົ້ມຕາຍ ແລະ ຄວາມເຈັບປວດຢ່າງເລິກເຊິ່ງໃຫ້ແກ່ສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ປະຈຸບັນແມ່ນປະຊາຊົນ ລີບັງ. ຈຸດເວລານີ້ແມ່ນຕ້ອງປ່ອຍຕົວປະກັນ ແລະ ຢຸດຍິງ. ຈຸດເວລານີ້ແມ່ນເພື່ອສັນຕິພາບ, ກົດໝາຍ ແລະ ຄວາມຍຸຕິທຳສາກົນ”.

        ບໍ່ພຽງແຕ່ທຳລາຍເຂດ ກາຊາ ເທົ່ານັ້ນ, ການປະທະກັນກໍ່ພວມຍູ້ໃຫ້ ອິດສະຣາແອັນ ຕົກເຂົ້າສູ່ສະພາບປະສົບກັບຄວາມຫຍຸ້ງຍາກ. ເສດຖະກິດຂອງ ອິດສະຣາແອັນ ພວມຖືກເສຍຫາຍຢ່າງໜັກໜ່ວງ, ຕາມການຄາດຄະເນຂອງທະນາຄານສູນກາງ ອິດສະຣາແອັນ ແລ້ວ, ຖ້າຫາກການປະທະກັນແກ່ຍາວຮອດທ້າຍປີ 2025, ລາຍຈ່າຍໃຫ້ແກ່ການສູ້ຮົບຂອງ ອິດສະຣາແອັນ ຈະຂຶ້ນເຖິງ 66 ຕື້ USD, ເທົ່າກັບ 12% GDP ຂອງປະເທດນີ້, ຊ້ຳບໍ່ໜຳຍັງສູງກວ່າອີກ, ເຮັດໃຫ້ການປະທະກັນນີ້ກາຍເປັນການປະທະກັນທີ່ສິ້ນເປືອງເງິນທຶນຫຼາຍທີ່ສຸດໃນປະຫວັດສາດຂອງ ອິດສະຣາແອັນ.

ການປະທະກັນພວມແຜ່ລາມອອກສູ່ວົງກວ້າງ

        ຜົນກະທົບຂອງການປະທະກັນທີ່ເກີດຂຶ້ນກ່ອນນີ້ 1 ປີພວມໄປກາຍເສັ້ນກຳນົດຢູ່ເຂດ ກາຊາ ແລະ ມຸ່ງໄປເຖິງແຜນການທີ່ໂຫດຮ້າຍທີ່ສຸດເຊິ່ງວົງການນັກສັງເກດການໄດ້ກ່າວເຕືອນ, ແມ່ນການປະທະກັນຢູ່ເຂດ ກາຊາ ມີຄວາມສ່ຽງປຸກລຸກການປະທະກັນຢ່າງຮອບດ້ານຢູ່ພາກພື້ນ ຕາເວັນອອກກາງ. ປະຈຸບັນ, ການປະທະກັນພວມແຜ່ລາມອອກໄປສູ່ທາງພາກໃຕ້ ລີບັງ ເພື່ອແນໃສ່ດັບສູນກຳລັງ ເຮັກໂບລາ, ເຊິ່ງເປັນພັນທະມິດສຳຄັນຂອງ ຮາມາດສ. ບັນດາການປະທະກັນຢູ່ ລີບັງ ໃນເວລາ 2 ອາທິດມໍ່ໆມານີ້ໄດ້ເຮັດໃຫ້ມີຊາວ ລີບັງ ປະມານ 1 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ, ພ້ອມທັງນັບມື້ນັບມີສັນຍານວ່າຈະເກີນລະດັບການຄວບຄຸມໄດ້. ສິ່ງທີ່ຮ້າຍແຮງກວ່ານັ້ນແມ່ນ, ອິດສະຣາແອັນ ແລະ ອີຣານ ກໍ່ພວມຫຍັບເຂົ້າໃກ້ກັບການເກີດການປະກັນທີ່ມີຂອບຂະໜາດໃຫຍ່.

        ນັກຊ່ຽວຊານ Karima Laachir, ຫົວໜ້າສູນຄົ້ນຄວ້າ ອາຣັບ ແລະ ອິດສະລາມ, ຂຶ້ນກັບມະຫາວິທະຍາໄລ ອົດສະຕາລີ, ໃຫ້ຂໍ້ສັງເກດວ່າ ຮອບວຽນວົງຈອນການໃຊ້ຄວາມຮຸນແຮງເພີ່ມຂຶ້ນໃນປະຈຸບັນຢູ່ ຕາເວັນອອກກາງ ໄດ້ຊີ້ໃຫ້ເຫັນການຂາດຄວາມສາມາດຂອງປະຊາຄົມສາກົນ, ພິເສດແມ່ນສະຫະປະຊາຊາດ, ກໍຄືນະໂຍບາຍປະລາໄຊຂອງທຸກຝ່າຍ, ໂດຍສະເພາະແມ່ນ ອິດສະຣາແອັນ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ.

        “ຂ້າພະເຈົ້າຄິດວ່າ, ສິ່ງສຳຄັນແມ່ນບັນດາການນຳຕ້ອງເຂົ້າໃຈໄດ້ວ່າ ບໍ່ອາດນຳໃຊ້ລະເບີດເພື່ອເປີດຊ່ອງທາງໃຫ້ແກ່ສັນຕິພາບ ແລະ ຄວາມສະຫງົບ. ຍ້ອນວ່າ, ຖ້າຍິ່ງບຸກໂຈມຕີບັນດາປະເທດບ້ານໃກ້ເຮືອນຄຽງນັ້ນ ຜົນກະທົບທີ່ຍາວນານຈະເປັນອັນຕະລາຍທີ່ສຸດ. ບໍ່ອາດປຶກສາຫາລືຄວາມໝັ້ນຄົງໃຫ້ແກ່ ອິດສະຣາແອັນ ຖ້າບໍ່ປຶກສາຫາລືຄວາມໝັ້ນຄົງຂອງບັນດາປະເທດບ້ານໃກ້ເຮືອນຄຽງ, ເຊິ່ງແມ່ນ: ລີບັງ, ຈໍແດນ, ອີຢິບ… ແລະ ພິເສດແມ່ນຖ້າບໍ່ປົດປ່ອຍຊາວ ປາແລັດສະຕິນ”.

        ແບ່ງປັນກັບຂ້ໍສັງເກດນີ້, ນັກການທູດ ອິດສະຣາແອັນ ທ່ານ Elie Barnavi, ອະດີດເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຝລັ່ງ, ຖືວ່າ ພາຍຫຼັງເກີດການປະທະກັນເປັນເວລາ 1 ປີຢູ່ເຂດ ກາຊາ, ບັນດາບັ້ນການທະຫານບໍ່ຊ່ວຍໃຫ້ຄວາມໝັ້ນຄົງຢູ່ ອິດສະຣາແອັນ ດີຂຶ້ນຫາກພວມຊົ່ວຮ້າຍລົງ ເມື່ອປະເທດນີ້ຕ້ອງປະເຊີນໜ້າກັບ 7 ແນວຮົບໃນເວລາດຽວກັນ, ຄື: ຮາມາດສ ຢູ່ເຂດ ກາຊາ; ເຮັກໂບລາ ຢູ່ ລີບັງ; ກຳລັງ ຮູທີ ຢູ່ ເຢແມັນ; ທະຫານລາດຢູ່ ຊີຣີ ແລະ ອີຣານ… ສະນັ້ນ, ມາດຕະການດ້ານການທູດແມ່ນເລີ່ມຈາກຄຳສັ່ງຢຸດຍິງ ແລະ ມອບສົ່ງຕົວປະກັນຢູ່ເຂດ ກາຊາ, ແມ່ນເສັ້ນທາງໜຶ່ງດຽວເພື່ອຫຼີກລ້ຽງໂສກນາດຕະກຳປະທະກັນທີ່ຮ້າຍແຮງທີ່ສຸດໃຫ້ແກ່ບັນດາຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ