EU ແລະ ຊະອຸດີອາຣາເບຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ທ່ານລັດຖະມົນຕີການຕ່າງປະເທດAhmed Al – Jubeir
ເຈລະຈາກັບທ່ານນາງ Federia Mogherini
(ພາບປະກອບ: alekhbariya.net)
(vovworld) - ວັນທີ 31/08, ທ່ານລັດຖະມົນຕີການຕ່າງປະເທດ ຊະອຸດີອາຣາເບຍ Ahmed Al – Jubeir ໄດ້ມີການເຈລະຈາກັບຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ (EU) ທ່ານນາງ Federia Mogherini ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍ. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Ahmed Al – Jubeir ເນັ້ນໜັກວ່າ, ບັນດາປະເທດສະມາຊິກ EU ແມ່ນຄູ່ຮ່ວມມືສຳຄັນຂອງປະເທດຕາເວັນອອກາງນີ້, ສະນັ້ນ ຊະອຸດີອາຣາເບຍ ແລະ EU ຕ້ອງເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດເສດຖະກິດ, ການເມືອງ, ການສຶກສາ ແລະ ສັງຄົມ. ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາເສດຖະກິດ, ວິຊາ, ການສຶກສາ, ບົດບາດຂອງ EU ໃນການຜັນຂະຫຍາຍວິໄສທັດ 2030 ຂອງ ຊະອຸດີອາຣາເບຍ ແລະ ບັນດາບັນຫາພາກພື້ນຢູ່ລີບານ, ຊີຣີ, ອີຣັກ… ສ່ວນທ່ານນາງ Federia Mogherini, ເນັ້ນໜັກວ່າ Riyadh ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ. ກ່ຽວຂ້ອງເຖິງການພົວພັນຮ່ວມມື 2 ຝ່າຍ, ທ່ານນາງຖືວ່າ, 2 ຝ່າຍຕ້ອງຍູ້ແຮງລະບຽບສົມທົບກັນກວ່າອີກ, ເພີື່ອແນໃສ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ຝ່າຍ.