ASEAN Roadshow - ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ,ທ່ອງທ່ຽວອາຊຽນແລະສ.ເກົາຫຼີ
ລາຍການ “ASEAN Roadshow”
(ພາບ: Vietnam+)
(vovworld) – ໃນລະຫວ່າງວັນທີ 05 – 14/11, ສູນອາຊຽນ - ສ.ເກົາຫຼີ ໄດ້ຈັດລາຍການ “ASEAN Roadshow” ເພື່ອແນໃສ່ເພີ່ມທະວີຄວາມເຈົ້າໃຈກ່ຽວກັບວັດທະນະທຳ ແລະ ການທ່ອງທ່ຽວຂອງບັນດາປະເທດອາຊຽນ ໃຫ້ມວນຊົນສ.ເກົາຫຼີ, ຜ່ານນັ້ນຊຸກຍູ້ການພົບປະແລກປ່ຽນ ແລະ ຮ່ວມມືໃນຂົງເຂດນີ້. ຕາມແຜນການ, ບັນດາລົດທ່ອງທ່ຽວມີຊື່ອາຊຽນ ຈະເລ່ີ່ມເດີນທາງຈາກນະຄອນຫຼວງເຊີອຸ່ນ, ໄປຜ່ານບັນດານະຄອນໃຫຍ່ຂອງສ.ເກົາຫຼີ ແມ່ນ Busan ແລະ Gwangju. ຢູ່ແຕ່ລະແຫ່ງ, ຄະນະຈັດຕັ້ງ ຈະຈັດຕັ້ງບັນດາການເຄື່ອນໄຫວຕ່າງໆກ່ຽວກັບວັດທະນະທຳອາຊຽນ ໃຫ້ມວນຊົນສ.ເກົາຫຼີ ຄື: ສາຍວີດີໂອ ໂຄສະນາບັນດາສະຖານທີ່ວັດທະນະທຳ ແລະ ທ່ອງທ່ຽວທີ່ມີຊື່ສຽງຂອງອາຊຽນ, ເຂົ້າຮ່ວມການລະຫຼີ້ນ, ຮັບເອກະສານໂຄສະນາການທ່ອງທ່ຽວຂອງອາຊຽນ...
ກ່າວຄຳເຫັນທີ່ພິທີປຸກລະດົມລາຍການ “ASEAN Roadshow” ໃນວັນທີ 05/11, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຟ້າມຮີວຈິ໋ ເຊື່ອໝັ້ນວ່າ, ການໂຄສະນາຄັ້ງນີ້ ຈະຊ່ວຍໃຫ້ມວນຊົນສ.ເກົາຫຼີ ມີຄວາມຮູ້ກ່ຽວກັບ “ອາຊຽນ ທີ່ເປັນເອກະພາບໃນຫຼາຍຮູບຫຼາຍແບບ”, ພິເສດແມ່ນໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ.