EU ປາດຖະໜາ ບັນລຸໄດ້ຂໍ້ຕົກລົງດ້ານອາຍແກັສໃໝ່ກັບລັດເຊຍ ໃນເດືອນ 06 ຈະມາເຖິງ

EU ປາດຖະໜາ ບັນລຸໄດ້ຂໍ້ຕົກລົງດ້ານອາຍແກັສໃໝ່ກັບລັດເຊຍ ໃນເດືອນ 06 ຈະມາເຖິງ - ảnh 1
(ພາບປະກອບ: TTXVN)

(vovworld) – ສະຫະພາບ​ເອີ​ລົບ (EU) ​ໄດ້​ວາງ​ຄາດໝາຍ​ໃນ​​ເດືອນ​ 06 ຈະ​ມາ​ເຖິງ ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃໝ່​ກັບ​ລັດ​ເຊຍ, ​ເຊິ່ງຕາມ​ນັ້ນ​ແລ້ວ, ລັດ​ເຊຍ ຈະ​ສະໜອງ​ອາຍ​ແກັສ​ໃຫ້​ຢູ​ແກຼນ ​ໃນ​ຕະຫຼອດ​ລະດູ​ໜາວ​ປີ 2016 ​ແລະ ຮັບປະກັນ​ແຫຼ່ງສະໜອງ​ໃຫ້ EU. ກ່າວ​ຄຳ​ເຫັນ​ກ່ອນ​ຈັດກອງປະຊຸມ 3 ຝ່າຍ (ລັດ​ເຊຍ, ຢູ​ແກຼນ ​ແລະ EU) ຢູ່​ບຣຸກ​ແຊນ, ວັນ​ທີ 19/03, ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງຂຶ້ນ​ກັບ​ຄະນະ​ກຳມະການ​ເອີ​ລົບ ​ໃຫ້​ຮູ້​ວ່າ ​ເລື່ອງ​ນຳ​ເຂົ້າ​ອາຍ​ແກັສຈາກ​ລັດ​ເຊຍ ​ແມ່ນ​ມີ​ຄວາມ​ຈຳ​ເປັນເພື່ອ​ຮັບປະກັນ​ແຫຼ່ງສະໜອງ​ໃຫ້​ຢູ​ແກຼນ ​ແລະ EU ​ໃນ​ຕະຫຼອດ​ລະດູ​ໜາວ​ປີ 2016.

        ​ໃນ​ສະພາບ​ຂໍ້​ຕົກລົງ​ດ້ານ​ພະລັງງານ​ລະຫວ່າງ​ລັດ​ເຊຍ - ຢູ​ແກຼນ ​ໃກ້​ຈະ​ໝົດ​ກຳນົດຜົນ​ສັກສິດ, ກະຊວງ​ພະລັງງານ​ລັດ​ເຊຍ ​ແລະ EU ​ແຈ້ງ​ການ​ໃຫ້​ຮູ້​ວ່າ ມົດສະກູ ​ຈັດ​ຕັ້ງ​ຮອບ​ເຈລະຈາ​ດ້ານ​ອາຍ​ແກັສໃໝ່​ກັບ ​ກີ​ແອບ ຢູ່​ນະຄອນຫຼວງ​ບຣຸກ​ແຊນ ​​ດ້ວຍ​ການ ເປັນ​ຄົນ​ກາງ​ໄກ່​ເກ່ຍຂອງ EU ​ໃນ​ວັນ​ທີ 20/03. ຕົ້ນ​​ເດືອນ​ນີ້, ລັດ​ເຊຍ ​ໄດ້​ເຫັນ​ດີ​ສືບ​ຕໍ່​ສະໜອງ​ອາຍ​ແກັສ​ໃຫ້​ຢູ​ແກຼນ ຮອດ​ທ້າຍ​ເດືອນ 04 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ