5 ປະເທດອາຊຽນ ແລະຈີນ ຮ່ວມມືກັນຕ້ານການຄ້າຂາຍຢາເສບຕິດ
ການປະຊຸມລັບກ່ຽວກັບການປ້ອງກັນ, ຕ້ານການຄ້າຂາຍຢາເສບຕິດ
(ພາບ: vov.vn)
(vovworld)- ວັນທີ 9/5, ຢູ່ກອງປະຊຸມຂັ້ນລັດຖະມົນຕີ 6 ປະເທດ ລວມມີບັນດາປະເທດສະມາຊິກອາຊຽນ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ພ້ອມກັບຈີນ ທີ່ຈັດຂຶ້ນຢູ່ນະຄອນຫຼວງ Nay Pyi Taw ປະເທດມ້ຽນມາ, ທຸກໆຝ່າຍໄດ້ອອກຖະແຫຼງການຮ່ວມ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືໃນການຕ້ານການຄ້າຂາຍຢາເສບຕິດ, ພ້ອມທັງກ່າວເຕືອນວ່າ: ການຄ້າຂາຍຢາເສບຕິດພວມແມ່ນໄພນາບຂູ່ທີ່ຮ້ານແຮງຕໍ່ພາກພື້ນ. ຖະແຫຼງການສະແດງຄວາມພຶງພໍໃຈຕໍ່ບັນດາຄວາມມານະພະຍາຍາມອັນໃຫ່ຍຫຼວງ ແລະ ວິວັດການຊື່ງ 6 ປະເທດບັນລຸໄດ້ຜ່ານການຮ່ວມມືທີ່ມີປະສິດທິຜົນໃນຂອບເຂດບັນດາກົນໄກຮ່ວມມືສາກົນ, ພາກພື້ນ, ອະນຸພາກພຶ້ນກໍ່ຄືສອງຝ່າຍກ່ຽວກັບການປ້ອງກັນ, ຕ້ານການຄ້າຂາຍຢາເສດຕິດ. ໃນຖະແຫຼງການຮ່ວມ, ບັນດາປະເທດໄດ້ຢືນຢັນອີກເທື່ອໜຶ່ງຄວາມຕັດສິນໃຈຈະຜ່ານຜ່າໄພຢາເສບຕິດຢູ່ພາກພື້ນອາຊີຕາເວັນອອກ ແລະ ຈະມານະພະຍາຍາມປັດເຂ່ຍໄພອັນຕະລາຍນີ້. ປະເທດຕ່າງໆເຫັນດີເປັນເອກະສັນນຳກັນຈະເພີ່ມທະວີການຮ່ວມມືຂ້າມຊາຍແດນ, ຍູ້ແຮງບັນດາໂຄງການພັດທະນາປ່ຽນແທນ ແລະ ແບ່ງປັນບົດຮຽນໃນການສະກັດກັ້ນການເສບຢາເສບຕິດ, ບຳບັດຜູ້ຕິດຢາເສບຕິດ ແລະ ການສຶກສາອົບຮົມຄວາມຮັບຮູ້ໃນວົງຄະນາຍາດ.