ADB ແລະ ກະຊວງແຜນການ ແລະ ການລົງທຶນ ສຳຫຼວດຕົວຈິງເຂດເສດຖະກິດດ່ານຊາຍແດນສາກົນ ເບີອີ

ADB ແລະ ກະຊວງແຜນການ ແລະ ການລົງທຶນ ສຳຫຼວດຕົວຈິງເຂດເສດຖະກິດດ່ານຊາຍແດນສາກົນ ເບີອີ - ảnh 1
(ດ່ານ​ຊາຍ​ແດນ​ສາກົນ ​ເບີ​ອີ)

(vovworld) - ​​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ ໄຕ​ງວຽນ, ວັນ​ທີ 22 ສິງຫາ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ ​ແລະ ທ່ານ Kimura, ຜູ້ອຳນວຍການ​​ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກອນ​ຕູມ ກ່ຽວ​ກັບ​ການ​ເຄື່ອນ​​ໄຫວ​ຂອງ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ​ສາກົນ ​ເບີ​ອີ ​ແລະ ສຳ​ຫຼວດສະພາບ​ຕົວ​ຈິງ​ຢູ່​ເຂດ​ເສດຖະກິດ​ນີ້. ການ​ນຳ​ແຂວງ​ກອນ​ຕູມ ສະ​ເໜີ​ຍູ້​ແຮ​ງການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ຍົກ​ລະດັບ​ດ່າ​ນຊາຍ​ແດນ​ສຳຮອງ, ທາງ​ຫຼວງ ​ເພື່ອ​ຫັນ​​ແນວ​ຄິດ​ກໍ່ສ້າງ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ ​ເບີ​ອີ ​ໃຫ້​ກາຍ​ເປັນ​ສູນ​ຜະລິດ​ສິນຄ້າ​ຂອງ​ເຂດ 3 ຫຼ່ຽມພັດທະນາ. ສ່ວນ​ທ່ານ​ລັດຖະມົນຕີ ບຸ​ຍກວາງ​ວິ​ງ ຖື​ວ່າ, ພ້ອມ​ກັນ​ການ​ລົງທຶນ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ, ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມຊ້ອນ​, ທ່າ​ແຮງ​ຂອງ​ເຂດ​ອຸດສາຫະກຳ​ເສດຖະກິດ​ສາກົນ​ເບີ​ອີ ໃຫ້​ໄດ້, ຕ້ອງຕັ້ງ​ເຂດ​ເສດຖະກິດ​​ເຂົ້າ​​ແຜນ​ພັດທະນາ​ລວມຂອງ​ເຂດ ​ໄຕ​ງວຽນ ​ແລະ ​ໃນ​ເຂດ 3 ຫຼ່ຽມພັດທະນາ​ຫວຽດນາມ - ລາວ, ກຳປູ​ເຈຍ.

        “ທີ່​ໜຶ່ງ​ແມ່ນ​ເຊື່ອມ​ຕໍ່​ໂຄງ​ລ່າງ​ດ້ານ​ຄົມມະນາຄົມ, ທີ 2 ​ແມ່ນ​ຕ້ອງ​ພັດທະນາ​ການ​ຜະລິດ, ຕ້ອງ​​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ນີ້​ແມ່ນ​ເຂດ​ດິນ bazan ທີ່​ອຸດົມສົມບູນ ​ແລະ ​ແມ່ນ​ເຂດ​ຜະລິດ​ສິນຄ້າ​ໃຫຍ່​ກວ່າ​ໝູ່​ຢູ່​ຂອງຫວຽດນາມ ​ແຕ່ຜະລິດ​ຕະພັນດີບ​ບໍ່​ທັນ​ໄດ້ຮັບ​ການ​ປຸງ​ແຕ່ງ ​ແລະ ຍັງ​ມີ​ປະສິດ​ທິຜົນຕໍ່າ​ຢູ່. ຈຸດໝາຍ​ຂອງ​ພວກ​ເຮົາ​ແມ່ນ​ຫັນເຂດ 3 ຫຼ່ຽມພັດທະນາ​​ໃຫ້ກາຍ​ເປັນ​ສູນ​ຜະລິດ​ຢາງພາລາ ​ແລະ ກາ​ເຟ, ພິ​ເສດ​ແມ່ນ​ຢາງພາລາ ​ໃຫຍ່​ກວ່າ​ໝູ່​ຂອງ​ທັງ 3 ປະ​ເທດ​”.
ຂ່າວ/ບົດ​ອື່ນ