460 ຕື້ດົງອຸປະຖຳໃຫ້ແກ່ວຽກງານຮັບປະກັນຊີວິດສັງຄົມຢູ່ເຂດຕາເວັນຕົກສຽງເໜືອ

460 ຕື້ດົງອຸປະຖຳໃຫ້ແກ່ວຽກງານຮັບປະກັນຊີວິດສັງຄົມຢູ່ເຂດຕາເວັນຕົກສຽງເໜືອ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ມອບ​ຂອງຂວັນໃຫ້ພໍ່ແມ່ປະຊາຊົນແຂວງຕວຽນກວາງ
(ພາບ: chinhphu.vn)


(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮັບປະກັນຊີວິດ​ສັງຄົມ​ຢູ່ທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ, ​ເຊິ່ງຈັດ​ຂຶ້ນ​ໃນຕອນ​ຄໍ່າ​ວັນ​ທີ 02/04, ຢູ່​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ “​ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ”. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ​ແມ່ນ​ສະຖານ​ທີ່ຍຸດ​ທະ​ສາດ​ສຳຄັນ​ພິ​ເສດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ - ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຢືນຢັນ​ວ່າ ​ໃນ​ຫຼາຍ​ປີຜ່ານມາ ພັກ, ລັດ ​ໄດ້​ສະຫງວນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ກ່ຽວ​ກັບ​ການ​ພັດ​ນາ​ເສດຖະກິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຮັບປະກັນ​ຊີວິດສັງຄົມໃຫ້​ແກ່ທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

        “​ງານ​ພົບ​ປະ​ແລກ​ປ່ຽນ​ຮ່ວມ​ແຮງ​ຮ່ວມ​ໃຈພ້ອມ​ກັບ​ປະຊາຊົນທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ ​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ສະ​ແດງ​ຄວາມ​ຮູ້ບຸນ​ຄຸນ​ຕໍ່​ດິນ​ແດນປະຕິ​ວັດ​ຢູ່​ທາງທິດ​ເໜືອ​ຂອງ​ປະ​ເທດ​ຊາດ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ເຂດທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ ມີຊີວິດ​​ເປັນ​ປົກກະຕິ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ອົງການ, ຫົວໜ່ວຍ, ອົງການ​ຈັດ​ຕັ້ງ​ສາກົນ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ກັນ​ມຸ່ງ​ໄປ​ສູ່ທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ​, ສືບ​ຕໍ່​ສະໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ທຸກຍາກ​ໃນ​ເຂດຮັກ​ແພງ​ອຸ້ມຊູ​ຊ່ວຍ​ເຫລືອກັນ​ດວ້ຍການກະທຳ​ອັນ​ລະອຽດ, ​ແທດ​ຈິງ​”.

        ​ໃນ​ງານ​ພົບ​ປະ​ແລກປ່ຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ແລະ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ວັນ​ບິ່ງ ​ໄດ້​ມອບ​ຂອງຂວັນ 20 ພຸດ, ດ້ວຍ​ມູນ​ຄ່າ 30 ລ້ານ​ດົງ/ພຸດ ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ແຂວງ​ຕວຽນ​ກວາງ. ບັນດາ​ນັກ​ອຸປະ​ຖຳ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ກໍ​ໄດ້​ສະໜັບສະໜູນ​ຈຳນວນ​ເງິນ​ເກືອບ 460 ຕື້​ດົງ ​ເພື່ອອຸປະ​ຖຳ​ຮັບປະກັນ​ຊີວິດ​ສັງຄົມຢູ່​ເຂດທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ.

ຂ່າວ/ບົດ​ອື່ນ