ວິທະຍຸກະຈາຍສຽງພາກພາສາ ລາວ - 70 ປີເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ໂດຍສືບທອດມູນເຊື້ອຂອງລຸ້ນກ່ອນໆ, ພະນັກງານ, ນັກຂ່າວລາຍການກະຈາຍສຽງພາກພາສາ ລາວ ໃນປະຈຸບັນນັບມື້ນັບມີຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ.
ວິທະຍຸກະຈາຍສຽງພາກພາສາ ລາວ - 70 ປີເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ລາວ - ảnh 1(ບັນນາທິການລຸ້ນຕ່າງລາຍການກະຈາຍສຽງພາກພາສາ ລາວ)

ໃນບັນດາບົດຂຽນກ່ຽວກັບປະຫວັດສາດຂອງການກະຈາຍສຽງພາກພາສາຕ່າງປະເທດ, ເມື່ອທົ່ວປະເທດ ຫວຽດນາມ ກ້າວເຂົ້າສູ່ການຕໍ່ສູ້ໄລຍະ 9 ປີຕ້ານພວກລ່າເມືອຂຶ້ນ ຝລັ່ງ ທີ່ເຂົ້າມາຮຸກຮານ, ໃນພະແນກກະຈາຍສຽງພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີລາຍການກະຈາຍສຽງພາກພາສາ ລາວ ຕື່ມອີກ. ເມື່ອພາກເໜືອໄດ້ຮັບສັນຕິພາບຄືນໃໝ່ນັ້ນ, ວັນທີ 12 ຕຸລາ 1954, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ໃນເບື້ອງຕົ້ນ, ພະນັກງານມີພຽງ 3 ຄົນ ທັງເປັນຜູ້ແປພາສາ, ທັງເປັນໂຄສົກໃຫ້ແກ່ລາຍການກະຈາຍສຽງທີ່ອອກອາກາດແຕ່ລະວັນເປັນເວລາ 30 ນາທີ.

ພາຍຫຼັງລາຍການໄດ້ອອກອາກາດເປັນໄລຍະໜຶ່ງ, ຖັນແຖວບັນດາຜູ້ເຮັດວຽກງານກະຈາຍສຽງພາກພາສາ ລາວ ກໍ່ຄ່ອຍໆມີອາວ, ອາເຊິ່ງເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມຕື່ມອີກ. ໃນສະໄໝສົງຄາມ, ບັນດາພະນັກງານໃນລາຍການກະຈາຍສຽງພາກພາສາ ລາວ ຍາມໃດກໍ່ຮັກສາຄື້ນວິທະຍຸໄວ້ຢ່າງໝັ້ນຄົງ, ໄດ້ອອກອາກາດຂ່າວ/ບົດກ່ຽວກັບໄຊຊະນະຢູ່ພາກໃຕ້ - ພາກເໜືອຂອງ ຫວຽດນາມ, ຂອງການປະຕິວັດລາວ, ກໍ່ຄືຫາງສຽງສາກົນທີ່ສະໜັບສະໜູນການປະຕິວັດຂອງ 2 ປະເທດລ້ວນແຕ່ໃນທຸກວັນ. ເມື່ອຫວນຄືນບັນດາລາຍການກະຈາຍສຽງທີ່ໄດ້ອອກອາກາດເປັນຄັ້ງທຳອິດນັ້ນ, ທ່ານ ຟ້າມດິ່ງເກວ໋, ອະດີດຫົວໜ້າລາຍການກະຈາຍສຽງພາກພາສາ ລາວ, ແບ່ງປັນວ່າ: ທ່ານເປັນໂຄສົກຜູ້ທຳອິດທີ່່ອ່ານພາສາ ລາວ ໂດຍກົງເມື່ອອອກອາກາດສົດ, ອ່ານຂ່າວກ່ຽວກັບເຮືອບິນຕົກ, ມີຂ່າວໃໝ່ກໍ່ອ່ານເລີຍ.

“ເມື່ອກ່ອນນີ້, ຜູ້ຟັງລາວ ມັກຕິດຕາມລາຍການພາກພາສາລາວຫຼາຍ. ເພາະວ່າສະໄໝນັ້ນ ບໍ່ມີວິທະຍຸໃດມີຫຼາຍຂໍ້ມູນຄືວິທະຍຸກະຈາຍສຽງ ຫວຽດນາມ, ນັບທັງວິທະຍຸປະເທດລາວ ກໍແມ່ນໂດຍ ຫວຽດນາມ ບຳລຸງສ້າງ. ເຊິ່ງຄື້ນຂອງເຂົາເຈົ້າກໍ່ໄດ້ກະຈາຍຈາກ ຫວຽດນາມ, ແຕ່ບໍ່ສາມາດສົ່ງໄປໄກໄດ້. ຄື້ນຂອງ ຫວຽດນາມ ກະຈາຍໄດ້ໄກກວ່າ, ແຈ້ງກວ່າ. ຈຸດເວລານັ້ນ, ລາຍການພາກພາສາລາວ ໃຫ້ຂ່າວກ່ຽວກັບເຮືອບິນຕົກແມ່ນຂໍ້ມູນທີ່ລາວ ຕ້ອງການທີ່ສຸດ ແລະ ມີຄວາມສຳຄັນຫຼາຍ. ເພາະວ່າ ຫວຽດນາມ - ລາວ ສອງປະເທດຢູ່ສະໜາມຮົບອັນດຽວກັນ, ຂ່າວດີຂອງ ຫວຽດນາມ ກໍ່ແມ່ນຂ່າວດີຂອງລາວ… ບັນດາສິ່ງເຫຼົ່ານັ້ນ ແມ່ນແຫຼ່ງກຳລັງໃຈໃຫ້ລາວ ແລະ ປຸກລຸກນ້ຳໃຈຕໍ່ສູ້ຂອງທັງສອງຊາດ”.

ທ່ານ ຫວູ້ຫາຍ, ອະດີດຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV), ອະດີດຫົວໜ້າພະແນກະຈາຍສຽງພາກພາສາຕ່າງປະເທດ (VOV5) ໃຫ້ຮູ້ວ່າ, ລາຍການກະຈາຍສຽງພາກພາສາ ລາວ ແມ່ນໜຶ່ງໃນບັນດາລາຍການທີ່ໄດ້ສ້າງຕັ້ງຂຶ້ນມາໄວຢູ່ VOV ຖັດຈາກບັນດາລາຍການກະຈາຍສຽງພາກພາສາ ອັງກິດ, ຝລັ່ງ ໃນໄລຍະທຳອິດ. ທ່ານເນັ້ນໜັກເຖິງຄວາມຈຳເປັນກ່ຽວກັບການສ້າງລາຍການພາກພາສາ ລາວ ວ່າ:

“ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ສາຍເຫດທີ່ພາໄປເຖິງການສ້າງຕັ້ງລາຍການພາກພາສາລາວ ກໍ່ຍ້ອນວ່າການພົວພັນລະຫວ່າງ ຫວຽດນາມ  - ລາວ ແມ່ນສາຍພົວພັນມິດຕະພາບແບບພິເສດ ໂດຍປະທານ ໂຮ່ຈີມິນ, ປະທານ ສຸພານຸວົງ ແລະ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍການລຸ້ນຕ່າງໆໄດ້ອອກເຫື່ອເທແຮເພີ່ມພູນຄູນສ້າງ ແລະ ສາຍພົວພັນນັ້ນ ບໍ່ຢຸດຢູ່ສາຍພົວພັນຄູ່ຮ່ວມມື, ຍຸດທະສາດຮອບດ້ານ ເຊິ່ງສະແດງອອກໃຫ້ເຫັນວ່າ ສອງຊາດ ຫວຽດນາມ - ລາວ ດຳລົງຊີວິດຄືເປັນອ້າຍນ້ອງກັນ, ຄືດັ່ງການນຳຫຼາຍທ່ານໄດ້ເວົ້າວ່າ “ການຊ່ວຍເຫຼືອເພື່ອນແມ່ນຊ່ວຍເຫຼືອຕົນເອງ”.

ມູນເຊື້ອສາມັກຄີສັດຊື່ບໍລິສຸດໄດ້ຮັກສາໄວ້ຜ່ານບັນນາທິການ, ນັກຂ່າວລຸ້ນຕ່າງໆ, ເມື່ອການປະຕິວັດຂອງ 2 ປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່. ໂດຍສືບທອດມູນເຊື້ອຂອງລຸ້ນກ່ອນໆ, ພະນັກງານ, ນັກຂ່າວລາຍການກະຈາຍສຽງພາກພາສາ ລາວ ໃນປະຈຸບັນນັບມື້ນັບມີຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ. ປະຈຸບັນ, ສະມາຊິກໃນລາຍການກະຈາຍສຽງພາກພາສາ ລາວ ໝົດທຸກຄົນລ້ວນແຕ່ຮຽນຈົບຈາກມະຫາວິທະຍາໄລແຫ່ງຊາດ ລາວ. ຫຼາຍຄົນຍັງໄດ້ຮຽນຂະແໜງສື່ມວນຊົນ ແລະ ໄດ້ຮັບການບຳລຸງສ້າງດ້ານວິຊາການກະຈາຍສຽງທີ່ທັນສະໄໝ, ສຳຜັດກັບເຕັກໂນໂລຊີໃໝ່ຢ່າງວ່ອງໄວ. ຍ້ອນເຫດນັ້ນ, ລະດັບການບັນນາທິການ, ແປພາສາໄດ້ຮັບການຍົກສູງຂຶ້ນ. ບຸ່ຍແທັງນາມ, ນັກຂ່າວໜຸ່ມຂອງລາຍການ, ໃຫ້ຮູ້ວ່າ:

“ແຕ່ລະເທື່ອທີ່ດ້ຟັງລາຍການກະຈາຍສຽງພາກພາສາລາວ ຍາມໃດຂ້າພະເຈົ້າກໍຮູ້ສຶກວ່າ ຕົນເອງພວມຢູ່ໃກ້ກັບເພື່ອນລາວກວ່າ, ຊ້ຳບໍ່ໜຳ ຄືວ່າຕົນເອງກຳລັງຢູ່ປະເທດລາວ. ພິເສດ, ຕອນທີ່ຄິດຮອດເພື່ອນລາວ, ດົນໆບໍ່ໄດ້ໄປລາວ, ແນ່ນອນວ່າຈະຢາກໄດ້ຟັງສຽງເວົ້າ, ດຽວນີ້ຂ້າພະເຈົ້າບໍ່ໄດ້ຢູ່ໃກ້ກັບເພື່ອນລາວຄືເມື່ອກ່ອນແລ້ວ, ຂ້າພະເຈົ້າເລືອກຟັງວິທະຍຸ ເພື່ອໄດ້ຟັງພາສາລາວ, ຖືເປັນວ່າຕົນເອງກຳລັງໄດ້ພົບປະໂອ້ລົມກັບເພື່ອນລາວ”.

ວິທະຍຸກະຈາຍສຽງພາກພາສາ ລາວ - 70 ປີເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ລາວ - ảnh 2(ບັນນາທິການລຸ້ນຕ່າງລາຍການກະຈາຍສຽງພາກພາສາ ລາວ ຖ່າຍຮູບທີ່ລະນຶກຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ)

ນັບແຕ່ເດືອນ ກັນຍາ ປີ 2011, ພ້ອມກັບ 12 ລາຍການອື່ນຂອງພະແນກກະຈາຍສຽງພາກພາສາຕ່າງປະເທດ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຂ່າວ/ບົດເອົາລົງໃນເວັບໄຊ vovworld.vn. ໃນເວັບໄຊນີ້, ນອກຈາກພາກຂ່າວໄດ້ອັບເດດຢ່າງຕໍ່ເນື່ອງ, ບັນດາລາຍການດຶງດູດໃຈແລ້ວ, ທ່ານຜູ້ຟັງຜູ້ຊົມຍັງໄດ້ຮັບຊົມບັນດາລາຍການພາບສາລະຄະດີ, ຄຼິບທີ່ມີຊີວິດຊີວາ, ແນະນຳທິວທັດທຳມະຊາດ, ທັດສະນີຍະພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ທີ່ແທ້ຈິງ, ມີສີສັນຫຼາກຫຼາຍອີກດ້ວຍ. ໃນຄື້ນວິທະຍຸກະຈາຍສຽງ ແລະ ໃນເວັບໄຊ, ເນື້ອໃນລາຍການກະຈາຍສຽງພາກພາສາ ລາວ ກໍ່ມີການປ່ຽນແປງໃໝ່, ອັບເດດຢ່າງຕໍ່ເນື່ອງເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເປັນຫຼາຍຮູບຫຼາຍແບບຂອງຜູ້ຟັງ, ຜູ້ອ່ານ.  ເພື່ອນ ນູ່ນູ່ ເມກດາລາ, ອາໄສຢູ່ ວຽງຈັນ, ເປັນຜູ້ຟັງທີ່ໄດ້ຕິດພັນກັບລາຍການພາກພາສາ ລາວ ມາຫາລາຍການໄດ້ແບ່ງປັນຄວາມຮູ້ສຶກຂອງຕົນວ່າ:

ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ແບ່ງປັນວ່າ: ຍາມໃດທ່ານກໍ່ຕິດຕາມຂ່າວ/ບົດໃນເວັບໄຊ, ກໍຄືຮັບຟັງລາຍການກະຈາຍສຽງຂອງ VOV. ທ່ານໃຫ້ຮູ້ວ່າ, ປະຈຸບັນ ໜັງສືພິມປະຊາຊົນຂອງ ລາວ ຍັງນຳໃຊ້ບັນດາຂ່າວ/ບົດຂອງ VOV ເພື່ອໃຫ້ຂ່າວກ່ຽວກັບແນວທາງ, ນະໂຍບາຍຂອງພັກ, ລັດ ຫວຽດນາມ, ພິເສດແມ່ນບັນດາແນວທາງໃໝ່, ບັນດາສະໄໝກອງປະຊຸມຂອງພັກກອມມູນິດ ຫວຽດນາມ, ກ່ຽວກັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ, ລາວ ຜ່ານໄລຍະຕ່າງໆ…

ປະຈຸບັນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ອອກອາກາດ 3 ຄັ້ງ/ມື້ ໃນຄື້ນວິທະຍຸ AM ແລະ FM. ນອກຈາກພາກຂ່າວພາຍໃນ, ຕ່າງປະເທດແລ້ວ, ຍັງມີຫຼາຍລາຍການໂຄສະນາກ່ຽວກັບ ຫວຽດນາມ, ເຊິ່ງເພື່ອນ ລາວ ນິຍົມ, ຄື: ລາຍການ “ປະເທດຊາດ ແລະ ຊາວ ຫວຽດນາມ”, “ຄົ້ນຫາ ຫວຽດນາມ”; “ເລື່ອງລາວເຂດບ້ານນາ”… ພິເສດແມ່ນລາຍການ “ໂອ້ລົມກັບເພື່ອນ ລາວ”, “ລາຍການເພງຕາມຄຳຂໍ”… ທ່ານນາງ ຫວໍ້ທິຕວຽດມາຍ, ອະດີດຫົວໜ້າລາຍການກະຈານສຽງພາກພາກສາ ລາວ, ແບ່ງປັນວ່າ:

“ຖັນແຖວນັກຂ່າວ, ບັນນາທິການພາກສາລາວທຸກຄົນ ໃຜໆກໍມີຄວາມພະຍາຍາມທີ່ສຸດ. ພວກຂ້າພະເຈົ້ານັບມື້ນັບຜະລິດອອກບັນດາຄໍລຳຂອງລາຍການທີ່ມີເນື້ອໃນອຸດົມສົມບູນກວ່າ ແລະ ພັດທະນາກວ່າ. ນອກຈາກລາຍການຂ່າວປະຈຳວັນແລ້ວ, ພວກຂ້າພະເຈົ້າຍັງມີຄໍລຳພິເສດສະຫງວນສະເພາະໃຫ້ແກ່ຜູ້ຟັງລາວ ນັ້ນແມ່ນ ລາຍການໂອ້ລົມກັບເພື່ອນລາວ. ຄໍລຳນີ້ໄດ້ຮັບຄວາມສົນໃຈຈາກຜູ້ຟັງຈຳນວນຫຼາຍທີ່ສຸດ. ມີຜູ້ຟັງບາງທ່ານ ທິດໃດກໍໂທຫາລາຍການ, ເປັນຕົ້ນແມ່ນ ທ່ານ ເພັດສະຫວັນ, ເພິ່ນມັກຟັງ ແລະ ຕິດຕາມລາຍການຂອງພວກເຮົາຕະຫຼອດ. ເຂົາເຈົ້າມີຄວາມສົນໃຈເຖິງສະພາບການເມືອງຂອງ ຫວຽດນາມ ນັບທັງອ້າຍນ້ອງບັນນາທິການຂອງລາຍການ ມີຂ່າວໃໝ່ຫຍັງບໍ, ເຂົາເຈົ້າກໍສົນໃຈເຊັ່ນດຽວກັນ”.

ປະຈຸບັນ, ຄື້ນຂອງ VOV5 ໄດ້ອອກອາກາດໃນລະບົບ FM ຢູ່ບັນດານະຄອນໃຫຍ່, ຄື: ຮ່າໂນ້ຍ, ກວາງນິງ, ດ່ານັ້ງ, ນະຄອນ ໂຮ່ຈີມິນ, ແມ່ນແຫ່ງທີ່ມີນັກສຶກສາ ລາວ ພວມດຳລົງຊີວິດ, ຮ່ຳຮຽນເປັນຈຳນວນຫຼາຍ, ປະກອບສ່ວນຊ່ວຍໃຫ້ທ່ານຜູ້ຟັງມີຄວາມເຂົ້າໃຈກວ່າກ່ຽວກັບສາຍພົວພັນ ຫວຽດນາມ - ລາວ, ກໍຄືສະພາບການສາກົນທີ່ພົ້ນເດັ່ນ. ນີ້ແມ່ນບັນດາສິ່ງທີ່ຈຳເປັນເຊິ່ງລາຍການພາກພາສາ ລາວ ຂອງ VOV ໄດ້ປະກອບສ່ວນເຂົ້າໃນສື່ມວນຊົນຕ່າງປະເທດໃນປະຈຸບັນ. ທ່ານນາງ ຟໍເກິມຮວາ, ຫົວໜ້າພະແນກກະຈາຍສຽງພາສາຕ່າງປະເທດ VOV5 ຖືວ່າ, ໃນໄລຍະຈະມາເຖິງ, ທາງລາຍການຕ້ອງມີຫຼາຍກວ້າງຂ່າວ/ບົດກ່ຽວກັບ ລາວ ຕື່ມອີກ. ຍົກສູງຄຸນນະພາບລາຍການຜ່ານການກະຈາຍສຽງປະຈຳວັນ, ພ້ອມທັງໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາໂອກາດສະເຫຼີມສະຫຼອງວັນສຳຄັນຂອງສາຍພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ບັນດາເຫດການໃຫຍ່ຂອງ ລາວ ແລະ  ຫວຽດນາມ ໃຫ້ຫຼາຍກວ່າອີກ.

ວິທະຍຸກະຈາຍສຽງພາກພາສາ ລາວ - 70 ປີເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ລາວ - ảnh 3(ທ່ານນາງ ຟໍເກິມຮວາ, ຫົວໜ້າພະແນກກະຈາຍສຽງພາສາຕ່າງປະເທດ VOV5)

          “ກ່ຽວກັບທິດທາງຂອງລາຍການໃນໄລຍະຈະມາເຖິງ, ລາຍການພາກພາສາລາວ ແລະ ພາສາອື່ນໆໃນກຸ່ມ ອາຊຽນ ຍາມໃດກໍໄດ້ຮັບການຕີລາຄາສູງ ເພາະວ່າ ມີທີ່ຕັ້ງພູສາດໃກ້ກັບ ຫວຽດນາມ ຫຼາຍ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍແມ່ນສະມາຊິກຕັ້ງໜ້າໃນກຸ່ມ ອາຊຽນ. ເພາະສະນັ້ນ, ລາຍການພາກພາສາລາວ ຈະສືບຕໍ່ສວມບົດບາດສຳຄັນໃນລາຍການກະຈາຍສຽງ 13 ພາສາຂອງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ. ໄປຄຽງຄູ່ກັນນັ້ນ, ວຽກງານດ້ານວິຊາການ, ລາຍການພາກພາສາລາວ ຕ້ອງຮັບປະກັນຮັກສາໄດ້ທ່ວງທ່າພັດທະນາຂອງບັນດາບັນນາທິການແປເກັ່ງ, ເພື່ອນຳເອົາທັດສະນະ, ສຽງເວົ້າຂອງພັກ ແລະ ລັດ ໄປເຖິງບັນດາເພື່ອນລາວ, ກໍຄືພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກ”.

ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ມີເຫັນຕື່ມອີກວ່າ:

ຜ່ານຫຼາຍລຸ້ນຄົນ, ມາຮອດປະຈຸບັນ, ບັນດາຜູ້ເຮັດວຽກງານກະຈາຍສຽງພາກພາສາ ລາວ ຍາມໃດກໍ່ຈົດຈຳຄຳເວົ້າຂອງປະທານ ໂຮ່ຈີມິນ ທີ່ວ່າ:

ຮັກຫອມກັໝາຍໝັ້ນ

ຫຼາຍຊັ້ນູກໍ່ປີນໄຕ່

ຫຼາຍນ້ຳໃຫ່ ແລະ ໂຄກຄ້ອຍ

ຂວາງຂັ້ນກໍ່ດຸ່ງໄປ

ສອງຊາດ ລາວ-ຫວຽດ ໄດ້

ຝັງຄວາມຮັກຢູ່ໃນໃຈ

ຮົ່ງຮ່າ ທັງແມ່ຂອງ

ບໍ່ເລິກປຸນປານໄດ້,

ສືບຕໍ່ມານະພະຍາຍາມເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ລາຍການພາກພາສາ ລາວ ກຳນົດວ່າ ໄດ້, ພວມ ແລະ ຈະສືບຕໍ່ຢືນຢັນບົດບາດ, ທີ່ຕັ້ງຂອງ VOV ເວົ້າລວມ, ກໍຄືຂອງ  VOV5 ເວົ້າສະເພາະ ໃນການສື່ສານການຕ່າງປະເທດກັບປະເທດລາວ, ສືບຕໍ່ແມ່ນຂົວເຊື່ອມຕໍ່ໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ.

* ວັນທີ 07 ກັນຍາ 1975, ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV) ໄດ້ສ້າງຕັ້ງຂຶ້ນພ້ອມກັບວິທະຍຸກະຈາຍສຽງດ້ວຍ 3 ລາຍການກະຈາຍສຽງທຳອິດຄື: ພາສາ ຝລັ່ງ, ອັງກິດ, ກວາງຕຸງ (ຈີນ).

* ວັນທີ 12 ຕຸລາ 1954, ລາຍການກະຈາຍສຽງພາກພາສາ ລາວ ໄດ້ອອກອາກາດຢ່າງເປັນທາງການ.

* ແຕ່ເດືອນ ກັນຍາ 2011, ລາຍການກະຈາຍສຽງພາກພາສາ ລາວ ໄດ້ເອົາບັນດາເນື້ອໃນລົງໃນເວັບໄຊ: vovworld.vn

* ປະຈຸບັນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ກະຈາຍສຽງໃນຄື້ນ FM ດ້ວຍຄວາມຖີ່ 105.5 MHz ຢູ່ ຮ່າໂນ້ຍ ແລະ ດ່ານັ້ງ ແລະ ດ້ວຍຄວາມຖີ່ 105.7 ຢູ່ ກວາງນິງ ແລະ ນະຄອນ ໂຮ່ຈີມິນ ໃນເວລາ 16 ໂມງ 30 ນາທີ (ຕາມເວລາ ຮ່າໂນ້ຍ); ກະຈາຍສຽງໃນຄື້ນ AM ດ້ວຍຄວາມຖີ່ 7285 KHz ແລະ 1242 KHz - ໄປທາງ ລາວ ໃນເວລາ 17 ໂມງ 30 ນາທີ ແລະ 20 ໂມງ 00 ນາທີ ແຕ່ລະວັນ (ຕາມເວລາ UTC) ດ້ວຍບັນດາເນື້ອໃນທີ່ໄດ້ຮັບການອັບເດດຢ່າງຕໍ່ເນື່ອງຄື: ພາກຂ່າວພາຍໃນປະເທດ ແລະ ຂ່າວຕ່າງປະເທດ, ສະຖານະການການເມືອງ, ບົດວິເຄາະບັນດາບັນຫາທີ່ໄດ້ຮັບຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ