EU ຈະໄດ້ຮັບຜົນປະໂຫຍດເມື່ອເພີ່ມທະວີການເຈລະຈາໂດຍກົງກັບລັດເຊຍ

(VOVWORLD) -ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ຖະແຫຼງວ່າ, ສະຫະພາບເອີລົບ (EU) ຈະໄດ້ຮັບຜົນປະໂຫຍດເມື່ອເປີດກວ້າງການເຈລະຈາໂດຍກົງກັບລັດເຊຍ, ຍ້ອນປະເທດນີ້ຍາມໃດກໍ່ແມ່ນເປົ້າໝາຍຂອງບັນດາການປຶກສາຫາລືຢູ່ບຣຸກແຊນ. ວັນທີ 30 ມັງກອນ, ໃນການຢ້ຽມຢາມລັດເຊຍ

EU ຈະໄດ້ຮັບຜົນປະໂຫຍດເມື່ອເພີ່ມທະວີການເຈລະຈາໂດຍກົງກັບລັດເຊຍ - ảnh 1ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ແລະ ຄູ່ຕຳແໜ່ງລັດເຊຍ Dmitry Medvedev

(ພາບ: government.ru)

ພາຍຫຼັງການພົບປະກັບຄູ່ຕຳແໜ່ງລັດເຊຍ Dmitry Medvedev, ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ໃຫ້ຮູ້ວ່າ, ບັນດາການນຳໄດ້ປຶກສາຫາລືຫຼາຍຢ່າງກ່ຽວກັບປະເທດລັດເຊຍ ໃນສະຫະພາບເອີລົບ, ເຖິງຢ່າງໃດກໍ່ຕາມ EU ບໍ່ເຈລະຈາກັບລັດເຊຍ ແລະ ທ່ານຄິດວ່າ ເລື່ອງເປີດກວ້າງການເຈລະຈາແມ່ນສິ່ງທີ່ມີຜົນປະໂຫຍດ. ບຣຸກແຊນ ແລະ ມົດສະກູ ມີຄວາມບໍ່ລົງລອຍກັນບາງຢ່າງທີ່ກ່ຽວຂ້ອງເຖິງແຫຼມ ກຣືມ ແລະ ສະພາບການຢູ່ Donbass, ທາງທິດຕາເວັນອອກຢູແກຼນ, 2 ຝ່າຍສາມາດແລກປ່ຽນທັດສະນະເພື່ອມີພ້ອມກັນເຂົ້າໃຈແຈ້ງກວ່າກ່ຽວກັບຫຼັກໝັ້ນຂອງກັນ.

        ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Charles Michel ໄດ້ຊີ້ໃຫ້ເຫັນວ່າ ແບນຊິກ ກຽມພ້ອມ ແລະ ປາດຖະໜາຕັ້ງໜ້າໃຫ້ຄຳໝັ້ນສັນຍາໃນການຫັນການພົວພັນລະຫວ່າງລັດເຊຍ ແລະ  EU ໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ