70ປີຮ່ວມເດີນທາງພ້ອມກັບນັກຂ່າວຕ່າງປະເທດປະຈຳຫວຽດນາມ
70 ປີຮ່ວມເດີນທາງພ້ອມກັບ
ນັກຂ່າວຕ່າງປະເທດປະຈຳຫວຽດນາມ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 07/04, ກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບການໜູນຊ່ວຍນັກຂ່າວຕ່າງປະເທດໃນວຽກງານສື່ຂ່າວກັບຕ່າງປະເທດ. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງກົມການຂ່າວ, ກະຊວງການຕ່າງປະເທດ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງພະນັກງານກົມການຂ່າວລຸ່ນຕ່າງໆ ໃນຕະຫຼອດ 70 ປີຜ່ານມາ, ຍາມໃດກໍເປັນຫົວໜ່ວຍນຳໜ້າໃນວຽກງານສື່ຂ່າວ, ສື່ມວນຊົນພົວພັນຕ່າງປະເທດ, ບັນລຸໄດ້ບັນດາຜົນງານອັນສະຫງ່າລາສີ ເຊິ່ງໄດ້ຮັບການຕີລາຄາສູງຈາກພັກ, ລັດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.
ການໂອ້ລົມສົນທະນາດຳເນີນໄປຢ່າງຟົດຟື້ນດ້ວຍບັນດາບົດປະກອບຄວາມເຫັນກ່ຽວກັບວຽກງານນັກຂ່າວຕ່າງປະເທດຂອງບັນດາຜູ້ແທນ. ທຸກຄຳເຫັນລ້ວນແຕ່ເຫັນດີນຳກັນວ່າ, ບັນດາພະນັັກງານສື່ມວນຊົນ ບໍ່ພຽງແຕ່ຂອງກະຊວງການຕ່າງປະເທດເທົ່ານັ້ນ, ຫາກຍັງຂອງບັນດາກະຊວງ, ຂະແໜງການອື່ນໆລ້ວນແຕ່ “ເປັນເພື່ອນ, ເປັນຄູ່ຮ່ວມມື” ກັບບັນດານັກຂ່່າວຕ່າງປະເທດ.