75 ປີແຫ່ງການພົວພັນທາງການທູດຫວຽດນາມ: ບົດຮຽນແລະການກຳນົດທິດໃນຍຸກສະໄໝຍຸດທະສາດໃໝ່

(VOVWORLD) -ກອງປະຊຸມສຳມະນາແມ່ນເພື່ອແນໃສ່ຕີລາຄາບັນດາການປະກອບສ່ວນຂອງຂະແໜງທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
75 ປີແຫ່ງການພົວພັນທາງການທູດຫວຽດນາມ: ບົດຮຽນແລະການກຳນົດທິດໃນຍຸກສະໄໝຍຸດທະສາດໃໝ່ - ảnh 1

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (1945 – 2020), ຕອນເຊົ້າວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “75 ປີແຫ່ງການພົວພັນທາງການທູດຫວຽດນາມ: ບົດຮຽນ ແລະ ການກຳນົດທິດໃນຍຸກສະໄໝຍຸດທະສາດໃໝ່”.

        ກອງປະຊຸມສຳມະນາແມ່ນເພື່ອແນໃສ່ຕີລາຄາບັນດາການປະກອບສ່ວນຂອງຂະແໜງທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ບັນດາຜົນງານຂອງຂະແໜງການທູດແມ່ນ “ຈຸດພົ້ນເດັ່ນ” ໃນບັນດາຜົນງານລວມຂອງປະເທດຊາດ, ພ້ອມທັງໄດ້ຢັ້ງຢືນລັກສະນະຖືກຕ້ອງຂອງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

        “ຈາກປະເທດໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ມາຮອດປະຈຸບັນ ຫວຽດນາມ ໄດ້ກຽມພ້ອມບືນຕົວຂຶ້ນສວມບົດບາດແກ່ນສານນຳພາ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານຂອງໂລກ, ດ້ວຍທີ່ຕັ້ງບົດບາດທີ່ນັບມື້ນັບສູງ. ຈາກປະເທດຖືກປິດລ້ອມ, ຂວ້ຳບາດ, ປະຈຸບັນ ຫວຽດນາມ ໄດ້ສ້າງຕັ້ງການພົວພັນອັນໝັ້ນຄົງຍາວນານກັບ 30 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ໂດຍສະເພາະແມ່ນບັນດາຄູ່ຮ່ວມມືມີຄວາມສຳຄັນຍຸດທະສາດກັບການພັດທະນາຄວາມໝັ້ນຄົງຂອງປະເທດຊາດ… ຫວຽດນາມ ໄດ້ກາຍເປັນຕອງໂສ້ສຳຄັນໃນບັນດາການຮ່ວມສຳພັນດ້ານເສດຖະກິດພາກພື້ນ ແລະ ທົ່ວໂລກ, ເຂົ້າຮ່ວມສົນທິສັນຍາການຄ້າເສລີສຳຄັນຫຼາຍສະບັບ, ຜ່ານນັ້ນສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ