EUຜັນຂະຫຍາຍມາດຕະການຕ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ອິດສາແອນ
(ພາບປະກອບ)
(vovworld) – ວັນທີ 27/08, ທ່ານຫົວໜ້າຄະນະສະຫະພາບເອີລົບ (EU) ປະຈຳປາແລດສຕິນ Hohn Gatt Rutter ໃຫ້ຮູ້ວ່າ, EU ພວມຜັນຂະຫຍາຍບັນດາຄວາມມານະພະຍາຍາມເພື່ອຕ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍຂອງອິດສາແອນ ຢູ່ເຂດຝັ່ງຕາເວັນຕົກແມ່ນຳ້ຈໍແດນ ທີ່ຖືກຢືດຄອງຂອງປາແລດສຕິນ. ທ່ານ Gatt Rutter ໃຫ້ຮູ້ວ່າ, EU ສະໜັບສະໜູນບັນດາມາດຕະການລົງໂທດດ້ານເສດຖະກິດ ຕ້ານຄືນອິດສຣາແອນ ເພື່ອແນໃສ່ສະກັດກັ້ນການເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ. ໃນນັ້ນມີຂໍ້ຕົກລົງຕິດກາໝາຍໃຫ້ຜະລິດຕະພັນອິດສຣາແອນ ເຊິ່ງໄດ້ຜະລິດຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ ໃນເຂດດິນແດນຖືກຢືດຄອງຂອງປາແລດສຕິນ, ບັນດາສິນຄ້າດັ່ງກ່າວຈະຖືກຫ້າມນຳໃຊ້ຂໍ້ກຳນົດບົກເວັ້ນພາສີຂອງ EU. ນອກນັ້ນ, EU ຈະຜັນຂະຫຍາຍບັນດາເຄື່ອນມືເພື່ອສາມາດຈຳກັດບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍຂອງອິດສຣາແອນ ຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍ່ແດນ ໃຫ້ຫຼາຍກວ່າອີກ.