ADBໜູນຊ່ວຍການເຄື່ອນໄຫວອຸປະຖຳການຄ້າຢູ່ຫວຽດນາມ

ADBໜູນຊ່ວຍການເຄື່ອນໄຫວອຸປະຖຳການຄ້າຢູ່ຫວຽດນາມ - ảnh 1

(vovworld) – ທະນາຄານ​ພັດທະນາ ອາຊີ (ADB) ​ໃຫ້​ຮູ້​ວ່າ: ວັນ​ທີ 2/3, ​ໂຄງການ​ອຸປະຖຳ​ກາ​ນຄ້າ​ຂອງ ທະນາຄານ​ພັດທະນາ ອາຊີ ​ແລະ ທະນາຄານ ຫວຽດນາມ 2 ​ແຫ່ງ (ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ໄຊ​ງ່ອນ - ຮ່າ​ໂນ້ຍ) ​ໄດ້​ເຊັນ​ຂໍ້​ຕົກລົງ​ອະນຸຍາດ​ໃຫ້​ໂຄງການສະໜອງ​ກາ​ນຄຳ້ປະກັນ​ດ້ວຍ​ເງິນເຖິງ 100 ລ້ານ USD ​ໃນ​ແຕ່ລະ​ປີ​ເພື່ອ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ອຸປະ​ຖ​ຳດ້ານ​ການ​ຄ້າ​ຢູ່ ຫວຽດນາມ. ທ່ານ Steven Beck, ຫົວໜ້າ​ຄະນະ​ອຸປະຖຳ​ການ​ຄ້າ​ຂອງ ADB, ​ໃຫ້​ຮູ້​​ວ່າ: “ດ້ວຍ​ບັນດາ​ຂໍ້​ຕົກລົງ​ນີ້, ທະນາຄານ​ພັດທະນາ ອາຊີ ​ແລະ ບັນດາ​ທະນາຄານ​ຄູ່​ຮ່ວມ​ມື​ໃໝ່​ຂອງ ຫວຽດນາມ ຈະ​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ສົ່ງ​ອອກ - ນຳ​ເຂົ້າ, ລວມມີ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ຂໍ​​້ຕົກລົງ​ນີ້​ຈະ​ຊ່ວຍ​ສ້າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ​ເພີ່ມ​ທະວີ​ດ້ານວຽກ​ເຮັດ​ງານ​ທຳ”.


ຂ່າວ/ບົດ​ອື່ນ