(vovworld) – CPI ປີ 2014 ເພີ່ມຂຶ້ນ 4,09% ເມື່ອທຽບໃສ່ປີ 2013, ຕົວເລກດັ່ງກ່າວຕໍ່າກວ່າຫຼາຍເມື່ອທຽບໃສ່ຄາດໝາຍ 7% ເຊິ່ງສະພາແຫ່ງຊາດໄດ້ວາງອອກ. ນີ້ແມ່ນໝາກຜົນທີ່ໜ້າຊື່ນຊົມ ໃນສະພາບທີ່ເສດຖະກິດຂອງຫວຽດນາມ ໃນປີ 2014 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ໃນບົດລາຍງານເຊິ່ງກົມໃຫຍ່ສະຖິຕິປະກາດໃນວັນທີ 24/12, ເລື່ອງດັດຊະນີລາຄາໃຊ້ສອຍ (CPI) ຖືກຫຼຸດລົງໃນ 2 ເດືອນຢ່າງລຽນຕິດ ຍ້ອນຜົນກະທົບຈາກໝວດບໍລິການຄົມມະນາຄົມ. ດັດຊະນີລາຄາໃຊ້ສອຍຖືກຫຼຸດລົງກວ່າ 3% ໃນເດືອນ 11 ຍ້ອນລາຄານ້ຳມັນຖືກຫຼຸດລົງຢ່າງຕໍ່ເນື່ອງ. ລາຄາອາຍແກສ ຖືກຫຼຸດລົງ ເຮັດໃຫ້ດັດຊະນີກ່ຽວກັບເຮືອນຢູ່ - ວັດສະດຸກໍ່ສ້າງຫຼຸດລົງປະມານ 0,4% ໃນເດືອນ 12. ສ່ວນໝວດສິນຄ້າໃນການຄິດໄລ່ CPI ລ້ວນແຕ່ເພີ່ມຂຶ້ນໃນຊຸມເດືອນທ້າຍປີ ແລະ ບໍ່ມີໝວດສິນຄ້າໃດເພີ່ມຂຶ້ນເຖິງ 1%.
ແລະກໍ່ຕາມກົມໃຫຍ່ສະຖິຕິແລ້ວ, ລາຄາຄຳໃນປີ 2014 ຖືກຫຼຸດລົງຢ່າງແຮງຢູ່ໃນລະດັບ 11,49% ເມື່ອທຽບໃສ່ປີ 2013. ດັດຊະນີລາຄາ USD ປີ 2014 ເພີ່ມຂຶ້ນເລັກນ້ອຍໃນລະດັບ 0,56% ເມື່ອທຽບໃສ່ປີ 2013.