40 ປີແຫ່ງການພົວພັນ ຫວຽດນາມ-ຍີ່ປຸ່ນ

40 ປີແຫ່ງການພົວພັນ ຫວຽດນາມ-ຍີ່ປຸ່ນ - ảnh 1

(ພາບປະກອບ)

(vovworld)-​​​​ ​ວັນ​ທີ 3/9, ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ, ມະຫາວິທະຍາ​ໄລ Senshu, ກອງ​ທຶນ​ພົບ​ປະ​ແລກປ່ຽນ​ສາກົນ​ຍີ່ປຸ່ນ ສົມທົບ​ກັນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ການ​ພົວພັນ​ຫວຽດນາມ-​ຍີ່ປຸ່ນ:  ຫວນ​ຄືນ​ໄລຍະ 40 ປີ ​ແລະ ກຳນົດ​ທິດ​ໃນ​ອະນາຄົດ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງສະຖານທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ, ສາດສະດາຈານ, ດຣ ທີ່​ມາ​ຈາກ​ມະຫາ​ວິທະຍາ​ໄລ Senshu, Ibaraki ຂອງ​ຍີ່ປຸ່ນ 20 ທ່ານ ພ້ອມ​ດ້ວຍ​ບັນດາ​ນັກຮຽນ​ຮູ້​ຂອງ​ສະ​ຖາ​ບັນ​ຄົ້ນຄ້ວາ, ມະ​ຫາ​ວິທະຍາ​ໄລ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ Tanizaki Yasuaki ​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຮັບຮູ້​ໃຫ້​ລຸນ​ໜຸ່ມ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ລຸ່ນໜຸ່ມ​ສອງ​ປະ​ເທດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ