EU ຊອກ​ຫາ​ບົດ​ບາດ​ ສຳ​ຄັ​ນ​ດ້​ານ​ການ​ເມືອງຫຼາຍ​ກ່​ວາ​ ​ຢູ່​ພາກ​ພື້ນ​ປາ​ຊີ​ຟິກ

(VOVWORLD) -  EU ຢາກເພີ່ມທະວີບັນດາການພົວພັນການຄ້າຢ່າງເລິກເຊິ່ງກ້ວາງຂວາງ ແລະ ສວມບົດບາດດ້ານການເມືອງຢ່າງຕັ້ງໜ້າກ່ວາ ຢູ່ປາຊີຟິກ.
EU ຊອກ​ຫາ​ບົດ​ບາດ​ ສຳ​ຄັ​ນ​ດ້​ານ​ການ​ເມືອງຫຼາຍ​ກ່​ວາ​ ​ຢູ່​ພາກ​ພື້ນ​ປາ​ຊີ​ຟິກ - ảnh 1ທ່ານ Sujiro Seam ເອກອັກຄະລັດຖະທູດ ສະຫະພາບເອີລົບ (EU)ປະຈຳ ປາຊີຟິກ (ພາບ: rnz.co.nz) 

ນີ້ແມ່ນຄຳຖະແຫຼງຄັ້ງຫຼ້າສຸດຂອງ ທ່ານ Sujiro Seam ເອກອັກຄະລັດຖະທູດ ສະຫະພາບເອີລົບ (EU) ຜູ້ຮັບຜິດຊອບພາກພື້ນປາຊີຟິກ ເມື່ອໃຫ້ສຳພາດຕໍ່ນັກຂ່າວ AFP ຂອງ ຝລັ່ງ, ໃນສະພາບການອັງກິດຖອນຕົວອອກຈາກ EU ຢ່າງເປັນທາງການນັບແຕ່ວັນທີ 31 ມັງກອນເປັນຕົ້ນໄປ.

ທ່ານ Seam ຢັ້ງຢືນວ່າ EU ຈະນຳມາໃຫ້ບັນດາປະເທດຢູ່ປາຊີຟິກ ເຊິ່ງໂອກາດສຳຜັດກັບຕະຫຼາດເສລີຂອງກຸ່ມ ໂດຍຜ່ານບັນດາຂໍ້ຕົກລົງການຮ່ວມມືເສດຖະກິດ. ຕາມທ່ານ Seam ແລ້ວ, ຄວາມມຸ່ງຫວັງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການທະຫານເປັນສ່ວນໜຶ່ງໃນຍຸດທະສາດ “ສ້າງຄວາມສົມດຸນ” ໃນການພົວພັນລະຫວ່າງ EU - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ