ການປຸງແຕ່ງກະເສດສົ່ງອອກ (ພາບ: Vu Sinh/TTXVN)
(vovworld) – ASEAN ແລະ ສ.ເກົາຫຼີ ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ - ASEAN ຄືນໃໝ່, ພ້ອມທັງເຫັນດີເພີ່ມທະວີບັນດາການພົວພັນຮ່ວມມືລະຫວ່າງ 2 ຝ່າຍກ່ວາອີກ. ນີ້ແມ່ນບັນດາຜົນງານທີ່ສຳຄັນຂອງການເຈລະຈາ ASEAN - ສ.ເກົາຫຼີ 19 ເຊິ່ງດຳເນີນໄປໃນທ້າຍອາທິດຜ່ານມາຢູ່ Bali, ອິນໂດເນເຊຍ. ຄະນະເລຂາສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ໃຫ້ຮູ້ວ່າ: ASEAN ແລະ ສ.ເກົາຫຼີ ຮອງຮັບບັນດາຄວາມກ້າວໜ້າສົມຄວນເຊິ່ງໄດ້ຮັບການປະຕິບັດຜ່ານບັນດາໂຄງການຮ່ວມມືໃນແຜນການດຳເນີນງານ (2011 - 2015) ໃນບັນດາຂົງເຂດຄື: ສະບຽງອາຫານ, ກະສິກຳ ແລະ ປ່າໄມ້, ການພັດທະນາພື້ນຖານໂຄງລ່າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ການແພດ ແລະ ໜູນຊ່ວຍ ASEAN ຮັດແຄບຊ່ອງຫວ່າງພັດທະນາ. ແຜນການກະທຳສະບັບໃໝ່ ພວມໄດ້ຮັບການສ້າງຂຶ້ນໃຫ້ໄລຍະ 2016 -2020 ຈະສ້າງຂອບເຂດ ແລະ ບັນດາມາດຕະການຮອບດ້ານ ແນໃສ່ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາອີກ.