ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ; ເປີດໂອກາດຮ່ວມມືຫຼາຍຢ່າງກັບ ອຽກລັງ

(VOVWORLD) - 70 ປີຜ່ານມາ, ການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນແທດຈິງຫຼາຍຢ່າງ.
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ; ເປີດໂອກາດຮ່ວມມືຫຼາຍຢ່າງກັບ ອຽກລັງ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ມົງໂກນ ແລະ ອຽກລັງ)

        ເລີ່ມແຕ່ວັນທີ 30 ກັນຍາ ຫາວັນທີ 07 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ມົງໂກນ ແລະ ອຽກລັງ; ເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ. ນີ້ແມ່ນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດຂອງ ຫວຽດນາມ ໃນປີ 2024, ປະຕິບັດນະໂຍບາຍການຕ່າງປະເທດ ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.

        ມົງໂກນ ແລະ ອຽກລັງ ແມ່ນ 2 ປະເທດທຳອິດໃນການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນຄັ້ງນີ້. ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນ ຫວຽດນາມ - ມົງໂກນ ແລະ ການພົວພັນມິດຕະພາບ ຫວຽດນາມ - ອຽກລັງ ພວມພັດທະນາຢ່າງຕັ້ງໜ້າ ນັບແຕ່ເມື່ອ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດກັບ 2 ປະເທດນີ້.

ການພົວພັນ ຫວຽດນາມ ແລະ ມົງໂກນ: ຈຸດເວລາເພື່ອຍົກລະດັບການພົວພັນ 2 ຝ່າຍ

        ຫວຽດນາມ ແລະ ມົງໂກນ ສ້າງຕັ້ງການພົວພັນທາງການທູດໃນປີ 1954 ແລະ ປີ 2024 ນີ້, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງເຫດການສຳຄັນດັ່ງກ່າວ (17 ພະຈິກ 1954 – 17 ພະຈິກ 2024). 70 ປີຜ່ານມາ, ການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນແທດຈິງຫຼາຍຢ່າງ. ເມື່ອຕີລາຄາກ່ຽວກັບປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ຫງວຽນຕວັນແທັງ, ຢືນຢັນວ່າ:

        “ການພົວພັນດ້ານການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ພັດທະນາຢ່າງຕັ້ງໜ້າ, 2 ປະເທດບັນລຸໄດ້ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈສູງກ່ຽວກັບດ້ານການເມືອງ ແລະ ໃຫ້ບຸລິມະສິດແກ່ການພັດທະນາການພົວພັນ. 2 ຝ່າຍໄດ້ສ້າງຕັ້ງບັນດາກົນໄກຮ່ວມມືຢ່າງແໜ້ນແຟ້ນ ແລະ ບັນລຸປະສິດທິຜົນ, ສ້າງກອບນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື, ລະອຽດແມ່ນ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນໄດ້ຮັບການຍູ້ແຮງ. ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນທົບ 2-3 ເທົ່າໃນໄລຍະຜ່ານມາ, ແຕ່ 41,4 ລ້ານ USD ໃນປີ 2017 ຂຶ້ນເປັນ 85 ລ້ານ USD ໃນປີ 2022 ແລະ ບັນລຸ 132 ລ້ານ USD ໃນປີ 2023.”

        ວົງເງິນການຄ້າ 2 ຝ່າຍໃນ 7 ເດືອນຕົ້ນປີ 2024 ບັນລຸ 65,5 ລ້ານ USD. ໃນຂະນະນັ້ນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາໄດ້ຮັບການພັດທະນາຢ່າງແຮງ, ຕັ້ງໜ້າ. ພິເສດ, ນັບແຕ່ປີ 1980, ມົງໂກນ ໄດ້ຕົກລົງຕັ້ງຊື່ໂຮງຮຽນເລກທີ 14 ຢູ່ນະຄອນຫຼວງ Ulaanbaatar ໃສ່ຊື່ປະທານ ໂຮ່ຈີມິນ. ການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຍາມໃດ 2 ປະເທດກໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ; ເປີດໂອກາດຮ່ວມມືຫຼາຍຢ່າງກັບ ອຽກລັງ - ảnh 2(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ຫງວຽນຕວັນແທັງ)

        ໃນສະພາບການສາກົນ ແລະ ພາກພື້ນສືບຕໍ່ມີການຜັນປ່ຽນຫຼາຍຢ່າງນັ້ນ, ຍາມໃດ 2 ປະເທດກໍ່ຖືການພົວພັນ, ການຮ່ວມມືມິດຕະພາບເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ຫງວຽນຕວັນແທັງ, ຖືວ່າ:

        “2 ຝ່າຍຄວນສຸມໃສ່ຍູ້ແຮງການປະຕິບັດບັນດາຂອບເຂດຮ່ວມມືທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່າແຮງດ້ານເສດຖະກິດຂອງ ຫວຽດນາມ ແລະ ມົງໂກນ ບໍ່ມີລັກສະນະແກ່ງແຍ້ງ ຫາກມີລັກສະນະເພີ່ມເຕີມໃຫ້ແກ່ກັນເປັນຢ່າງສູງ. 2 ປະເທດມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງໃນການຮ່ວມມືດ້ານກະສິກຳ, ໂທລະຄົມມະນາຄົມ, ການສຶກສາ - ບຳລຸງສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ກໍຄືບັນດາໂຄງການຂຶ້ນກັບຂົງເຂດພະລັງງານທົດແທນ”.

        ຈຸດສຸມແຖວໜ້າໃນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ສອດຄ່ອງກັບສະພາບການໃໝ່ ແລະ ຜົນປະໂຫຍດຂອງ 2 ປະເທດ. ຄາດວ່າ, 2 ປະເທດຈະສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ.

ເປີດກາລະໂອກາດຮ່ວມມືຫຼາຍຢ່າງກັບ ອຽກລັງ

        ໃນຂະນະນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການຢ້ຽມຢາມ ອຽກລັງ ຄັ້ງທຳອິດຂອງປະມຸກລັດ ຫວຽດນາມ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດປີ 1996.

        ປະຈຸບັນ, ອຽກລັງ ແມ່ນຄູ່ຄ້າໃຫຍ່ອັນດັບທີ 6 ຂອງ ຫວຽດນາມ ຢູ່ຕະຫຼາດສະຫະພາບເອີລົບ (ອີຢູ), ດ້ວຍຍອດວົງເງິນການຄ້າ 2 ສົ້ນບັນລຸ 2,73 ຕື້ USD ໃນໄລຍະ 7 ເດືອນຕົ້ນປີ 2024. ປະຈຸບັນ, ອຽກລັງ ມີ 41 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດທຶນຈົດທະບຽນແມ່ນກວ່າ 44,3 ລ້ານ USD, ຢືນອັນດັບທີ 61/141 ປະເທດ ແລະ ເຂດແຄ້ວນ.

        ອຽກລັງກໍ່ພວມຜັນຂະຫຍາຍນະໂຍບາຍ “ອຽກລັງ ທົ່ວໂລກ: ຜັນຂະຫຍາຍການເຄື່ອນໄຫວຢູ່ພາກພື້ນ ອາຊີ - ປາຊີຟິກ”, ໃນນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫ້ບຸລິມະສິດ. 2 ຝ່າຍພວມນຳໃຊ້ທ່າໄດ້ປຽບຂອງສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ເພື່ອຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ.

        ດ້ວຍທ່າພັດທະນາຢ່າງດີງາມກັບ ມົງໂກນ ແລະ ອຽກລັງ, ການຢ້ຽມຢາມທາງລັດຖະກິດຢູ່ 2 ປະເທດໃນ 2 ທະວີບນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນເພື່ອສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເຮັດໃຫ້ການຮ່ວມມື 2 ຝ່າຍກັບແຕ່ລະຄູ່ຮ່ວມມືໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ