Eurozone ເລື່ອນເວລາພິຈາລະຈາແຜນການຊ່ວຍຢຸດຕິວິກິດການໜິ້ສິນແຫ່ງລັດ

(vovworld) - ວັນ​ທີ 29/2, ບັນດາ​ການ​ນຳ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ (ຫຼື Eurozone) ​ໄດ້ຕັດສິນ​ໃຈ​​ເລື່ອນ​ເວລາ​ປຶກສາ​ຫາລື​ແຜນການ​ສ້າງ​ຕັ້ງ “ກຳ​ແພງ​ໄຟ” ​ເຊິ​່ງ​ເຂົາ​ເຈົ້າ​ຫວັງ​ວ່າ​ຈະ​ຊ່ວຍ​ຢຸດຕິ​ວິ​ກິດ​ການ​ໜິ້ສິນ​​ແຫ່ງ​ລັດພວມ​ທຳລາຍ​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມນີ້, ຍ້ອນຄວາມ​ກົດ​ດັນຈາກ​ຝ່າຍ​ເຢຍລະ​ມັນ. ​ແຫຼ່ງຂ່າວ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (ຫຼື EU) ​ໃຫ້​ຮູ້​ວ່າ: ທ່ານ Herman Van Rompuy, ປະທານ​ຜູ້​ປະຈຳການ EU ​ໄດ້​ຕັດສິນ​ໃຈ​ໂຈະ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ດັ່ງກ່າວໄວ້​, ອາດ​ຈະ​​ເລື່ອນຮອດ​ທ້າຍ​ເດືອນ 3 ທີ່​ຈະ​ມາ​ເຖິງ. ​ແຫຼ່ງຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ທ່ານ​ນາງ​ນາຍົກລັດຖະມົນຕີ​ ​ເຢຍລະ​ມັນ Angela Merkel ກໍ​ໄດ້​ເຫັນ​ດີ​ວ່າ: ບັນດາ​ກອງ​ທຶນ​ໜູນ​ຊ່ວຍ​ເກົ່າ ​ແລະ ​ໃໝ່ຄວນ​ໄດ້​ຮັບ​ການ​ສົມທົບ​ກັນ, ​ແຕ່​​ຢືນຢັນ​ວ່າ, ປະຈຸ​ບັນ​ບໍ່​ແມ່ນ​ຈຸດ​ເວລາ​ເໝາະ​ສົມ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້. ລັດຖະມົນຕີ​ກາ​ນ​ເງິນ ​ເຢຍລະ​ມັນ Wolfgang Schaeuble ຖື​ວ່າ: ທ້າ​ຍ​ເດືອນ 3 ຈະ​​ແມ່ນ​ຈຸ​ດ​ເວລາ​ທີ່​ເໝາະ​ສົມ​, ​ເພາະວ່າ, ບັນດາ​ປະ​ເທດ Eurozone ມີ​ເວລາ​ອັນ​ຢ່າງ​ພຽງພໍ​ພິຈາລະ​ນາບັນດາ​ສິ່ງ​ທີ່​ກ່ຽວຂ້ອງ​ເຖິງ​ແຜນການ​ດັ່ງກ່າວ. ຖ້າ​ຫາກ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເດືອນ 7 ຈະ​ມາ​ເຖິງ​ຕາມ​ການ​ຄາດ​ຄະ​​ເນ, ​ແຜນການ​ນີ້​ຈະ​ນຳ​ມາ​ເຊິ່ງ​​ແຫຼ່ງທຶນ​ດ້ວຍ​ຍອດ​ຈຳນວນ 750 ຕື້​ເອີ​ໂຣ (​ເທົ່າ​ກັບ 1000 ຕື້USD)ໃຫ້​ແກ່ Eurozone.

ຂ່າວ/ບົດ​ອື່ນ