ພາບປະກອບ:internet
|
(vovworld)- ເພື່ອປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຫາກໍເຊັນຂໍ້ຕົກລົງອະນຸຍາດໃຫ້ບັນດາຄອບຄົວໃກ້ຈະຖືກຈັດຢູ່ໃນລະດັບຄອບຄົວທຸກຍາກໄດ້ກູ້ຢືມທຶນ ນັບແຕ່ວັນທີ 16/4/2013 ເປັນຕົ້ນໄປ. ຄາດວ່າ ຈະມີ 1,5 ລ້ານຄອບຄົວມີໂອກາດໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ.
ຕາມມາດຕະຖານວາງອອກ, ຄອບຄົວໃກ້ຈະຖືກຈັດຢູ່ໃນລະດັບຄອບຄົວທຸກຍາກແມ່ນຄອບຄົວມີລາຍຮັບສະເລ່ຍຈາກ 401.000 - 520.000 ດົ່ງ/ຄົນ/ເດືອນ ສຳລັບເຂດຊົນນະບົດ ແລະ ຈາກ 501.000- 650.000 ດົ່ງ/ຄົນ/ເດືອນ ສຳລັບເຂດຕົວເມືອງ. ທ່ານ ຫວູແອງນາມ, ຮອງຫົວຫນ້າພະແນກອຸປະກະລະສັງຄົມ ສັງກັດພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ຫວີງຟຸກ ຖືວ່າ:
“ຄອບຄົວໃກ້ຈະຖືກຈັດຢູ່ໃນຄອບຄົວທຸກຍາກ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ເຂົາເຈົ້າອາດຈະຖືກຕົກເຂົ້າສູ່ຄອບຄົວທຸກຍາກຄືນໃຫມ່ຢ່າງງ່າຍດາຍ. ສະນັ້ນ ເມື່ອມີນະໂຍບາຍດັ່ງກ່າວ ແມ່ນເງື່ອນໄຂດີທີ່ສຸດ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດກູ້ຢືມທຶນເພື່ອພັດທະນາການຜະລິດ, ພັດທະນາເສດຖະກິດ.”