ALຮຽກຮ້ອງການໜູນຊ່ວຍດ້ານການທະຫານໃຫ້ລີບີເພື່ອຕ້ານIS
(ພາບປະກອບ)
(vovworld) – ວັນທີ 18/08, ສະຫະພັນອາຣັບ (AL) ໄດ້ຮຽກຮ້ອງຍົກອອກ “ຍຸດທະສາດຮີບດ່ວນ” ເພື່ອແນໃສ່ໜູນຊ່ວຍດ້ານການທະຫານໃຫ້ລັດຖະບານລີບີ ເພື່ອຕ້ານກຸ່ມລັດອິດສລາມ IS ຂະໜານນາມເອງ. ຄຳຮຽກຮ້ອງຖືກຍົກອອກມາ ທີ່ກອງປະຊຸມວິສາມັນຂອງບັນດາລັດຖະມົນຕີວ່າການການຕ່າງປະເທດ AL ຢູ່ນະຄອນຫຼວງ ກາຍໂຣ, ປະເທດອີຍີບ ເພື່ອປືກສາຫາລືກ່ຽວກັບຂໍ້ສະເໜີຂອງລັດຖະບານຊີຣີ ເຊິ່ງສາກົນໄດ້ຮັບຮອງ, ພິເສດແມ່ນໃນສະພາບ IS ຢືດຄອງນະຄອນທະເລ Sirte. ຖະແຫຼງການຮ່ວມພາຍຫຼັງກອງປະຊຸມຢືນຢັນວ່າ, ບັນດາປະເທດຕ້ອງຮີບເຮັ່ງປະຕິບັດຍຸດທະສາດອາຣັບ, ໃນນັ້ນມີການໜູນຊ່ວຍດ້ານການທະຫານໃຫ້ລີບີ ຕ້ານຄືນບັນດາການເຄື່ອນໄຫວກໍ່ການຮ້າຍຂອງ IS. ນອກຈາກນັ້ນ, AL ກໍກະຕຸກຊຸກຍູ້ສະຫະປະຊາຊາດ ຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດສຳລັບລັດຖະບານລີບີ ເພື່ອສ້າງເງື່ອນໄຂສະດວກໃຫ້ປະເທດນີ້ຕໍ່ສູ້ຕ້ານກໍ່ການຮ້າຍ.