16 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ ງານແຂ່ງຂັນກິລາມວຍພື້ນເມືອງ ຫວຽດນາມສາກົນຄັ້ງທີ 4
ການສະແດງມວຍໃນພິທີໄຂ (ພາບ: baohanoi) |
(vovworld)- ຕອນຄ່ຳວັນທີ 24/7, ງານແຂ່ງຂັນກິລາມວຍພື້ນເມືອງຫວຽດນາມສາກົນຄັ້ງທີ 4 ປີ 2014 ໄດ້ຖືກໄຂຂຶ້ນຢູ່ນະຄອນໂຮ່ຈິມິນ. ເຂົ້າຮ່ວມ ງານແຂ່ງຂັນກິລາມວຍພື້ນເມືອງຫວຽດນາມສາກົນຄັ້ງນີ້ ມີນັກມວຍ, ຄູ່ເຝິກມວຍ 2000 ກວ່າຄົນທີ່ມາຈາກ 25 ຄະນະນັກມວຍຂອງ 16 ປະເທດ ແລະ ເຂດແຄ້ວນ ພ້ອມກັບ 17 ແຂວງ, ນະຄອນຂອງຫວຽດນາມ. ທ່ານເລກິມຮ່ວາ ຮອງປະທານສະຫະພັນກິລາມວຍພື້ນເມືອງຫວຽດນາມໃຫ້ຮູ້ວ່າ ງານແຂ່ງຂັນກິລາມວຍພື້ນເມືອງຫວຽດນາມສາກົນຖືກຈັດຂຶ້ນ ເພື່ອເປັນການສ້າງໂອກາດໃຫ້ແກ່ບັນດານັກມວຍທັງຢູ່ພາຍໃນປະເທດ ແລະ ສາກົນໄດ້ພົບປະແລກປ່ຽນ, ຖອກຖອນບົດຮຽນດ້ານເຕັກນິກ ກໍຄືລີລາການຕີມວຍພື້ນເມືອງຫວຽດນາມ.