45 ປີແຫ່ງການຮັກສາ ສາກສົບປະທານໂຮ່ຈິມິນ
Đoan Hải -  
ງານພົບປະສ້າງສັນ
(ພາບ: vov)
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງການປົກປັກຮັກສາສາກສົບປະທານໂຮຈິມິນ ວັນທີ 28/4, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ, ຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ ໄດ້ຈັດງານພົບປະສ້າງສັນບັນດາຜູ້ຊ່ຽວຊຽນການແພດລັດເຊຍ ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ໜ້າທີ່ຮັກສາສາກສົບປະທານໂຮຈິມິນ. ທ່ານພົນຈັດຕະວາ ຟ້າມວັນເລິບ, ກຳມະການການເມືອງກອງບັນຊາການປ້ອງກັນສຸສານປະທານໂຮ່ຈິມິນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພວມກະກຽມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປະທານໂຮ່ຈິມິນ ເຖິງແກ່ມໍລະນະກຳ. ພວກຂ້າພະເຈົ້າຢາກສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິທະຍາສາດລັດເຊຍ, ຜູ້ທີ່ໄດ້ພ້ອມກັບພວກເຮົາຮັກສາສາກສົບປະທານໂຮ່ຈິມິນ ໃນຊຸມເດືອນປີຕໍ່ຕ້ານທີ່ດຸເດືອດ. ບັນດານັກວິທະຍາສາດໄດ້ພ້ອມກັບພວກຂ້າພະເຈົ້າຜ່ານຜ່າຄວາມທຸກຍາກລຳບາດຫຼາຍປະການເພື່ອຮັກສາສາກສົບປະທານໂຮ່ຈິມິນ “
ໃນໂອກາດນີ້, ທ່ານພົນຈັດຕະວາ ຟ້າມວັນເລິບ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ຟ້າມຊວນເຊີນ ໄດ້ມອບຫຼຽນໄຊໂຮ່ຈິມິນ, ມອບຂອງຂວັນຕອບບຸນແທນຄຸນບັນດານັກວິທະຍາສາດ, ຜູ້ຊ່ຽວຊານການແພດລັດເຊຍທີ່ຍາມໃດກໍ່ຊ່ວຍເຫຼືອ ແລະ ຮ່ວມມືກັບຫວຽດນາມ ຢ່າງມີປະສິດທິຜົນ./.
Đoan Hải