(vovworld) - ຕາມແຫຼ່ງຂ່າວຈາກທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມແລ້ວ, ADB ແລະ ຫວຽດນາມ ໄດ້ເປັນເອກະພາບຍຸດທະສາດຄູ່ຮ່ວມມືແຫ່ງຊາດ (CPS) ເພື່ອສຸມໃສ່ຊຸກຍູ້ການເຕີບໂຕຢ່າງກົມກຽວ, ຍົກສູງປະສິດທິຜົນທາງດ້ານເສດຖະກິດ ແລະ ສະພາບແວດລ້ອມຢ່າງໝັ້ນຄົງ. ຍຸດທະສາດໃໝ່ນີ້ ຈະສຸມໃສ່ໜູນຊ່ວຍ 6 ຄົງເຂດຈຸດສຸມຄື: ກະສິກຳ ແລະ ຊັບພະຍາກອນທຳມະຊາດ; ການສຶກສາ, ພະລັງງານ; ການເງິນ, ບັນດາພື້ນຖານໂຄງລ່າງຕົວເມືອງອື່ນໆ. ຍຸດທະສາດໃໝ່ນີ້ ຈະສືບຕໍ່ໜູນຊ່ວຍການປະຕິຮູບລະບຽບການ ແລະ ນະໂຍບາຍເຊິ່ງລວມມີການປະຕິຮູບລັດວິສາຫະກິດ, ຊຸກຍູ້ການເຕີບໂຕຢ່າງກົມກຽວຜ່ານການຫັນຈຸດໝາຍເຖິງບັນດາຂົງເຂດທີ່ປະສົບຄວາມຫຍຸ້ງຍາກ ແລະ ເພີ່ມກຳລັງຄວາມສາມາດຂອງລັດຖະບານໃນວຽກງານແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ການໜູນຊ່ວຍຂອງ ADB ໃຫ້ແກ່ພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການສຶກສາ ຈະຊ່ວຍປົວແປ່ງບັນດາກາລະໂອກາດດ້ານເສດຖະກິດ ແລະ ສຳພັດກັບບັນດາການບໍລິການຂອງຄົນທຸກຍາກ.